
ກອງຮ້ອຍ 28 ທະຫານແຂວງ ອຸດົມໄຊ ຮ່ວມໃຈບໍລິຈາກເລືອດ

  ສະຫາຍ ພັນຕີ ບຸນເພັດ ໄຊສົມແພງ  ນຳພາພະນັກງານ-ນັກຮົບ ເຂົ້າຮວ່ມບໍລິຈາກເລືອດ
     ໃນວັນທີ 28 ກໍລະກົດ 2020 ນີ້, ອົງການກາແດງລາວ ສາຂາ  ແຂວງອຸດົມໄຊ ນຳໂດຍ ສະຫາຍ ນາງ  ບຸນທອນ ພີມມະວົງ ຫົວໜ້າ ອົງການກາແດງລາວ ສາຂາ
    ແຂວງອຸດົມໄຊ ພ້ອມດ້ວຍທີມງານໄດ້ເຄື່ອນໄຫວໂຄສະນາປຸກລະດົມຂົນຂວາຍບໍລິຈາກເລືອດ ຢູ່ກອງຮ້ອຍ  28 ທະຫານແຂວງ ອຸດົມໄຊ, ໂດຍໃຫ້ ກຽດເຂົ້າຮ່ວມຂອງ
  ສະຫາຍ  ພັນຕີ ບຸນເພັດ ໄຊສົມແພງ  ຄະນະພັກ ຫົວໜ້າ ການເມືອງກອງຮ້ອຍ 28, ມີສະຫາຍ  ພັນຕີ ຄຳຫຼ້າ ສຸລີນ ຊ່ວຍວຽກພະແນກເສນາຮັກ,  ມີຄະນະພັກ-ຄະນະບັນ
  ຊາ, ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ.
     ສະຫາຍ ນາງ ບຸນທອນ ພີມມະວົງ ໃຫ້ຮູ້ວ່າ: ການບໍລິຈາກເລືອດ ມີຄວາມຈຳເປັນຫຼາຍ, ປຽບເໝືອນການສ້າງບຸນກຸສົນ, ບໍ່ມີການຮຽກຮ້ອງສິ່ງຕອບແທນໃດໆທັງ
    ນັ້ນ ເພື່ອເປັນການກອບກູ້ ແລະ ຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ, ເຮັດໃຫ້ມີເລືອດໃຊ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງຄົນເຈັບທີ່ນອນປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ
  ເວົ້າລວມເວົ້າສະເພາະຢູ່ແຂວງອຸດົມໄຊ ມີຄົນເຈັບຍັງຕ້ອງການເລືອດເປັນຈຳນວນຫຼວງຫຼາຍ ໃນການປຸກລະດົມຄັ້ງນີ້, ພະນັກງານ-ນັກຮົບມີຄວາມຕື່ນຕົວ ແລະ ສະໝັກ
  ໃຈບໍລິຈາກເລືອດທັງໝົດ 6 ສະຫາຍ ແລະ ໄດ້ຮັບເລືອດຕົວຈິງ 6 ຖົງ.