ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ - ຮັບໂຄງການກໍ່ສ້າງໂຮງໝໍຫຼັງໃໝ່ຂອງທະຫານແຂວງ ອຸດົມໄຊ


ພິທີ​ມອບ - ຮັບໂຄງການກໍ່ສ້າງໂຮງໝໍຫຼັງໃໝ່ຂອງທະຫານແຂວງ ອຸດົມໄຊ

     ໂຄງການກໍ່ສ້າງໂຮງໝໍຫຼັງໃໝ່ທະຫານແຂວງ ອຸດົມໄຊ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ ວັນທີ 25 ມີນາ 2019 ຜ່ານມາ ໄດ້ສຳເລັດ 100% ພ້ອມທັງໄດ້ຈັດພິທີມອບ-ຮັບ
ໃນວັນທີ 31 ທັນວາ 2019 ນີ້, ໂຮງໝໍດັ່ງກ່າວເປັນອາຄານ 2 ຊັ້ນ ມີທັງໝົດ 20 ຫ້ອງ, ຫ້ອງທ່ານ ໝໍ 2 ຫ້ອງ, ຫ້ອງແພດຍາມ 1 ຫ້ອງ, ຫ້ອງໄອຊີຍູ 2 ຫ້ອງ, ຫ້ອງກວດ
ແມ່ ແລະ ເດັກ 1 ຫ້ອງ, ຫ້ອງນອນຄົນເຈັບທີ່ເປັນຫ້ອງໂຖງ 2 ຫ້ອງ ແລະ ຫ້ອງນອນຄົນເຈັບພາຍໃນ 12 ຫ້ອງ ປະກອບດ້ວຍລະບົບໄຟຟ້າ, ແອ, ນໍ້າປະປາຄົບຊຸດ, ມີເນື້ອ
ທີ່ການກໍ່ສ້າງທັງໝົດ 480 ຕາແມັດ ລວມມູນຄ່າການກໍ່ສ້າງທັງໝົດ 6 ຕື້ດົ່ງ ສະກຸນ ເງິນຫວຽດ ໂດຍແມ່ນທຶນຊ່ວຍເຫຼືອລ້າຈາກກອງບັນຊາການທະຫານເຂດ 2 ກອງ
ທັບປະຊາຊົນຫວຽດນາມ.

     ເຊິ່ງກ່າວມອບໂດຍ ສະຫາຍ ພົນຈັດຕະວາ ເຈິນງ໋ອກຕ໋ວນ ຮອງຫົວໜ້າ ການເມືອງກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ແລະ ກ່າວຮັບໂດຍ
ສະຫາຍ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ກຳມະການປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າ ການທະຫານກອງບັນຊາການທະຫານແຂວງ ອຸດົມໄຊ ແຫ່ງ ສປປ
ລາວ, ໂດຍມີ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກຳມະການ ຄະນະພັກກົມໃຫຍ່, ຫົວໜ້າ ກົມເສນາຮັກກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນເອກ ບຸ່ຍວັນ
ດ້າຍ ກຳມະການພັກທະຫານເຂດ 2 ອຳນວຍການບໍລິສັດ 705 ກອງທັບປະຊາຊົນຫວຽດນາມປະຈຳ ແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ ແລະ ພາກສ່ວນທີ່ກ່ຽວ
ຂ້ອງທັງສອງປະເທດເຂົ້າຮ່ວມເປັນສັກຂີພະຍານ.

     ໃນພິທີ ສະຫາຍ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ການນຳພັກ-ລັດ ສສ ຫວຽດນາມ ໂດຍສະເພາະແມ່ນຄະນະພັກ-ຄະ
ນະບັນຊາກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອລ້າສ້າງໂຮງໝໍດັ່ງກ່າວໃຫ້ທະຫານແຂວງອຸດົມໄຊ, ທັງໝົດນີ້ມັນໄດ້ສະ
ແດງເຖິງຄວາມສາມັກຄີຮັກແພງຖານອ້າຍນ້ອງ, ການພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ; ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ອັນມີ
ມູນເຊື້ອມາແຕ່ຍາວນານ, ຈາກນັ້ນກໍໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ພ້ອມທັງເປີດຜ້ານຳໃຊ້ໂຮງໝໍ ຫຼັງໃໝ່ຂອງທະຫານແຂວງ ອຸດົມໄຊ ຢ່າງເປັນທາງການ.