ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າຫ້ອງ​ພະລາທິການ​ທະຫານ​ແຂວງ ບໍລິ​ຄຳ​ໄຊ
ໂອ້​ລົມ​ນັກຮຽນອຸປະ​ໂພ​ກ-ບໍລິ​ໂພ​ກ ຊັ້ນ​ຕົ້ນ ຊຸດ​ທີ II


ສະຫາຍ ພັນໂທ ດາວພະຫັດ ພຸມສະຫວ່າງວີ ​ໃຫ້ກຽດໂອ້​ລົມ​ນັກຮຽນອຸປະ​ໂພ​ກ-ບໍລິ​ໂພ​ກ ຊັ້ນ​ຕົ້ນ ຊຸດ​ທີ II

     ວັນທີ 26 ພືດສະພາ 2020 ນີ້, ສະຫາຍ ພັນໂທ ດາວພະຫັດ ພຸມສະຫວ່າງວີ ຄະນະພັກກອງບັນຊາການ ຫົວໜ້າ ຫ້ອງພະລາທິການທະຫານແຂວງບໍລິຄຳໄຊ ໄດ້ໃຫ້
ກຽດໂອ້ລົມ ແລະ ຊີ້ທິດເຍືອງທາງບາງບັນຫາໃຫ້ແກ່ນັກຮຽນອຸປະໂພກ-ບໍລິໂພກ ຊັ້ນຕົ້ນ ຊຸດທີ II ຂອງກອງບັນຊາການທະຫານແຂວງບໍລິຄຳໄຊ, ກ່ອນຈະດຳເນີນການສອບ
ເສັງ ໂດຍມີບັນດາຄູ-ອາຈານ, ຄະນະຮັບຜິດຊອບ ແລະ ນັກຮຽນອຸປະໂພກ-ບໍລິໂພກ ຊັ້ນຕົ້ນ ຊຸດທີ II ເຂົ້າຮ່ວມ.

     ໂອກາດດັ່ງກ່າວ, ສະຫາຍ ພັນໂທ ດາວພະຫັດ ພຸມສະຫວ່າງວີ ໄດ້ຍ້ອງຍໍຊົມເຊີຍບັນດາຄູ-ອາຈານ ກໍຄືບັນດານັກຮຽນທຸກໆ ສະຫາຍ ທີ່ໄດ້ເອົາໃຈໃສ່ໃນການເຝິກແອບ
ຮ່ຳຮຽນຈົນໄດ້ຮັບຜົນສຳເລັດ ແລະ ໄດ້ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ. ໃນໄລຍະຜ່ານມາທີ່ມີການລະບາດ ຂອງພະຍາດໂຄວິດ-19 ຢູ່ໃນປະເທດຂອງພວກເຮົາ ແລະ
ບັນດາປະເທດຕ່າງໆໃນໂລກ ເຊິ່ງເຮັດໃຫ້ໄດ້ໂຈະການຮຽນການສອນໄລຍະໜຶ່ງ, ນອກນັ້ນ ສະຫາຍຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນໃນການສອບເສັງຄັ້ງນີ້ ເພື່ອເປັນ
ໄມ້ຫຼາວັດແທກລະດັບຄວາມຮູ້, ຄວາມສາມາດ ແລະ ລະດັບຄວາມເຂົ້າໃຈໃນການຮ່ຳຮຽນແຕ່ລະວິຊາໃນໄລຍະຜ່ານມາຂອງບັນດານັກຮຽນໃນຊຸດນີ້, ພ້ອມທັງຮຽກຮ້ອງໃຫ້
ນັກຮຽນທຸກຄົນຕ້ອງເອົາໃຈໃສ່ໃນການສອບເສັງດ້ວຍຄວາມສາມາດຂອງຕົນເອງ ເພື່ອພ້ອມກັນສອບເສັງໃຫ້ໄດ້ຕາມລະດັບຄາດໝາຍ.