ການເຄື່ອນໄຫວຂອງກົມກອງຕ່າງໆໄລຍະເດືອນທັນວາ 2022 ຜ່ານມາ
ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ: ໄດ້ເປີດຮຽນກົດລະບຽບພັກ ໃຫ້ມະຫາຊົນກ້າວໜ້າທົ່ວກົມໃຫຍ່ການເມືອງກອງທັບ ລວມທັງໝົດ 28 ສະຫາຍ, ໂດຍ
ການເປັນປະທານຂອງ ສະຫາຍ ພັນເອກ ວັນທອງ ພົງສະ ຫວັນ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ເອກະສານທີ່ນຳມາອົບຮົມມີເອກະສານ ສຳລັບ
ຮຽນສະໜັບສະໜູນ ແລະ ເອກະສານກົດລະບຽບພັກປະຊາຊົນປະຕິວັດລາວສະໄໝທີ XI. ຈຸດປະສົງກໍເພື່ອແນໃສ່ເຮັດໃຫ້ເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ
ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ກົດລະບຽບຂອງພັກປະຊາຊົນປະຕິ ວັດລາວ, ກຳແໜ້ນປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກ, ຮັບຮູ້ກ່ຽວກັບມາ
ດຖານເງື່ອນໄຂ, ສິດ, ພັນທະ ແລະ ຜົນປະໂຫຍດຂອງສະມາຊິກພັກ. ພ້ອມກັນນັ້ນ, ໄດ້ມອບໃບຢັ້ງຢືນການຮຽນກົດລະບຽບພັກໃຫ້ມະຫາ ຊົນກ້າວໜ້າຈຳນວນດັ່ງກ່າວ
ອີກດ້ວຍ. + ກອງຮ້ອຍ 7 ທະຫານແຂວງຫຼວງພະບາງ: ໄດ້ປິດຊຸດອົບຮົມ-ຫັດແອບການ ເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ປະຈຳປີ 2022, ພາຍຫຼັງທີ່
ໄດ້ອົບຮົມ-ຫັດແອບມາເປັນເວລາ 120 ວັນ, ສາມາດຕີລາຄາຜົນໄດ້ຮັບດັ່ງນີ້: ພາກການເມືອງ ສາມາດປະຕິບັດບັນລຸໄດ້ 92,54%, ພາກການທະຫານ ປະຕິ ບັດໄດ້
97,5% ແລະ ພາກພະລາທິການ-ເຕັກນິກ ປະຕິບັດໄດ້ 96,7%. ພ້ອມກັນນັ້ນ, ຄັດເລືອກໄດ້ຂັ້ນເກັ່ງ 33 ສະ ຫາຍ, ກາງ 46 ສະຫາຍ ແລະ ຄາດໝາຍ 8 ສະຫາຍ.+
ໜ່ວຍປະຕິບັດງານຂຸດຄົ້ນອັດຖິ ແຂວງແທັງຮວາ ສສ ຫວຽດ ນາມ ປະຈຳແຂວງຫົວພັນ ສົມທົບ ກອງບັນຊາການທະຫານແຂວງຫົວພັນ ແລະ ສະມາຄົມຄົນຫວຽດ
ນາມ: ໄດ້ຈູດທູບທຽນຕໍ່ໜ້າອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງຫົວ ພັນ ແລະ ອະນຸສາວະລີນັກຮົບ
ນິລະນາມຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 78 ປີ (22 ທັນວາ 1944-22 ທັນວາ 2022) ເພື່ອລະນຶກ
ເຖິງຄຸນງາມຄວາມດີຂອງພະນັກ ງານ-ນັກຮົບ ທີ່ເສຍສະຫຼະຊີວິດເລືອດເນື້ອ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ. + ຫ້ອງການເມືອງ ວິທະຍາ ຄານນາຍທະຫານ
ບົກກົມມະດຳ: ໄດ້ສະຫຼຸບວຽກງານຮອບດ້ານ ປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023, ໃນໄລ ຍະ 1 ປີຜ່ານມາ ຄະນະພັກ-ຄະນະບັນຊາຫ້ອງການເມືອງ
ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະ ນັກງານ-ນັກຮົບເປັນປົກກະຕິ, ສົມທົບກັບ ບ້ານແຮກສ່ຽວ ພ້ອມກັນເຄື່ອນໄຫວປ້ອງກັນເວນຍາມວັນບຸນສຳຄັນ
ຂອງຊາດຂອງກອງທັບລວມທັງໝົດ 750 ຄັ້ງ, ເປັນຄະນະຈັດຕັ້ງພິທີຕ່າງໆ 39 ຄັ້ງ, ຮັບ-ຈ່າຍໜັງສືພິມ 1.108 ສະບັບ, ສົ່ງຂ່າວ 1.130 ຂ່າວ, ຈ່າຍເງິນອຸດໜູນບຳ
ນານງວດ 3 ໃຫ້ 27 ສະຫາຍ, ເຮັດບັດປະກັນສັງຄົມ 4.633 ບັດ, ຮັບເອກະສານຂາເຂົ້າ-ຂາອອກ 1.500 ສະບັບ, ປູກຕົ້ນໄມ້ກິນໝາກ 24 ຕົ້ນ, ປູກໜໍ່ໄມ້ 29 ຕົ້ນ
ແລະ ປ່ອຍປາໃສ່ໜອງລວມຈຳນວນ 22.350 ໂຕ. + ກອງພັນໃຫຍ່ 302 ກອງພົນທີ 3: ໄດ້ເຕົ້າໂຮມເອົາພະນັກງານ-ນັກຮົບເຂົ້າຮ່ວມຮັບຟັງການເຜີຍແຜ່ເຊື່ອມຊຶມມະ
ຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 4 ສະໄໝທີ XI, ເອກະສານ ວ່າດ້ວຍການປະຍັດ ແລະ ຕ້ານການຟຸມເຟືອຍ, ເອກະສານຍຸດທະສາດຕ້ານການຫັນ
ປ່ຽນໂດຍສັນຕິ, ຕ້ານປະກົດການຫຍໍ້ ທໍ້ພາຍໃນກອງທັບ, ເອກະສານສຶກສາອົບຮົມກ່ຽວກັບກົດໝາຍຂອງລັດ ແລະ ລະບຽບວິໄນຂອງກອງທັບ, ເອກະສານເພີ່ມທະວີ
ການປະຢັດ ແລະ ຕ້ານການຟຸມເຟືອຍ, ເອກະສານຜັນຂະຫຍາຍມະຕິ ແລະ ຈັດຕັ້ງປະຕິບັດແນວທາງແຜນນະ ໂຍບາຍຂອງພັກ ແລະ ເອກະສານການສະຫຼຸບວຽກງານ
ການເມືອງ-ແນວຄິດທົ່ວກອງທັບ ແຕ່ນີ້ຮອດປີ 2026. ພ້ອມກັນນັ້ນ, ໄດ້ປະກາດການເລື່ອນຊັ້ນໃຫ້ນາຍທະຫານ ຈາກຊັ້ນ ວາທີຂຶ້ນຮ້ອຍຕີ ຈຳນວນ 8 ສະຫາຍ. + ກອງ
ພົນທີ 1: ໄດ້ປະກາດບົ່ງຕົງແຕ່ງຕັ້ງຄະນະໜ່ວຍພັກ 2 ທີ່ຂຶ້ນກັບຄະນະພັກຮາກຖານກອງພັນ 468 ກອງພົນທີ 1. ໃນນັ້ນ, ບົ່ງຕົວແຕ່ງຕັ້ງ ສະຫາຍ ສະຫາຍ ພັນຕີ
ແອນ້ອຍ ຊົມມະຫາ ຮອງເລຂາໜ່ວຍພັກ ຂຶ້ນເປັນ ເລຂາໜ່ວຍພັກ ປ່ຽນແທນ ສະຫາຍ ພັນຕີ ບຸນນ້ອຍ ແກ້ວວັນດີ ທີ່ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່, ສະຫາຍ ພັນຕີ
ກາວອນ ພົມມະສານ ກຳມະການໜ່ວຍພັກ ຂຶ້ນເປັນ ຮອງເລຂາໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງ ສະຫາຍ ຮ້ອຍເອກ ວົງວິໄລ ໄຊຍະເກດ ເປັນກຳມະການໜ່ວຍພັກ ປ່ຽນ
ແທນ ສະຫາຍ ພັນຕີ ກາວອນ ພົມມະສານ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ບຸນເລີດ ຄຳໂພໄຊ ຮອງເລຂາຄະນະພັກຮາກຖານຫ້ອງການເມືອງ ກອງພົນທີ 1. +
ທະຫານເມືອງງອຍແຂວງຫຼວງພະບາງ: ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມ ຄຳສັ່ງແນະນຳຂອງພະແນກກວດກາຫ້ອງການເມືອງກອງບັນຊາການທະຫານແຂວງຫຼວງພະບາງ ວ່າ
ດ້ວຍການເພີ່ມທະວີການ ຊີ້ນຳ-ນຳພາ ຕໍ່ການເຄື່ອນໄຫວວຽກງານກວດກາ, ແກ້ໄຂຜົນຂອງການກວດກາ, ຄຳສັ່ງແນະ ນຳຂອງຫ້ອງເສນາທິການທະຫານແຂວງຫຼວງ
ພະບາງ ວ່າດ້ວຍການຍົກສູງສະຕິຂອງຜູ້ບັນຊາ ແລະ ເກັບກຳສະພາບຮອບ ດ້ານໃນການເຄື່ອນໄຫວປ້ອງກັນເສັ້ນທາງຍຸດທະສາດ, ເຂດລໍ່ແຫຼມ, ການປ້ອງກັນໂຄງການ
ຕ່າງໆທັງພາກລັດ-ເອກະຊົນໃນທົ່ວແຂວງ, ແຈ້ງການຂອງພະແນກເສນາຮັກ ວ່າດ້ວຍການເຝົ້າລະວັງ 18 ພະຍາດຢູ່ໃນ ສປປ ລາວ, ແຈ້ງການຂອງຫ້ອງເຕັກນິກກ່ຽວກັບ
ລາຄາຄ່າຜ່ານທາງດ່ວນວັງວຽງ-ນະຄອນ ຫຼວງວຽງຈັນ ແລະ ຂໍ້ຕົກລົງຂອງເຈົ້າເມືອງ-ເມືອງງອຍ ວ່າດ້ວຍການລະດົມທຶນຊ່ວຍເຫຼືອໄພພິບັດຂອງເມືອງງອຍ, ໂດຍການ
ເປັນປະທານຂອງ ສະຫາຍ ພັນໂທ ກິ່ງແກ້ວ ແກ້ວມະນີ ຫົວໜ້າການເມືອງກອງບັນຊາການທະຫານເມືອງງອຍ.