ວພກ ປິດຂະບວນການແຂ່ງຂັນກິລາມວນຊົນ
ໃນບໍ່ດົນມານີ້, ວິທະຍາຄານພະລາທິການກອງທັບ (ວພກ) ໄດ້ປິດຂະບວນການແຂ່ງຂັນກິລາມວນຊົນ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນກ້ຽງ ວົງສາ ລາດ ຫົວໜ້າການເມືອງ ວິທະຍາຄານພະລາທິການກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ 6 ຫ້ອງ 2 ກອງພັນ ພ້ອມດ້ວຍນັກກິລາ ເຂົ້າຮ່ວມ. ຂະບວນການແຂ່ງກິ ລາມວນຊົນ ປະຈຳປີ 2022 ຂອງວິທະຍາຄານພະລາທິການກອງທັບ ໄດ້ໄຂຂຶ້ນໃນວັນທີ 21 ພະຈິກຜ່ານມາ ແລະ ສຳເລັດດ້ວຍບັນຍາກາດການແຂ່ງຂັນຄຶກຄື້ນມ່ວນ ຊື່ນ ຕະຫຼອດການແຂ່ງຂັນ ເພື່ອເປັນການສ້າງບັນຍາກາດຟົດຟື້ນມ່ວນຊື່ນຂ່ຳນັບຮັບຕ້ອນວັນປະຫວັດສາດຂອງຊາດ ຂອງພັກ ຂອງກອງທັບເວົ້າລວມ ເວົ້າສະເພາະວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 74 ປີທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍເລິກເຊິ່ງ. ການແຂ່ງຂັນກີລາໃນຄັ້ງນີ້ ປະ ກອບມີ 5 ປະເພດກິລາ: ບານເຕະ, ບານສົ່ງຊາຍ-ຍິງ, ບານສົ່ງອາວຸໂສ, ເປຕັງຊາຍ-ຍິງ, ເປຕັງປະສົມຍິງ-ຊາຍ, ກະຕໍ້ ແລະ ກິລານັກຮົບແຂງແຮງ. ຜ່ານການແຂ່ງຂັນຕົວ ຈິງສາມາດສະຫຼຸບໄດ້ດັ່ງນີ້: ກິລາບານເຕະຊະນະເລີດໄດ້ແກ່ກອງພັນທີ II, ທີ II ໄດ້ແກ່ກອງພັນທີ I ,ອັນດັບທີ III ໄດ້ແກ່ຫ້ອງອົບຮົມ, ອັນດັບທີ IV ໄດ້ແກ່ປະສົມ 3 ຫ້ອງ; ບານສົ່ງຊາຍຊະນະເລີດ ໄດ້ແກ່ກອງພັນທີ II, ທີ II ໄດ້ແກ່ກອງພັນທີ I, ທີ III ໄດ້ແກ່ຫ້ອງອົບຮົມ, ທີ IV ໄດ້ ແກ່ຫ້ອງການ; ບານສົ່ງຍິງຊະນະເລີດໄດ້ແກ່ຫ້ອງອົບ ຮົມ, ທີ II ໄດ້ແກ່ກອງພັນທີ II, ທີ III ໄດ້ແກ່ຫ້ອງການເມືອງ, ທີ IV ໄດ້ແກ່ຫ້ອງການ; ບານສົ່ງອາວຸໂສຊະນະເລີດໄດ້ແກ່ຫ້ອງການເມືອງ, ທີ II ໄດ້ແກ່ກອງພັນທີ I, ທີ III ໄດ້ແກ່ຫ້ອງອົບຮົມ, ທີ IV ໄດ້ແກ່ຫ້ອງເຕັກນິກ; ເປຕັງຊາຍຊະນະເລີດໄດ້ແກ່ກອງພັນທີ I, ທີ II ໄດ້ແກ່ກອງພັນທີ II, ທີ III ໄດ້ ແກ່ຫ້ອງການ, ທີ IV ໄດ້ແກ່ຫ້ອງວິທະຍາ ສາດປະຫັວດສາດ; ເປຕັງຍິງຊະນະເລີດໄດ້ແກ່ຫ້ອງການເມືອງ, ທີ II ໄດ້ແກ່ກອງພັນທີ II, ທີ III ໄດ້ແກ່ຫ້ອງວິທະຍາສາດປະຫັວດສາດ, ທີ IV ໄດ້ແກ່ຫ້ອງເຕັກນິກ; ເປ ຕັງປະສົມຊະນະເລີດໄດ້ ແກ່ກອງພັນທີ I, ທີ II ໄດ້ແກ່ຫ້ອງພະລາທິການ, ທີ III ໄດ້ແກ່ຫ້ອງອົບຮົມ, ທີ IV ໄດ້ແກ່ຫ້ອງວິທະຍາສາດປະຫັດສາດ;ກະຕໍ້ຊະນະເລີດ ໄດ້ແກ່ ກອງພັນທີ II, ທີ II ໄດ້ແກ່ຫ້ອງພະລາ, ທີ III ໄດ້ແກ່ ກອງພັນທີ I, ທີ IV ໄດ້ແກ່ຫ້ອງ ການ.
ແຫຼ່ງທີ່ມາ: ບຸນປອນ ພັນດາລາ