ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງສະພາບວຽກງານພະລາທິການ

ຮອບດ້ານກຳລັງຫຼວງ-ກຳລັງທ້ອງຖິ່ນທົ່ວກອງທັບ


    ວັນທີ 19 ຕຸລາ 2022 ນີ້, ກອງບັນຊາການທະຫານແຂວງ ຄຳມ່ວນ ໄດ້ຮັບກຽດເປັນເຈົ້າພາບເປີດກອງປະຊຸມສ່ອງແສງສະພາບວຽກງານພະລາທິການ ຮອບດ້ານກຳລັງຫຼວງ-ກຳລັງທ້ອງຖິ່ນທົ່ວກອງທັບ ເຂດພາກກາງ ປະຈຳປີ 2022, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນສູງ ຢ່າທໍ່ຕູ້ ຮອງ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະວິຊາສະເພາະກົມໃຫຍ່ພະລາທິການກອງທັບ, ບັນດາສະຫາຍຫົວໜ້າຫ້ອງພະລາທິການທະຫານແຂວງຄຳ
ມ່ວນ, ສະຫວັນນະເຂດ, ແຂວງບໍລິຄຳໄຊ, ກອງພົນທີ 4, ກອງພັນໃຫຍ່ 644, 642, 621, ໂຮງຮຽນທະຫານຊາຍແດນ 712, ໂຮງຮຽນ 303, ໂຮງໝໍ ບໍລິເວນ 109, ໂຮງໝໍຈຸດສຸມ 119 (ຄັງວຽງ) ແລະ ບັນດາພະແນກການທີ່ຂຶ້ນກັບຫ້ອງພະລາ ທິການທະຫານແຂວງຄຳມ່ວນເຂົ້າຮ່ວມ.

     ໂດຍປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ໂດຍສະເພາະແມ່ນໜ້າທີ່ ທີ່ 3 ວຽກງານຮັບປະກັນຊີ ວິດການເປັນຢູ່ຂອງກອງທັບ ເພື່ອປັບປຸງແບບແຜນ ແລະ ວິທີເຮັດວຽກໃນແຕ່ລະໄລຍະໃຫ້ເຂົ້າສູ່ລະບົບ, ເພື່ອກຳແໜ້ນການເຄື່ອນໄຫວວຽກງານພະລາທິ ການຮອບດ້ານ ໂດຍສະເພາະແມ່ນເລັ່ງໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນທີ່ພັກ ເຮົາໄດ້ກຳນົດໄວ້, ໂອກາດນີ້ ບັນດາສະຫາທີ່ເຂົ້າຮ່ວມກອງປະຊຸມໄດ້ຜັດປ່ຽນກັນຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານພະລາທິການຮອບດ້ານ ປະຈຳ
ປີ 2022 ໂດຍສັງເຂບ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວຽກງານຮັບປະກັນໃນແຕ່ລະດ້ານ ເຊິ່ງໃນນັ້ນມີວຽກຮັບປະກັນກຽມພ້ອມສູ້ຮົບ,ວຽກງານ ຮັບປະກັນຊີວິດການເປັນຢູ່, ວຽກງານກໍ່ສ້າງ ແລະ ຄຸ້ມຄອງຊັບສິນ, ວຽກງານເສນາຮັກ, ວຽກງານນ້ຳມັນເຊື້ອໄຟ, ວຽກງານຂົນສົ່ງ, ວຽກງານຜະລິດກະສິ ກຳ-ກໍ່ສ້າງລາຍຮັບ, ວຽກງານແຜນການ ແລະ ກໍ່ສ້າງກຳລັງວຽກງານຮ່ວມມືກັບຕ່າງປະເທດ, ຈາກນັ້ນ ບັນດາສະຫາຍໃນແຕ່ລະວິຊາສະເພາະຂອງກົມໃຫຍ່ ພະລາທິການກອງທັບ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອພ້ອມກັນແກ້ໄຂຈຸດອອ່ນ, ຂໍ້ຄົງຄ້າງ ທັງນີ້ກໍເພື່ອເຮັດໃຫ້ໜ້າທີ່ວຽກງານ ທາງດ້ານພະລາທິການມີຄວາມໜັກແໜ້ນ ເຂັ້ມແຂງ ຂຶ້ນກວ່າເກົ່າ.

     ໃນຕ້ອນທ້າຍກອງປະຊຸມ ສະຫາຍ ພົນຈັດຕະວາ ບຸນສູງ ຢາທໍ່ຕູ້ ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນກໍໄດ້ຍ້ອງຍໍຊົມເຊີຍຕໍ່ກັບການຈັດຕັ້ງປະຕິບັດໜ້າ ທີ່ວຽກງານຂອງແຕ່ລະກົມກອງໃນໄລຍະຜ່ານມາ ພ້ອມທັງໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ເຂົ້າຮ່ວມໃນຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນຳພາແນວຄິດເປັນສຳຄັນ, ໂດຍສະເພາະແມ່ນພະນັກງານທີ່ເຮັດໜ້າທີ່ພະລາທິການ ຮັບປະກັນໄດ້ທາງດ້ານໜ້າທີ່ວຽກງານ, ພ້ອມກັນປົກປັກຮັກສາ ຄ້າຍຄູ, ພາຫະນະວັດຖຸຕ່າງໆ ເພື່ອໃຫ້ນຳໃຊ້ໄດ້ຍາວນານ, ເອົາໃຈໃສ່ໃນການປູກຝັງ-ລ້ຽງສັດ ໂດຍປະຕິບັດຕາມຄຳຂວັນເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໜູນໃຊ້ທ່າແຮງທີ່ມີໃນກົມກອງຂອງຕົນ, ເພື່ອໃຊ້ເຂົ້າໃນການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ນັບ ມື້ດີຂຶ້ນ.

ແຫຼ່ງທີ່ມາ: ເກດມະນີ ສຸວັນນະລາດ
ວັນທີ 25/10/2022