ສະເຫຼີມສະຫຼອງວັນສ້າງຕັ້ງ ເຫຼົ່າຮົບທະຫານຊາຍແດນຄົບຮອບ 10 ປີ
ພິທີສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບທະຫານຊາຍແດນຄົບຮອບ 10 ປີ (22/10/2012-22/10/2022) ແລະ
ຍ້ອງຍໍກົມກອງລວມໝູ່ທີ່ມີຜົນງານ
ດີເດັ່ນ, ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2022 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ,
ຮອງລັດຖະ
ມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຄະນະນຳກົມໃຫຍ່, ຫ້ອງວ່າການກະຊວງ,
ແຂກຖືກເຊີນຈາກພາກ
ສ່ວນຕ່າງໆ ແລະ ບັນດາກົມກອງເຫຼົ່າຮົບທັງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນເຂົ້າຮ່ວມ.
ໃນພິທີ, ໄດ້ຮັບຊົມວີດີໂອສາລະຄະດີກ່ຽວກັບປະຫວັດມູນເຊື້ອ ແລະ ການເຄື່ອນໄຫວຂອງເຫຼົ່າຮົບທະຫານຊາຍແດນໃນໄລຍະຜ່ານມາ. ຈາກນັ້ນ,
ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ
ໄດ້ສະເໜີບົດລາຍງານການຈັດຕັ້ງປະຕິບັດວຽກ
ງານຄຸ້ມຄອງປ້ອງກັນຊາຍແດນໃນໄລຍະ 10 ປີຜ່ານມາ ແລະ ວິໄສທັດໃນການຄຸ້ມຄອງປ້ອງກັນຊາຍແດນແຕ່ປີ 2022-2030
ຂອງເຫຼົ່າຮົບທະຫານຊາຍ
ແດນ, ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຫຼາຍດ້ານເປັນຕົ້ນແມ່ນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງປ້ອງກັນຊາຍແດນ, ວຽກງານປັບປຸງກໍ່ສ້າງ
ກຳລັງປ້ອງກັນຊາຍແດນ, ວຽກງານກໍ່ສ້າງພື້ນຖານໂຄງລ່າງສຳນັກງານກອງຮ້ອຍ, ປ້ອມ ແລະ ການເພີ່ມພູນຜະລິດຜົນ, ວຽກງານເຕັກນິກ ແລະ
ວຽກງານ
ການພົວພັນຕ່າງປະເທດໃນໄລຍະ 10 ປີ ຜ່ານມາ. ໂດຍສັງລວມແລ້ວ ອັນພື້ນຖານໄດ້ເຮັດໃຫ້ສະພາບບໍລິເວນຊາຍແດນມີຄວາມສະຫງົບ, ມີສະຖຽນລະ
ພາບທາງດ້ານການເມືອງ, ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າຢູ່ລຽບຕາມບໍລິເວນຊາຍແດນ, ມີຄວາມເຊື່ອໝັ້ນ ແລະ ຈົງຮັກພັກດີຕໍ່ພັກ,
ຕໍ່ປະເທດຊາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາ ແລະ ຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຮັກສາຄວາມສະຫງົບຮຽບຮ້ອຍຢູ່
ບໍລິເວນຊາຍແດນ, ມີການໄປ-ມາ, ຊື້-ຂາຍຮ່ວມກັນຕາມລະບຽບການຊາຍແດນທີ່ໄດ້ກຳນົດໄວ້,
ການພັດທະນາເສດຖະກິດຊາຍແດນໄດ້ຮັບການຈັດຕັ້ງ
ປະຕິບັດເປັນຮູບປະທຳຫຼາຍຂຶ້ນ. ຈາກນັ້ນ, ສະຫາຍ ພັນເອກ ວັນນະວົງ ນັນທະວົງ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ,
ໄດ້ຜ່ານຂໍ້ຕົກລົງ
ຂອງກະຊວງປ້ອງກັນປະເທດ
ວ່າດ້ວຍການປະດັບຫຼຽນໄຊພິລະອາດຫານໃຫ້ກົມກອງລວມໝູ່ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານ
ປ້ອງກັນຊາຍແດນໄລຍະ 10 ປີຜ່ານມາ. ໃນນີ້, ໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ I ໃຫ້ກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບ ແລະ
ປະ
ດັບຫຼຽນໄຊພິລະອາດຫານຊັ້ນ III ໃຫ້ກົມກອງລວມໝູ່ທັງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນຈຳນວນ 141 ກົມກອງ ໂດຍການຂຶ້ນປະດັບຂອງ ສະຫາຍ
ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ.
ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ມີຄຳເຫັນສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດດ້ານຕ່າງໆທີ່ເຫຼົ່າຮົບທະຫານຊາຍແດນ ຍາດມາໄດ້ໃນໄລຍະ 10 ປີຜ່ານມາ, ພ້ອມທັງເນັ້ນໜັກໃຫ້ເຫຼົ່າຮົບທະຫານຊາຍແດນສຸມໃສ່ປັບປຸງກໍ່ສ້າງກຳລັງໃນທຸກດ້ານໃຫ້ມີຄຸນນະພາບ ແລະ ມີການ ຫັນປ່ຽນຢ່າງແທ້ຈິງ, ປັບປຸງກໍ່ສ້າງພັກ-ພະນັກງານຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບສູງ, ເພີ່ມທະວີໃນການກຽມພ້ອມສູ້ຮົບໃນທຸກພາວະ ສຸມ ໃສ່ການຄຸ້ມຄອງກຳລັງພົນ, ຍົກສູງປະສິດທິພາບໃນການອົບຮົມ-ຫັດແອບການທະຫານ ແລະ ວິຊາສະເພາະຂອງເຫຼົ່າຮົບໃຫ້ມີຄວາມຊຳນານຄ່ອງແຄ້ວ ເພື່ອກຽມພ້ອມເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະເທດຊາດມອບໝາຍໃຫ້, ກົມທະຫານຊາຍແດນໃນນາມເປັນເສນາທິການໃຫ້ແກ່ກະຊວງ ປ້ອງກັນປະເທດ ຈົ່ງເອົາໃຈໃສ່ຊີ້ນຳກົມກອງເຫຼົ່າຮົບຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມພາລະບົດບາດໃຫ້ໄດ້ຮັບໝາກຜົນສູງ, ເດັດດ່ຽວແກ້ໄຂປາກົດການ ຫຍໍ້ທໍ້ໃນກົມກອງເຫຼົ່າຮົບໃຫ້ໝົດໄປເທື່ອລະກ້າວ, ຕັ້ງໜ້າແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ມີການຮັບປະກັນດີ, ປະຕິບັດຢ່າງຖືກຕ້ອງ ແນວທາງການຕ່າງປະເທດຂອງພັກ ແລະ ເສີມຂະຫຍາຍການພົວພັນຮ່ວມມືກັບຕ່າງປະເທດໃຫ້ມີໝາກຜົນຕົວຈິງ.
ແຫຼ່ງທີ່ມາ: ເພັດ ສົມນໍວັນ
ວັນທີ 24/10/2022