
ກອງປະຊຸມໃຫຍ່ຜູ້ແທນກຳມະບານທົ່ວກອງທັບ ຄັ້ງທີ VI ສຳເລັດດ້ວຍໝາກຜົນອັນຈົບງາມ

ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ກອງປະຊຸມໃຫຍ່ຜູ້ແທນກຳມະບານ ທົ່ວກອງທັບ ຄັ້ງທີ VI ໄດ້ໄຂຂຶ້ນ ແລະ ສຳເລັດ ລົງຢ່າງຈົບງາມ ໃນວັນທີ 30 ກໍລະກົດ 2025 ນີ້,
ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງ
ມະຫາຊົນ ກະຊວງປ້ອງກັນປະເທດ, ມີ ສະຫາຍ ນາງ ອາລິຍາວັນ ອັກຄະວົງ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານ
ລາວ, ມີບັນດາຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ, ມີບັນດາພະນັກງານ
ອາວຸໂສບຳນານ, ແຂກຮັບເຊີນທີ່ມາຈາກ ສູນກາງສະຫະພັນກໍາມະບານລາວ, ປະທານສະຫະພັນກໍາມະບານບັນດາກະຊວງ, ບໍລິສັດ ລັດວິສາ
ຫະກິດ, ໂຮງຈັກ, ໂຮງງານ, ກົມກອງຜະລິດ ແລະ ຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ພາຍຫຼັງ ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ກໍາມະການຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ຫົວໜ້າຫ້ອງການ
ກຳມະບານກອງທັບ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ສະຫາຍ ພັນເອກ ໄຊຊະນະ ທຳມະສອນ ຮອງຫົວໜ້າຫ້ອງການກຳມະບານ
ກອງທັບ ໄດ້ຜ່ານບົດລາຍງານການເມືອງ ທັງ 2 ພາກ ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ແທນ ກຳມະ
ບານທົ່ວກອງທັບ ຄັ້ງທີ V ໃນໄລຍະ 5 ປີຜ່ານມາ, ອົງການຈັດຕັ້ງກໍາມະບານແຕ່ລະຂັ້ນໃນກອງທັບ ໄດ້ເອົາໃຈໃສ່ໃນການນຳພາ-ຊີ້ນໍາ ສຶກສາ
ອົບຮົມການເມືອງ-ແນວຄິດຢ່າງເປັນປົກກະຕິ ດ້ວຍຫຼາຍເນື້ອໃນ, ຫຼາຍວິທີ ເຮັດຢ່າງມີຈຸດສຸມ, ຖືກກັບແຕ່ລະເປົ້າໝາຍ ແລະ ສອດຫ້ອຍເຂົ້າ
ໃນທຸກຂົງເຂດວຽກງານວິຊາ ສະເພາະ, ຊຸກຍູ້ພະນັກງານສະມາຊິກກຳມະບານ-ກຳມະກອນຄົ້ນຄວ້າຮໍ່າຮຽນ, ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະ
ຫຍາຍມະຕິ, ຄໍາສັ່ງ ຂອງພັກ-ລັດ ແລະ ຂອງກອງທັບ ກໍຄືມະຕິ ຂອງສະຫະພັນກຳມະບານລາວໃນທົ່ວປະເທດ ເຮັດໃຫ້ຖັນແຖວພະນັກງານ,
ສະມາຊິກກໍາມະບານ-ກຳມະກອນ ມີຄວາມສະຫງົບອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນ ແລະ ເປັນເອກະພາບສູງ ຕໍ່ການນໍາພາຂອງພັກ-ລັດ,
ມີຄວາມໜັກແໜ້ນຕໍ່ອຸດົມການປະຕິວັດ, ມີຄວາມຕັ້ງຕໍ່ບໍລິສຸດຕໍ່ພັກ, ມີມານະຈິດປະຕິວັດບຸກ, ມີຄວາມຫ້າວຫັນຂະຫຍັນພຽນ, ສະຕິເຄົາລົບ
ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ, ຂອງກຳມະບານ ເຊິ່ງໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ ຕິດພັນກັບການປັບປຸງການ
ຈັດຕັ້ງກຳມະບານ ໃຫ້ເຕີບໃຫຍ່ເຂັ້ມແຂງ ໂດຍການຖືເອົາການດໍາເນີນຊິວິດການເມືອງ ຂອງກຳມະບານເປັນບ່ອນສຶກສາອົບຮົມ ອັນພົ້ນເດັ່ນ
ແມ່ນໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສູນການສະຫະພັນກຳມະບານລາວ ຕິດພັນກັບຂະບວນ
ແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ຂົງເຂດວຽກງານກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂ, ໜັກແໜ້ນ. ປັດຈຸບັນການຈັດຕັ້ງກຳມະບານໃນ
ທົ່ວກອງທັບ ມີ 12 ສະຫະພັນ, ມີກຳມະບານຮາກຖານ 76 ຮາກຖານ, ມີສະມາຊິກກຳມະບານ ທັງໝົດ 3.372 ສະຫາຍ, ຍິງ 1.529 ສະ
ຫາຍ. ພ້ອມນີ້, ຍັງໄດ້ຕັ້ງໜ້າຂະຫຍາຍກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ປັດຈຸບັນມີສະມາຊິກກອງທຶນ 2.329 ຄົນ, ມີເງິນໝູນວຽນທັງ
ໝົດ 1.176.218.500 ກີບ. ສ່ວນວຽກງານພົວພັນຕ່າງປະເທດ ອົງການກຳມະບານແຕ່ລະຂັ້ນ ໄດ້ເຄື່ອນໄຫວຕາມແນວທາງການຕ່າງປະເທດ
ຂອງພັກ-ລັດ, ພົວພັນຮ່ວມມື, ແລກປ່ຽນບົດຮຽນກັບເພື່ອນມິດຍຸດທະສາດ ສສ ຫວຽດນາມ, ສປ ຈີນ ແລະ ວຽກງານດ້ານອື່ນໆ ກໍສຳເລັດ
ຕາມແຜນການ. ຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ຜັດປ່ຽນກັນປະກອບຄຳເຫັນຢ່າງກົງໄປກົງມາ ແລະ ມີບັນຍາກາດສ້າງສັນ. ກອງປະຊຸມ ຍັງ
ໄດ້ຈັດຕັ້ງຍ້ອງຍໍກົມກອງລວມໝູ່ ແລະ ບຸກຄົນຜູ້ທີ່ມີຜົນງານດີເດັ່ນໃນ ໄລຍະ 5 ປີຜ່ານມາ ແລະ ມອບໃບຢັ້ງຢືນຜົນງານ 5 ເປັນເຈົ້າ ໃຫ້ສະ
ຫະພັນກຳມະບານກະຊວງປ້ອງກັນປະເທດ ແລະ ມອບ-ຮັບທຸງໄຊ ແລະ ຫຼຽນກາສູງສຸດ ຂອງສູນກາງສະຫະພັນກໍາມະບານລາວ ໃຫ້ຄະນະ
ນຳກະຊວງປ້ອງກັນປະເທດ ຈຳນວນ 10 ສະຫາຍ, ມອບໃຫ້ກົມກອງລວມໝູ່ 12 ສະຫະພັນ, 36 ຮາກຖານ ແລະ ບຸກຄົນ 368 ສະຫາຍ,
ໃບຍໍຍ້ອງ 2.298 ສະຫາຍ ເຊິ່ງຕາງໜ້າມອບທຸງໄຊ ແລະ ປະດັບຫຼຽນກາ ໂດຍສະຫາຍ ນາງ ອາລິຍາວັນ ອັກຄະວົງ ຢ່າງສົມກຽດ.
ໂອກາດດັ່ງກ່າວ, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ເນັ້ນໜັກ ໃຫ້ຄະນະສະຫະພັນກໍາມະບານແຕ່ລະຂັ້ນ ເພີ່ມທະວີວຽກງານສຶກ
ສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃນກອງທັບ ດ້ວຍຫຼາຍຮູບການ, ຫຼາຍວິທີ
ການໃຫ້ສອດຄ່ອງ ກັບແຕ່ລະເປົ້າໝາຍ, ເໝາະສົມກັບລະດັບຄວາມຮູ້ ແລະ ເງື່ອນໄຂຕົວຈິງ, ປຸກລະດົມນ້ຳໃຈຮັກຊາດ, ຮັກການອອກ ແຮງ
ງານ; ເຊື່ອໝັ້ນຕໍ່ການນຳພາຂອງພັກ, ການຄຸ້ມຄອງຂອງລັດ, ມີສະຕິ ເຄົາລົບກົດໝາຍ ແລະ ລະບຽບ ວິໄນໃນການອອກແຮງງານ, ກ້າເຮັດ, ກ້າ
ຮັບຜິດຊອບ, ມີຄວາມດຸໝັ່ນຂະຫຍັນພຽນ, ສັດຊື່, ປະຢັດອົດທົນ, ມີຄວາມສາມັກຄີເອື້ອເຝື້ອເພື່ອແຜ່ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຕັ້ງ
ໜ້າບຸກບືນຍົກລະດັບຄວາມຮູ້, ຄວາມສາມາດຂອງຕົນໃຫ້ສູງຂຶ້ນ ເພື່ອໃຫ້ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ.
ພ້ອມກັນນັ້ນ, ກໍຕ້ອງຕີຖອຍປະກົດການຫຍໍ້ທໍ້ໃນສັງຄົມ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງພວກກຸ່ມຄົນບໍ່ດີທີ່ຫວັງຈະມ້າງເພທໍາລາຍປະເທດ
ຊາດ ແບ່ງແຍກຄວາມສາມັກຄີພາຍໃນ, ສຸມໃສ່ພັດທະນາພະນັກງານ, ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃນກອງທັບ
ໃຫ້ກາຍເປັນກໍາລັງຜະລິດທີ່ມີຄຸນນະພາບສູງ, ມີລະດັບວິທະຍາສາດເຕັກນິກທີ່ທັນສະໄໝ, ມີລະບຽບວິໄນໃນການອອກແຮງງານ, ມີຄຸນທາດ
ການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ກາຍເປັນພະນັກງານ, ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ທີ່ສົມຄູ່
ກັບການຫັນເປັນອຸດສາຫະກໍາ ແລະ ສ້າງກອງທັບໃຫ້ກາຍເປັນກອງທັບ ທີ່ມີແບບແຜນ ແລະ ທັນສະໄໝ.
ແຫຼ່ງຂ່າວໂດຍ ຈິດ ເພັດພູທອງ
ວັນທີ 31/07/2025