ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດຊຸດອົບຮົມ ວຽກງານວິຊາສະເພາະ ຂອງຊ່ຽວຊານຫໍສະໝຸດ
ກອງທັບປະຊາຊົນຫວຽດນາມ ໃຫ້ແກ່ພະນັກງານຫໍສະໝຸດ ກອງທັບປະຊາຊົນລາວ


ພິທີ ມອບ-ຮັບ ໃບຍັ້ງຍືນການເຝິກອົບຮົມວຽກງານວິຊາສະເພາະ ໃຫ້ແກ່ພະນັກງານຫໍສະໝຸດກອງທັບປະຊາຊົນລາວ ວັນທີ 29 ມິຖຸນາ 2026

    ວັນທີ 29 ມິຖຸນາ 2026 ນີ້, ທີ່ຫໍສະໝຸດກອງທັບ ໄດ້ຈັດພິທີ ປິດຊຸດອົບຮົມວຽກງານວິຊາສະເພາະ ຂອງຊ່ຽວຊານຫໍສະໝຸດ ກອງທັບ
ປະຊາຊົນຫວຽດນາມ ໃຫ້ແກ່ພະນັກງານຫໍສະໝຸດ ກອງທັບປະຊາຊົນລາວ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແກ້ວສຸວັນ
ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພັນໂທ ນາງ ຟານ ທິ ຮ່າ ຊວຽນ ຫົວໜ້າພະແນກບໍລິ
ການອ່ານ-ຢືມ ພ້ອມດ້ວຍຄະນະຊ່ຽວຊານຫໍສະໝຸດກອງທັບ ແຫ່ງ ສສ ຫວຽດນາມ, ມີຄະນະອຳນວຍການຫໍສະໝຸດກອງທັບປະຊາຊົນລາວ,
ຄະນະຮັບຜິດຊອບ, ຕະຫຼອດຮອດບັນດາແຂກຮັບເຊີນ ແລະ ນັກເຝິກອົບຮົມເຂົ້າຮ່ວມຢ່າງພ້ອມພຽງ.

     ໃນພິທີ, ສະຫາຍ ພັນໂທ ສະຫວຽງ ຈັນທະວົງ ຮອງອຳນວຍການຫໍສະໝຸດກອງທັບ ໄດ້ຂຶ້ນຜ່ານບົດສະຫຼຸບການເຝິກອົບຮົມໃນຄັ້ງນີ້ ສະ
ຫາຍໄດ້ຍົກໃຫ້ເຫັນໝາກຜົນ ແລະ ເນື້ອໃນສຳຄັນທີ່ນໍາມາເຝິກອົບຮົມ ເປັນຕົ້ນແມ່ນ: ການປັບປຸງໂປຣແກຣມຄຸ້ມຄອງຫ້ອງສະໝຸດດ້ວຍລະ
ບົບວິນາລິບ (Vinalib), ການຕິດຕັ້ງ ແລະ ນໍາໃຊ້ໂປຣແກຣມໃໝ່ ບີລິບ (Blib), ການຮຽນຮູ້ກ່ຽວກັບວຽກງານບໍລິການຫໍສະໝຸດ ແລະ ວິທີ
ການໂຄສະນາແນະນໍາປຶ້ມ. ຊຸດອົບຮົມຄັ້ງນີ້ ມີນັກເຝິກອົບຮົມເຂົ້າຮ່ວມທັງໝົດ 26 ສະຫາຍ ຈາກ 09 ພາກສ່ວນ, ໃນນີ້ ມີພະນັກງານຫໍສະ
ໝຸດກອງທັບປະຊາຊົນລາວ 10 ສະຫາຍ. ຜ່ານການປະເມີນຜົນຕີລາຄາເຫັນວ່າ: ການກະກຽມຄວາມພ້ອມດ້ານຕ່າງໆ ແລະ ວັດຖຸອຸປະກອນ
ຮັບໃຊ້ການຮຽນ-ການສອນ ແມ່ນມີຄວາມຄົບຖ້ວນ; ຄະນະຄູ-ອາຈານຊ່ຽວຊານ ທີ່ມາສິດສອນແມ່ນມີຄວາມຮູ້ ແລະ ປະສົບການສູງ, ມີ
ຄວາມເອົາໃຈໃສ່ຖ່າຍທອດຄວາມຮູ້ໃຫ້ແກ່ນັກຮຽນຢ່າງສຸດກົກສຸດປາຍ; ສ່ວນນັກເຝິກອົບຮົມ ກໍມີຄວາມຕັ້ງໜ້າຮ່ຳຮຽນ, ຕັ້ງຄຳຖາມເຈາະຈີ້ມ
ໃນຈຸດທີ່ບໍ່ທັນເຂົ້າໃຈ, ພ້ອມທັງປະຕິບັດລະບຽບວິໄນການຂຶ້ນຫ້ອງໄດ້ເປັນຢ່າງດີ, ຮັບປະກັນຄຸນນະພາບໄດ້ 100%.

     ໂອກາດນີ້, ສະຫາຍ ພັນໂທ ນາງ ຟານ ທິ ຮ່າ ຊວຽນ ໄດ້ມີຄຳເຫັນຕໍ່ບັ້ນອົບຮົມ ໂດຍສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມ
ພະຍາຍາມຢ່າງຕັ້ງໜ້າຂອງຄະນະຮັບຜິດຊອບ ກໍຄືນັກເຝິກອົບຮົມທຸກສະຫາຍ ທີ່ໄດ້ຮ່ວມແຮງຮ່ວມໃຈກັນເຮັດໃຫ້ຊຸດອົບຮົມຄັ້ງນີ້ ສຳເລັດ
ຜົນຕາມຄາດໝາຍທີ່ວາງໄວ້. ພ້ອມນີ້, ສະຫາຍຍັງໄດ້ເນັ້ນໜັກໃຫ້ນັກເຝິກອົບຮົມທຸກສະຫາຍ ຈົ່ງນຳເອົາຄວາມຮູ້, ບົດຮຽນ ແລະ ເຕັກໂນໂລ
ຊີໃໝ່ໆ ທີ່ໄດ້ຖອດຖອນໄດ້ໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ຢູ່ຫໍສະໝຸດກອງທັບປະຊາຊົນລາວ ໃຫ້ເກີດດອກ
ອອກຜົນ ແລະ ມີປະສິດທິພາບສູງສຸດ, ເພື່ອແນໃສ່ຫັນປ່ຽນວຽກງານຫໍສະໝຸດກອງທັບລາວ ກ້າວສູ່ຄວາມທັນສະໄໝ, ທັງເປັນການຮັດແໜ້ນ
ຄວາມສາມັກຄີຮັກແພງແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງກອງທັບ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດ
ໄປ. ຕອນທ້າຍ, ຍັງໄດ້ມີການມອບ-ຮັບ ໃບຍັ້ງຍືນການເຝິກອົບຮົມວຽກງານວິຊາສະເພາະ ໃຫ້ແກ່ພະນັກງານຫໍສະໝຸດກອງທັບປະຊາຊົນລາວ
ທີ່ສຳເລັດການອົບຮົມໃນຄັ້ງນີ້ຢ່າງສົມກຽດ.

ແຫຼ່ງຂ່າວໂດຍ ໄພລິນ ບຸນຍັງ
ວັນທີ 30/06/2026