
ກົມໃຫຍ່ພະລາທິການກອງທັບ ປະກາດໃຫ້ນາຍທະຫານພັກການກຽມເຂົ້າຮັບບໍານານ

ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ,
ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ເປັນປະທານກອງປະຊຸມ ຄັ້ງວັນທີ 28/04/2026
ວັນທີ 28 ເມສາ 2026 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ປະກາດການລຸລ່ວງໃຫ້ນາຍທະຫານຂັ້ນນໍາພາ-ບັນຊາ ພັກການເພື່ອ
ກຽມເຂົ້າຮັບບໍານານ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະປະຈຳພັກກະຊວງປ້ອງກັນ
ປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກົມກອງ, ພະແນການ ແລະ ນາຍທະ
ຫານຜູ້ທີ່ໄດ້ຮັບການປະກາດພັກການກຽມເຂົ້າຮັບບໍານານ ເຂົ້າຮ່ວມ.
ສະຫາຍ ພັນເອກ ປອ ພົງສະໄໝ ຫຸນນະຈໍາປາ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງກະຊວງ
ປ້ອງກັນປະເທດ ແລະ ຂໍ້ຕົກລົງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກົມໃຫຍ່ພະລາທິການກອງທັບ ພັກ
ການເພື່ອກຽມເຂົ້າຮັບບໍານານ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ອີງຕາມ ການສະເໜີຂອງກົມໃຫຍ່ພະລາທິການກອງ
ທັບ ອີງຕາມ ການຄົ້ນຄວ້າ ແລະ ນໍາສະເໜີຂອງກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ ຕົກລົງອະນຸມັດໃຫ້ ພັນໂທ ບົວຄໍາ
ພົມມາໄຊ ຮອງຫົວໜ້າສະຖາບັນ ຮັບຜິດຊອບວຽກງານການຜະລິດ-ທຸລະກິດ ແລະ ການບໍລິການປິ່ນປົວສະຖາບັນການຢາ-ການແພດພື້ນ
ເມືອງກອງທັບ ພັກການ ເພື່ອກຽມເຂົ້າຮັບເບ້ຍບໍານານ, ກົມໃຫຍ່ການເມືອງກອງທັບ ຕົກລົງອະນຸມັດໃຫ້ ສະຫາຍ ພັນໂທ ບຸນປອນ ບຸດ
ຂັນທອງ ຫົວໜ້າພະແນກກຳມະບານຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ພັກການເພື່ອກຽມເຂົ້າຮັບບຳນານ, ສະຫາຍ ພັນໂທ
ກອບແກ້ວ ເຂັມວົງສາ ຫົວໜ້າພະແນກເຕັກນິກຂົນສົ່ງກົມຂົນສົ່ງ ກົມໃຫຍ່ພະລາທິການ ພັກການເພື່ອກຽມເຂົ້າຮັບເບ້ຍບຳນານ ແລະ ສະ
ຫາຍ ພັນໂທ ສີນວນ ນະຊຽງຄໍາ ຫົວໜ້າພະແນກພະລາທິການໂຮງງານຕັດຫຍິບກອງທັບ ພັກການເພື່ອກຽມເຂົ້າຮັບເບ້ຍບຳນານ.
ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 30/04/2026