ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມຄຸ້ມຄອງລົດ-ເຮືອ ກົມໃຫຍ່ເຕັກນິກກອງທັບ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2025


ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ເປັນປະທານກອງປະຊຸມ ຄັ້ງວັນທີ 29/01/2026

    ວັນທີ 29 ມັງກອນ 2026 ນີ້, ກົມຄຸ້ມຄອງລົດ-ເຮືອ ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ
2025 ແລະ ທິດທາງແຜນການປີ 2026, ໂດຍການເປັນປະທານຂອງສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫຍ່ເຕັກນິກກອງທັບ,
ມີສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ສະຫາຍ ພັນເອກ ອານຸສອນ ຈະເລີນພົນມີໄຊ ຫົວໜ້າ
ກົມຄຸ້ມຄອງລົດ-ເຮືອ ພ້ອມດ້ວຍຄະນະ, ມີຄະພັກ-ຄະນະບັນຊາກົມກອງຂຶ້ນກັບ, ບໍລິສັດ, ບັນດາພະແນກການ ຕະຫຼອດຮອດພະນັກງານ-ນັກ
ຮົບ ທົ່ວກົມຄຸ້ມຄອງລົດ-ເຮືອ ເຂົ້າຮ່ວມ.

     ສະຫາຍ ພັນເອກ ອານຸສອນ ຈະເລີນພົນມີໄຊ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈຳປີ 2025 ແລະ ບັນດາໜ້າວຽກທີ່ຈະສຸມໃສ່
ປີ 2026 ໂດຍໃຫ້ຮູ້ວ່າ: ໃນໄລຍະຜ່ານມາໄດ້ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບ ຢູ່ພາຍໃນອົງການກົມກອງ ແລະ ບັນດາ
ກົມກອງຂຶ້ນກັບ ໃຫ້ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ເຂັ້ມແຂງ ທາງດ້ານການຈັດຕັ້ງ ໄປພ້ອມກັນກັບການປະຕິບັດໜ້າທີ່ວຽກງານ
ວິຊາສະເພາະຢ່າງຕໍ່ເນື່ອງ ເຮັດໃຫ້ກົມກອງມີຄວາມສະຫງົບເຂັ້ມແຂງໜັກແໜ້ນຕາມແນວທາງນະໂຍບາຍຂອງພັກ, ສຳລັບວຽກງານຄຸ້ມຄອງ-ນຳ
ໃຊ້ພາຫະນະເຕັກນິກ ໄດ້ຮັບລົດເຂົ້າສາງ ຈຳນວນ 118 ຄັນ, ລົດໃໝ່ 70 ຄັນ, ລົດມືສອງ 84 ຄັນ, ຈ່າຍລົດ 145 ຄັນ, ລົດໃໝ່ 83 ຄັນ, ລົດມື
ສອງ 11 ຄັນ, ລົດໃຫ້ກົມກອງຢືມ 51 ຄັນ, ອອກປື້ມຕິດຕາມ, ຂຶ້ນທະບຽນໃໝ່ ແລະ ຜະລິດປ້າຍທະບຽນ ຈຳນວນ 90 ຊຸດ, ຕໍ່ທະບຽນ 482
ຊຸດ, ບົວລະບັດເກັບມ້ຽນລົດໄລຍະຍາວຢູ່ບັນດາສາງ ໄດ້ 23 ຄັນ, ອຸ່ນຈັກລົດໄດ້ 545 ເທື່ອຄັນ, ສຳລັບເຮືອທີ່ກະຊວງປະກອບໃຫ້ມີ 50 ລຳ,
ຮັບເຄື່ອງອາໄຫຼ່ທຸກຊະນິດເຂົ້າສາງ ຈາກບໍລິສັດ FMB ປີ 2025 ຈຳນວນ 436 ລາຍການ, ຮັບຢາງລົດທຸກຊະນິດ 1.298 ຊຸດ, ຮັບໝໍ້ໄຟທຸກ
ຊະນິດ 815 ໜ່ວຍ, ຮັບນໍ້າກົດ 410 ແກັດ, ຮັບເຄື່ອງມືສ້ອມແປງ 87 ລາຍການ, ຈ່າຍເຄື່ອງອາໄຫຼ່, ຢາງລົດ ແລະ ໝໍ້ໄຟທຸກຊະນິດ ໃຫ້ບັນດາ
ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ຈຳນວນ 2.845 ລາຍການ, ຈ່າຍນໍ້າກົດ 12.043 ແກັດ, ນຳລົດເຂົ້າສ້ອມແປງຢູ່ບໍລິສັດ FMB ທັງໝົດ 587
ຄັນ, ສຳເລັດ 555 ຄັນ, ສ້ອມແປງເບົາ 467 ຄັນ, ສ້ອມແປງກາງ 107 ຄັນ, ສ້ອມແປງໜັກ 13 ຄັນ, ສືບຕໍ່ສ້ອມແປງ 32 ຄັນ, ນຳລົດເຂົ້າສ້ອມ
ແປງຢູ່ບັນດາໂຮງງານທັງໝົດ 79 ຄັນ, ສຳເລັດ 75 ຄັນ, ສ້ອມແປງເບົາ 07 ຄັນ, ກາງ 05 ຄັນ, ໜັກ 67 ຄັນ, ສືບຕໍ່ສ້ອມແປງ 04 ຄັນ, ຄຽງ
ຄູ່ກັບການເຮັດວຽກງານວິຊາສະເພາະນັ້ນພະນັກງານ-ນັກຮົບ ຢູ່ໃນກົມກອງຍັງໄດ້ສ້າງພະລາທິການກັບທີ່ ໂດຍອິງໃສ່ທິດນຳທີ່ວ່າ ເພີ່ງຕົນເອງ,
ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ກົມຄຸ້ມຄອງມີໜອງປາ ຈຳນວນ 01 ໜອງ, ປ່ອຍປາ ຈຳນວນ 153 ກິໂລ ເພື່ອປັບປຸງແກ້
ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ໃຫ້ດີຂຶ້ນເທື່ອລະກ້າວ, ໃນກອງປະຊຸມ ບັນດາຜູ້ແທນໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນໃສ່ບົດ
ສະຫຼຸບວຽກງານຮອບດ້ານ ປະຈຳປີ 2025 ແລະ ທິດທາງແຜນການປີ 2026 ຢ່າງກົງໄປກົງມາ ໂດຍມີລັກສະນະສົ່ງເສີມດ້ານດີ ແລະ ແກ້ໄຂ
ບັນດາຂໍ້ຄົງຄ້າງ ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າໄດ້ຮັບໝາກຜົນ ແລະ ເກີດປະໂຫຍດສູງສຸດ.

     ໂອກາດນີ້, ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດທີ່ກົມກອງຍາດມາໄດ້ໃນໄລຍະ
ຜ່ານມາ, ພ້ອມທັງເນັ້ນໜັກໃຫ້ບັນດາສະຫາຍ ຈົ່ງພ້ອມກັນສືບຕໍ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ເປັນເຈົ້າການສຶກ
ສາອົບຮົມການເມືອງ - ແນວຄິດໃຫ້ພະນັກງານສະມາຊິກພັກ - ນັກຮົບແຕ່ລະຂັ້ນໃຫ້ໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງ
ດ້ານການຈັດຕັ້ງ, ມືອາຊີບທາງດ້ານວິຊາສະເພາະ ແລະ ມີຄຸນສົມ ບັດສິນທຳປະຕິວັດ, ເອົາໃຈໃສ່ປັບປຸງຂະຫຍາຍກົມກອງໃຫ້ມີຄຸນນະພາບ,
ປະຕິບັດລະບອບສ່ອງແສງລາຍງານໃຫ້ຖືກຕ້ອງ, ຊັດເຈນ, ໃຫ້ທັນເວລາ, ປະຕິບັດຕາມມະຕິຄຳສັ່ງຂອງພັກ, ຈຳແນກມິດ - ສັດຕູຢ່າງຈະແຈ້ງ,
ເພີ່ມທະວີຄວາມສາມັກຄີເປັນເອກກະພາບໃຫ້ໜັກແໜ້ນ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງງານໃຫ້ບຸກ
ຄົນຮັບຜິດຊອບຢ່າງຈະແຈ້ງ, ມີແບບແຜນວິທີເຮັດວຽກທີທັນສະໄໝ, ສືບຕໍ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນທີ່ໄດ້ຮັບການມອບໝາຍຈາກ
ການຈັດຕັ້ງຂັ້ນເທິງໃຫ້ສຳເລັດຕາມແຜນການ.

ແຫຼ່ງຂ່າວໂດຍ ຄຳສອນ ພົມໄຊຍາ
ວັນທີ 30/01/2026