ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳເລັດກອງປະຊຸມຖອດຖອນບົດຮຽນ ທົ່ວເຫຼົ່າຮົບລົດຕັງ-ຍານເກາະ
 ໄລຍະ 5 ປີ ຄັ້ງທີ VII


ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ​ໃນ ວັນທີ 28 ຕຸລາ 2026

     ກອງປະຊຸມຖອດຖອນບົດຮຽນທົ່ວເຫຼົ່າຮົບລົດຕັງ-ຍານເກາະ ໄລຍະ 5 ປີ ຄັ້ງທີ VII ໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມ ໃນວັນທີ 28 ຕຸລາ 2026 ນີ້,
ພາຍຫຼັງດຳເນີນມາເປັນເວລາ 2 ວັນ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-
ຄະນະບັນຊາ ກົມ, ກອງ, ແຂກຖືກເຊີນ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຮັກສາການ ຫົວໜ້າກົມລົດຕັງ-ຍານເກາະ ໄດ້ລາຍງານຜົນ ຂອງກອງປະຊຸມໂດຍຫຍໍ້, ເຊິ່ງໃນວາລະດຳເນີນກອງປະຊຸມ
ໄດ້ພ້ອມກັນຕີລາຄາຄືນ ຜົນງານໂດຍລວມ, ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ລວມເຖິງທິດທາງແຜນການໃນ 5 ປີຕໍ່ໜ້າ. ພ້ອມນັ້ນ, ຜູ້ແທນກອງປະຊຸມ ໄດ້ຜັດ
ປ່ຽນກັນຂຶ້ນປະ ກອບຄຳເຫັນ ເຊິ່ງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ການຈັດຕັ້ງບັນດາຂໍ້ກົດນົດ, ກົດລະບຽບ ຂອງ
ກອງທັບວາງອອກ ຕິດພັນກັບການກໍ່ສ້າງພັກ-ພະນັກງານ, ການອົບຮົບ-ຫັດແອບ ກໍຄືການປົກປັກຮັກສາ, ບົວລະບັດພາຫະນະ-ອາວຸດ, ສາງຄັງຕ່າງໆ ເພື່ອຮັບປະ
ກັນໃຫ້ແກ່
ການກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວສູ້ຮົບຕະຫຼອດໄລະຍະ 5 ປີຜ່ານມາ. ຈາກນັ້ນ, ສະຫາຍພັນໂທ ອຸດົມໄຊ ແກ້ວບົວທອງ ຮອງຫົວໜ້າຫ້ອງການ
ເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະດັບຫຼຽນໄຊພິລາອາດຫານ ແລະ ໃບຍ້ອງຍໍ ກະຊວງປ້ອງ
ກັນປະເທດ ໃຫ້ແກ່ກົມກອງລວມໝູ່ ຂອງເຫຼົ່າຮົບລົດຕັງ-ຍານເກາະ ທີ່ມີຜົນງານດີເດັ່ນໃນໄລຍະ 5 ປີ ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງປະດັບຫຼຽນໄຊ
ພິລາອາດຫານ ຊັ້ນ II ໃຫ້ກົມກອງລວມໝູ່ 6 ກົມກອງ ແລະ ປະດັບຫຼຽນໄຊ ພິລາອາດຫານ ຊັ້ນ III ໃຫ້ກົມກອງລວມໝູ່ 23 ກົມກອງ ແລະ ໃບຍ້ອງຍໍກະ
ຊວງປ້ອງກັນປະເທດ 13 ກົມກອງ. ໃນກອງປະຊຸມ ຍັງໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນ ແລະ ສຳຜັດມືຮັບຮອງເອົາເນື້ອໃນ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດ
ຜົນເປັນຈິງ.

     ໂອກາດນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ກົມລົດຕັງ-ຍານເກາະ ສ້າງມາໄດ້ໃນໄລຍະຜ່ານມາ ແລະ
ເໜັ້ນໜັກໃຫ້ແຕ່ລະກົມກອງ ສືບຕໍ່ຍົກສູງຄວາມຮັບຜິດຕໍ່ໜ້າທີ່ການເມືອງຂອງຕົນ ເພື່ອເຮັດສໍາເລັດຕາມການມອບໝາຍ ຂອງຂັ້ນເທິງ ແລະ ກ່າວປິດກອງປະ
ຊຸມຢ່າງເປັນທາງການ.

ແຫຼ່ງຂ່າວໂດຍ ຈິດ ເພັດພູທອງ
ວັນທີ 29/10/2026