
ເຜີຍແຜ່ເອກະສານວຽກງານແຈ້ງຊັບສິນ ແລະ ລາຍຮັບ ໃນກໍລະນີຕ່າງໆ ຂອງນາຍທະຫານ
ຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ ຢູ່ຫ້ອງວ່າການກະຊວງປ້ອງກັນປະເທດ

ສະຫາຍ ພັນເອກ ແພງສີ ເສັງວິໄຊ ຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ ເປັນປະທານ
ກອງປະຊຸມເຜີຍແຜ່ເອກະສານວຽກງານແຈ້ງຊັບສິນ ແລະ ລາຍຮັບໃນກໍລະນີຕ່າງໆຂອງນາຍທະຫານ ຂັ້ນກະຊວງປ້ອງກັນປະເທດຄຸ້ມ
ຄອງ ປີ 2023-2024 ທົ່ວຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2025 ນີ້, ໂດຍການເປັນປະທານຂອງສະ
ຫາຍ ພັນເອກ ແພງສີ ເສັງວິໄຊ ຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ, ມີບັນດາການນໍາຫ້ອງວ່າການກະຊວງປ້ອງກັນປະເທດ, ຄະ
ນະພັກ-ຄະນະບັນຊາກົມ, ກອງ,ບໍລິສັດ ລັດວິສາຫະກິດ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ວົງໄຊ ຄໍາມຸງຄຸນ ຫົວໜ້າພະແນກອົບຮົມ - ຄຸ້ມຄອງພະນັກງານ ກົມກວດກາກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍ
ການແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ຄະນະຮັບຜິດຊອບການເຄື່ອນໄຫວຕິດຕາມ, ເຜີຍແຜ່, ຊຸກຍູ້ ການແຈ້ງຊັບສິນ ແລະ ລາຍຮັບ ໃນກໍລະ
ນີຕ່າງໆ ທົ່ວກອງທັບ ປະຈຳປີ 2023-2024, ຜ່ານແຈ້ງການເຖິງຄະນະພັກ-ຄະນະບັນຊາກົມກອງ ກຳລັງຫຼວງ-ກຳລັງທ້ອງຖິ່ນ ແລະ ລັດ
ວິສາຫະກິດ ທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງປ້ອງກັນປະເທດ ເລື່ອງ ການວາງມາດຕະການ ຕໍ່ກັບພະນັກງານ, ນາຍ ແລະ ພົນທະຫານ
ຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ ແລະ ຂັ້ນສູນກາງຄຸ້ມຄອງ ທີ່ມີລາຍຊື່ແຈ້ງຊັບສິນ ແລະ ລາຍຮັບ ໃນກໍລະນີຕ່າງໆ ຄ້າງແຈ້ງ ຫຼື ບໍ່ສົ່ງ
ເອກະສານແຈ້ງຊັບສິນ ແລະ ລາຍຮັບ ໃຫ້ພາກສ່ວນກ່ຽວຂ້ອງຂັ້ນຕົນຄຸ້ມຄອງ ຕາມລະບຽບການ ແລະ ຜ່ານຄໍາແນະນໍາເພີ່ມເຕີມ, ອີງຕາມ
ບົດແນະນໍາການຈັດຕັ້ງປະຕິບັດ ດໍາລັດ ວ່າດ້ວຍການແຈ້ງຊັບສິນ (ສະບັບປັບປຸງ) ກ່ຽວກັບການຈັດຕັ້ງປະຕິບັດດໍາເນີນການແຈ້ງຊັບສິນ ແລະ
ລາຍຮັບ ໃນກໍລະນີຕ່າງໆ, ອີງຕາມ ຄໍາແນະນໍາຂອງອົງການກວດກາລັດຖະບານ ວ່າດ້ວຍການຈັດຕັ້ງປະຕິບັດແຈ້ງຊັບສິນ, ອີງຕາມ ຄໍາແນະນໍາ
ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຈັດຕັ້ງປະຕິບັດດໍາເນີນການແຈ້ງຊັບສິນ ແລະ ລາຍຮັບ ໃນກໍລະນີຕ່າງໆ, ອີງຕາມ ຂໍ້ຕົກລົງ ຂອງກະ
ຊວງປ້ອງກັນປະເທດ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກົມກວດກາກອງທັບ ພ້ອມນັ້ນ, ໃນພິທີ ຍັງໄດ້ຂຶ້ນເຜີຍແຜ່ອະທິບາຍ ແລະ
ແນະນໍາການຂຽນແບບຟອມ ແຈ້ງຊັບສິນ-ລາຍຮັບ ປະຈໍາປີ 2023-2024 ຕື່ມອີກ.
ໂອກາດນີ້, ສະຫາຍ ພັນເອກ ແພງສີ ເສັງວິໄຊ ໄດ້ກ່າວວ່າ: ການແຈ້ງຊັບສິນ ແລະ ລາຍຮັບຂອງນາຍ ແລະ ພົນທະຫານ, ລັດຖະກອນ
ໃນທົ່ວອົງການຈັດຕັ້ງພັກ-ລັດ, ທົ່ວກອງທັບແມ່ນເພື່ອຕ້ານການສໍ້ລາດບັງ ຫຼວງ, ຊີ້ແຈງຄວາມເປັນມາຂອງກຳມະສິດທາງດ້ານມໍລະດົກ-ລາຍ
ຮັບຢ່າງໂປ່ງໃສ ແລະ ເພື່ອເປັນການສະແດງຄວາມບໍລິສຸດຕໍ່ອົງການຈັດຕັ້ງກໍ່ຄືອາຊີບທີ່ຕົນສັງກັດຢູ່, ອີກຢ່າງໜຶ່ງກໍເພື່ອເປັນການປົກປ້ອງ, ຄຸ້ມ
ຄອງຊັບສິນ-ລາຍຮັບຂອງນາຍ ແລະ ພົນທະຫານ, ສະນັ້ນຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງເປັນເຈົ້າການໃນການສົ່ງເອກະສານແຈ້ງຊັບສິນໃຫ້
ຖືກຕ້ອງຕາມເວລາທີ່ກຳນົດ, ມີຄວາມລະອຽດຄົບຖ້ວນເພື່ອເປັນບ່ອນອີງໃຫ້ແກ່ການປະຕິບັດ ສອງວາລະແຫ່ງຊາດ ການແກ້ໄຂບັນຫາຢາ
ເສບຕິດ ແລະ ການຕ້ານການສໍ້ລາດບັງຫຼວງໃຫ້ເຂົ້າສູ່ລວງເລິກເທື່ອລະກ້າວ.
ແຫຼ່ງຂ່າວໂດຍ ຮ້ອຍໂທ ສົມຄິດ
ວັນທີ 29/10/2025