ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວພທ ເປີດຊຸດຮຽນແພດຊ່ຽວຊານຂັ້ນ I ຜ່າຕັດທົ່ວໄປ ຊຸດທີ III, ປະລິນຍາຕີການແພດ
ຊຸດທີ XII ແລະ ຊັ້ນສູງພະຍາບານ ຊຸດທີ III ສົກຮຽນ 2025-2026


ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ພາລາທິການກອງທັບ ເປັນປະທານຄັ້ງວັນທີ 26/09/2025

    ວັນທີ 26 ກັນຍາ 2025 ນີ້, ວິທະຍາຄານການແພດກອງທັບ (ວພທ) ໄດ້ເປີດຊຸດຮຽນແພດຊ່ຽວຊານຂັ້ນ I ຜ່າຕັດທົ່ວໄປ ຊຸດທີ III
ລະບົບ 2 ປີ, ປະລິນຍາຕີການແພດ ຊຸດທີ XII ລະບົບ 6 ປີ ແລະ ຊັ້ນສູງພະຍາບານ ຊຸດທີ III ລະບົບ 3 ປີ ສົກຮຽນ 2025-2026 ໂດຍ
ການເປັນປະທານຂອງສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພາລາ
ທິການກອງທັບ, ມີຄະນະພັກ-ຄະນະອຳນວຍການ, ແຂກຖືກເຊີນຈາກພາກສ່ວນຕ່າງໆ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

     ສະຫາຍ ພັນເອກ ຮສ ປອ ກິ່ງແກ້ວ ແສງຄໍາຢອງ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງອົບຮົມ-ແຜນການ ວພທ ໄດ້ຜ່ານແຜນ
ການເປີດຊຸດຮຽນ, ເຊິ່ງໃນສົກຮຽນ 2025-2026 ນີ້, ວິທະຍາຄານການແພດກອງທັບ ໄດ້ຮັບການອະນຸມັດໃຫ້ເປີດອົບຮົມຄື: ປະລິນຍາຕີ
ການແພດ ລະບົບ 6 ປີ ມີນັກສຶກສາ 62 ສະຫາຍ, ຊ່ຽວຊານຂັ້ນ I ຜ່າຕັດທົ່ວໄປ ລະບົບ 2 ປີ ມີນັກສຶກສາ 15 ສະຫາຍ ແລະ ຊັ້ນສູງພະ
ຍາບານ ລະບົບ 3 ປີ ມີນັກສຶກສາ 30 ສະຫາຍ, ເນື້ອໃນໂຄງການຫຼັກສູດການຮຽນ-ການສອນ ສຳລັບຫຼັກສູດຊ່ຽວຊານຂັ້ນ I ຜ່າຕັດທົ່ວໄປ
ລວມມີ 54 ໜ່ວຍກິດ, ເວລາປະຕິບັດ 2 ປີ, ແບ່ງອອກເປັນ 4 ພາກຮຽນ, ໝວດວິຊາຮຽນມີ: ໝວດວິຊາພາກທິດສະດີ, ໝວດວິຊາເຝິກ
ຫັດ ແລະ ວິທີວິທະຍາຂຽນບົດຄົ້ນຄວ້າ, ບົດລາຍງານກໍລະນີ; ຫຼັກສູດປະລິນຍາຕີການແພດ ລວມມີ 221 ໜ່ວຍກິດ, ເວລາປະຕິບັດ 6 ປີ,
ແບ່ງອອກເປັນ 12 ພາກຮຽນ, ໝວດວິຊາຮຽນມີ: ໝວດວິຊາຄວາມຮູ້ທົ່ວໄປ, ໝວດວິຊາພື້ນຖານວິຊາສະເພາະ, ໝວດວິຊາສະເພາະ ແລະ
ສອບເສັງ ແລະ ປ້ອງກັນບົດຈົບຊັ້ນ; ຫຼັກສູດຊັ້ນສູງພະຍາບານ ລວມມີ 101 ໜ່ວຍກິດ, ເວລາປະຕິບັດ 3 ປີ, ແບ່ງອອກເປັນ 6 ພາກຮຽນ,
ໝວດວິຊາຮຽນມີ: ໝວດວິຊາຄວາມຮູ້ທົ່ວໄປ, ໝວດວິຊາພື້ນຖານວິຊາສະເພາະ ແລະ ໝວດວິຊາສະເພາະ. ໂອກາດນີ້, ສະຫາຍ ພົນຈັດ
ຕະວາ ຈັນດີ ສຸລິວົງສັກ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ຕະຫຼອດຮອດນັກສຶກສາ ຈົ່ງພ້ອມກັນສຸມທຸກສະຕິປັນ
ຍາເອົາໃຈໃສ່ ຄົ້ນຄວ້າຮໍ່າຮຽນແລກປ່ຽນຄວາມຮູ້ນຳຄູ-ອາຈານ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຄຸນທາດ
ການເມືອງໜັກແໜ້ນ, ປະຕິບັດກົດລະບຽບຂອງວິທະຍາຄານຢ່າງເຂັ້ມງວດ, ບັນຫາສຳຄັນແມ່ນຍາດໄດ້ຄະແນນດີ, ຄະແນນເກັ່ງ ເມື່ອຮຽນ
ຈົບ ກໍນຳເອົາບົດຮຽນດັ່ງກ່າວນີ້ ໄປໝູນໃຊ້ເຂົ້າການກໍ່ສ້າງເຫຼົ່າຮົບວິຊາສະເພາະ ກໍຄືກົມກອງຂອງຕົນໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວໂດຍ ຈອນນີ້ ອິນທະວົງ
ວັນທີ 29/09/2025