ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນເລກກໍ່ສ້າງນາຍສິບເລກ 2 ວຽງໄຊ ປະກາດການແຕ່ງຕັ້ງ


    ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ຈັດຕັ້ງພິທີ ປະກາດການແຕ່ງຕັ້ງ ຂັ້ນຮອງອໍານວຍການ, ຫົວໜ້າຫ້ອງ, ຮອງຫົວໜ້າຫ້ອງ, ພະ
ແນກການ ແລະ ພະນັກງານ ພັກການຮັບບໍານານ ໄດ້ຈັດຂຶ້ນໃນວັນທີ 29 ສິງຫາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນ
ທອງ ພົມລາວົງ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີກົມພະນັກງານ, ກົມຈັດຕັ້ງ,
ມີຄະນະພັກ-ຄະນະອໍານວຍການໂຮງຮຽນ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ສອນໄຊ ຈັນຍາລາດ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະ
ເທດ ວ່າດ້ວຍການແຕ່ງຕັ້ງ ຮອງອຳນວຍການໂຮງຮຽນ, ຄະນະຫ້ອງ ທີ່ຂຶ້ນກັບໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ສະບັບເລກທີ 43/ສພຊ
ລົງວັນທີ 14 ມິຖຸນາ 2018 ໃນພາກທີ 2 ໝວດທີ 4 ມາດຕາທີ 26 ວ່າດ້ວຍດານແຕ່ງຕັ້ງຍົກຍ້າຍນາຍທະຫານ ເພື່ອເປັນການປັບປຸງກົງຈັກ
ການຈັດຕັ້ງນໍາພາ-ບັນຊາ ໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະ
ນາປະເທດ. ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ສົມໃຈ ສຸກປະເສີດ ເປັນຮອງອຳນວຍການໂຮງຮຽນ ຮັບຜິດຊອບວຽກງານ
ເຕັກນິກ, ສະຫາຍ ພັນໂທ ບຸນມີ ບຸນໜູເງິນ ເປັນຫົວໜ້າຫ້ອງການໂຮງຮຽນ, ສະຫາຍ ພັນໂທ ພູດົງ ສິລິມະໂນທຳ ເປັນຮອງຫົວໜ້າຫ້ອງການ
ໂຮງຮຽນ ແລະ ຂໍ້ຕົກລົງກະຊວງປ້ອງກັນປະເທດ ອະນຸມັດໃຫ້ນາຍທະຫານພັກການ ເພື່ອກຽມຮັບບຳນານ ມີສະຫາຍ ພັນໂທ ຄຳສອນ ວິລະກຳ
ຮອງອຳນວຍການໂຮງຮຽນ ຫົວໜ້າຫ້ອງເຕັກນິກ, ມີສະຫາຍ ພັນໂທ ສົມປະພາ ທິບພະຈັກ ຮອງຫົວໜ້າຫ້ອງພະລາທິການ. ຈາກນັ້ນ, ກໍໄດ້ຜ່ານ
ຂໍ້ຕົກລົງກົມໃຫ່ຍການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງ ພະນັກງານນຳພາ-ບັນຊາ ຂັ້ນພະແນກການ ຂຶ້ນກັບໂຮງຮຽນກໍ່ສ້າງນາຍສິບເລກ 2
ວຽງໄຊ ຕື່ມອີກ.

     ໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ໂອ້ລົມຫຼາຍບັນຫາສໍາຄັນ ພ້ອມທັງສະແດງຄວາມຊົມເຊີຍຕໍ່
ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ສະແດງຄວາມຂອບໃຈນຳຜູ້ທີ່ໄດ້ພັກການຮັບບໍານານ ມັນເປັນການປະກອບສ່ວນສຸມທຸກເຫື່ອ
ແຮງ, ສະຕິປັນຍາອັນສຳຄັນເຂົ້າໃນການພັດທະນາ, ປັບປຸງກໍ່ສ້າງກອງທັບໃຫ້ກ້າວໜ້າທັນສະໄໝ ແລະ ຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງ, ຮັບໜ້າທີ່ໃໝ່
ຕ້ອງເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ໜັກແໜ້ນກວ່າເກົ່າ, ເອົາໃຈໃສ່ປັບປຸງ
ແບບແຜນວິທີເຮັດວຽກ, ແບບແຜນວິທີນຳພາ, ເຮັດວຽກຖືກຕາມຫຼັກການຂອງພັກ, ບົນຫຼັກການລວມສູນປະຊາທິປະໄຕ ເປັນແບບຢ່າງທີ່ດີ
ໃນການເຄື່ອນໄຫວເຮັດໜ້າທີ່ວຽກງານແລະມີແບບແຜນການດຳລົງຊີວິດປອດໃສ, ຂາວສະອາດ, ພ້ອມກັນເສີມຂະຫາຍຄວາມສາມັກຄີໃນໝູ່
ຄະນະໃຫ້ແໜ້ນແຟ້ນ, ຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນເຮັດສຳເລັດໜ້າທີ່ຕາມການມອບໝາຍ.

ແຫຼ່ງຂ່າວໂດຍ ຄຳແປງ ຟອງສາຍໄໝ
ວັນທີ 29/08/2024