
ກອງບັນຊາການທະຫານແຂວງບໍ່ແກ້ວ ປະກາດສ້າງຕັ້ງກອງຮ້ອຍ 331 ສືບຂ່າວສະເພາະກິດ

ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ ວັນທີ 25 ມິຖຸນາ 2026
ພິທີ ປະກາດສ້າງຕັ້ງກອງຮ້ອຍສືບຂ່າວສະເພາະກິດ 331 ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດຂຶ້ນ ໃນ ວັນທີ 25 ມິຖຸນາ
2026 ນີ້, ຢູ່ທີ່ ກອງບັນຊາການທະຫານແຂວງບໍ່ແກ້ວ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສາຍໃຈກົມມະສິດ ຮອງລັດຖະມົນ
ຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ຄຳແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ ແຂວງບໍ່
ແກ້ວ , ມີຄະນະພັກ-ຄະນະບັນຊາ 2 ກອງບັນຊາການ-ຕຳຫຼວດ, ພະແນກການຂອງແຂວງ, ຄະນະຫ້ອງ, ກົມກອງອ້ອມຂ້າງ ແລະ ແຂກ
ຖືກເຊີນ ເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນເພັງ ເທບພະພອນ ຮອງກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິ
ການກອງທັບ ວ່າດ້ວຍການສ້າງຕັ້ງກອງຮ້ອຍສືບຂ່າວສະເພາະກິດ 331 ທີຂຶ້ນກັບກອງບັນຊາການທະຫານແຂວງບໍ່ແກ້ວຢ່າງເປັນທາງການ
ແລະ ຂໍ້ຕົກລົງຂອງກົມ 213 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວກອງຮ້ອຍສືບຂ່າວສະເພາະກິດ. ຈາກນັ້ນ ສະຫາຍ ພັນໂທ ສຸບິນ ສີຫາ
ລາດ ຫົວໜ້າຫ້ອງເສນາທິການ ກອງບັນບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າ
ດ້ວຍການແຕ່ງຕັ້ງຄະນະບັນຊາກອງຮ້ອຍສືບຂ່າວສະເພາະກິດ 331 ໃນນີ້, ຕົກລົງແຕ່ງຕັ້ງ: ສະຫາຍ ພັນຕີ ຫອນ ອິນທະພົນ ເປັນຫົວໜ້າ
ການທະຫານ,ສະຫາຍ ພັນຕີ ບຸນຈັນ ຈັນສະເເຫວງ ເປັນຫົວໜ້າການເມືອງ, ສະຫາຍ ຮ້ອຍເອກ ບຸນຄົງ ສີທະວິນ ເປັນຮອງຫົວໜ້າການ
ທະຫານ, ສະຫາຍ ພັນຕີ ເພັດສະໝອນ ໄຊຍະວົງ ເປັນຮອງຫົວໜ້າການເມືອງ, ສະຫາຍ ພັນຕີ ສູ້ ສຸດາວັນ ເປັນຮອງຫົວໜ້າກອງຮ້ອຍ
ຮັບຜິດຊອບວຽກງານພະລາທິການ-ເຕັກນິກ. ໃນພິທີ ສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ຫົວໜ້າຫ້ອງການເມືອງກອງບັນຊາການທະ
ຫານແຂວງບໍ່ແກ້ວ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກ ກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະ
ໜ່ວຍພັກ ກອງຮ້ອຍສືບຂ່າວສະເພາະກິດ 331 ທີຂຶ້ນກັບຄະນະພັກຮາກຖານຫ້ອງເສນາທິການ ໃນນີ້, ຕົກລົງແຕ່ງຕັ້ງ: ສະຫາຍ ພັນຕີ ບຸນ
ຈັນ ຈັນສະແຫວງ ເປັນເລຂາໜ່ວຍພັກ, ສະຫາຍ ພັນຕີ ຫອນ ອິນທະພົນ ເປັນຮອງເລຂາໜ່ວຍພັກ, ສະຫາຍ ພັນຕີ ສູ້ ສຸດາວັນ ເປັນກຳ
ມະການໜ່ວຍພັກ.
ໂອກາດນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະພັກ-ຄະນະບັນຊາ ກອງບັນຊາການ
ທະຫານແຂວງບໍ່ແກ້ວ ແລະ ບັນດາສະຫາຍທີ່ຖືກແຕ່ງຕັ້ງບັນຈຸເຂົ້າໃນກອງຮ້ອຍ 331 ທີ່ແຕ່ງຕັ້ງຂຶ້ນໃໝ່ ໂດຍອີງຕາມຄວາມຮຽກຮ້ອງຕ້ອງ
ການຂອງໜ້າທີ່ການເມືອງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ກໍຄືກໍາລັງປະກອບອາວຸດຂັ້ນຮາກຖານທ້ອງຖິ່ນ
ໃນໄລຍະໃໝ່ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມສະຫງົບສຸກ, ເປັນລະບຽບຮຽບຮ້ອຍ ພ້ອມນັ້ນສະ
ຫາຍ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ກອງຮ້ອຍດັ່ງກ່າວຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່
ໄດ້ຮັບມອບໝາຍ, ເອົາໃຈໃສ່ ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບເຊື່ອມຊຶມກຳແໜ້ນແນວທາງ ນະໂຍບາຍຂອງ
ພັກ-ລັດ, ມີຄວາມອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ການເມືອງກໍຄືວຽກງານວິຊາສະເພາະຂອງຕົນ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກ
ແຜ່ນແໜ້ນໜາ, ການເຄື່ອນໄຫວວຽກງານຕ້ອງປະຕິບັດຫຼັກການລວມສູນປະຊາທິປະໄຕ, ເປັນເອກະພາບໃນໝູ່ຄະນະ, ແບ່ງວຽກໃຫ້ບຸກ
ຄົນຮັບຜິດຊອບຢ່າງຮັດກຸມ, ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້.
ແຫຼ່ງຂ່າວໂດຍ ນີ່ ທຳມະວົງ
ວັນທີ 29/06/2026