ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ປະຖະກະຖາ 2 ວັນປະຫວັດສາດ


ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

    ວັນທີ 28 ພຶດສະພາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີ ປະຖະກະຖາ 2 ວັນປະຫວັດສາດຄື: ວັນຜ່າວົງປິດລ້ອມ ກອງ
ພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳພັກ-ລັດ ແລະ ແນວລາວຮັກຊາດ
ຄົບຮອບ 65 ປີ, ໂດຍການເປັນປະທານ ແລະ ປະຖະກະຖາ ຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການ
ເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ກົມ, ຫ້ອງການ, ກອງ ແລະ ພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ການເມືອງ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ໄດ້ເລົ່າຄືນມູນເຊື້ອວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ-ຊຽງຂວາງ
ຄົບຮອບ 66 ປີ ແລະ ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ. ໂດຍຍົກໃຫ້
ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໜຽວແໜ້ນບໍ່ຄອນແຄນຕໍ່ການນາບຂູ່,
ຫຼອກລວງຂອງສັດຕູ, ນໍ້າໃຈສູ້ຮົບພິລະອາດຫານ ແລະ ໄຫວພິກຂອງກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າໃຫ້ແກ່ຂະ
ບວນການປະຕິວັດອັນໃຫຍ່ຫຼວງ ຂອງກໍາລັງປະກອບອາວຸດເຮົາທີ່ຢູ່ພາຍໃຕ້ ການນໍາພາຂອງພັກ, ເປັນເຫດການປະຫວັດສາດອັນສໍາຄັນຂອງຊາດ,
ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ແກ່ຂະບວນການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ພ້ອມດຽວ
ກັນນັ້ນ ຍັງໄດ້ຍົກໃຫ້ເຫັນເຖິງການໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ ທີ່ມີຄວາມສະຫຼາດຫຼັກແຫຼມຂອງເພິ່ນ
ທີ່ໄດ້ຂົນຂວາຍ ເອົາກໍາລັງຕໍາຫຼວດ, ທະຫານ ແລະ ສາລະວັດທະຫານ ທີ່ປ້ອງກັນເວນຍາມຂອບເຂດຄຸມຂັງທ່ານຜູ້ນໍາ ເຮັດໃຫ້ເຂົາເຈົ້າມີຄວາມຕື່ນ
ຕົວ, ມີນໍ້າໃຈຮັກຊາດ, ຍອມເສຍສະຫຼະທຸກສິ່ງທຸກຢ່າງເພື່ອປະເທດຊາດ, ເຂົ້າຮ່ວມການນໍາພາຂອງພັກ ແລະ ແນວລາວຮັກຊາດ ໂຕນອອກຈາກ
ຄຸກໂພນເຄັງ ໄປສູ່ເຂດທີ່ໝັ້ນໄດ້ຢ່າງປອດໄພ.

     ການປາຖະກາຖາໃນຄັ້ງນີ້, ກໍ່ເພື່ອເຮັດໃຫ້ນາຍ ແລະ ພົນທະຫານໄດ້ຮັບຮູ້, ເຊື່ອມຊຶມບັນດາເຫດການ, ການເຄື່ອນໃນແຕ່ລະໄລຍະບົນເສັ້ນ
ທາງປະຕິວັດອັນລະອິດລະອ້ຽວ, ນໍ້າໃຈເສຍສະຫຼະເພື່ອການປະຕິວັດ ພ້ອມກັນສືບຕໍ່ຮັກສາທາດເເທ້ມູນເຊື້ອອັນສະຫງ່າງາມ ເຂົ້າໃນການປະຕິ
ບັດໜ້າທີ່ວຽກງານຂອງຕົນໃຫ້ມີຜົນສໍາເລັດ ໃຫຍ່ຫຼວງກວ່າເກົ່າ.

ແຫຼ່ງຂ່າວໂດຍ ຈອນນີ້
ວັນທີ 29/05/2025