
ກົມພົວພັນຕ່າງປະເທດ ເປີດເຝິກອົບຮົມ ວຽກງານການຕ່າງປະເທດ

ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ເປັນປະທານ ໃນວັນທີ 28 ເມສາ 2026
ໃນວັນທີ 28 ເມສາ 2026 ນີ້, ກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ໄດ້ເປີດຊຸດເຝິກອົບຮົມ ວຽກງານການຕ່າງປະເທດ ໃຫ້
ພະນັກງານກົມພົວພັນຕ່າງປະເທດ ແລະ ພະແນກພົວພັນຕ່າງປະເທດ ກົມກອງກຳລັງຫຼວງ ໃນຂອບເຂດນະຄອນຫຼວງວຽງຈັນ, ໂດຍການເປັນ
ປະທານຂອງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ນັກວິທະຍາ
ກອນ ແລະ ສຳມະນາກອນ ເຂົ້າຮ່ວມ.
ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ກ່າວວ່າ: ການເປີດເຝີກອົບຮົມ ວຽກງານການຕ່າງປະເທດຄັ້ງນີ້ ເປັນການຈັດຕັ້ງປະຕິບັດມະຕິກອງ
ປະຊຸມໃຫຍ່ ຂອງຄະນະພັກກະຊວງປ້ອງກັນປະເທດ ໂດຍສະເພາະແມ່ນໜ້າທີ່ໃຫຍ່ທີ IV ວຽກງານພົວພັນ ແລະ ຮ່ວມມືສາກົນ ທີ່ນອນຢູ່ໃນ 4
ໜ້າທີ່ໃຫຍ່ 26 ແຜນງານ ຂອງກອງທັບປະຊາຊົນລາວ ໃຫ້ປະກົດຜົນເປັນຈິງ, ເຊິ່ງບັ້ນອົບຮົມໃນຄັ້ງນີ້, ນັກສຳມະນາກອນຈະໄດ້ອົບຮົມບັນດາຫົວ
ຂໍ້ທີ່ສຳຄັນ ເປັນຕົ້ນແມ່ນ ແນວທາງການຕ່າງປະເທດຂອງພັກ-ລັດ, ພາລະບົດບາດຂອງກົມພົວພັນຕ່າງປະເທດ, ວຽກງານພິທີການ, ວຽກງານສຳ
ເນົາເອກະສານ, ການວິເຄາະວິໄຈຂ່າວ, ວຽກງານອາຊຽນ ແລະ ອື່ນໆ. ບັນດາຫົວຂໍ້ທີ່ໄດ້ກ່າວມານັ້ນ ລ້ວນແຕ່ເປັນຫົວຂໍ້ທີ່ສຳຄັນ ແລະ ຕິດພັນໂດຍ
ກົງກັບວຽກງານພົວພັນຕ່າງປະເທດ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ບັນດານັກເຝິກອົບຮົມເອົາໃຈໃສ່ປະຕິບັດໂມງເວລາຂຶ້ນຫ້ອງ ແລະ ຕັ້ງໃຈຄົ້ນຄວ້າແລກ
ປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອພ້ອມກັນຖອດຖອນເອົາເປັນບົດຮຽນ ນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ໄດ້ຮັບໝາກຜົນສູງ. ບັ້ນເຝິກ
ອົບຮົມຈະໄດ້ດຳເນີນເປັນເວລາ 3 ວັນ.
ແຫຼ່ງຂ່າວໂດຍ ນາງ ໜູແດງ
ວັນທີ 29/04/2026