
ຄະນະອະນຸກໍາມະການ ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ວປກ
ລົງກວດກາຂະບວນການກໍ່ສ້າງໜ່ວຍພັກ ຢູ່ໜ່ວຍພັກຄູການທະຫານ

ສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະປະຈໍາພັກກະຊວງ, ເລຂາຄະນະພັກ, ຫົວໜ້າການເມືອງ ວປກ ເປັນປະທານ
ວັນທີ 27 ສິງຫາ 2025 ນີ້, ຄະນະອະນຸກໍາມະການກວດກາ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມ ແຂງ ໜັກແໜ້ນ, ກົມກອງ 3 ປອດ,
ນັກຮົບ ແລະ ກົມກອງວັດທະນະທຳ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ລົງກວດກາຂະບວນການກໍ່ສ້າງໜ່ວຍພັກ ຢູ່ໜ່ວຍພັກ
ຄູການທະຫານ ວປກ ປະຈໍາປີ 2025, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະປະຈໍາພັກກະຊວງ, ເລ
ຂາຄະນະພັກ, ຫົວໜ້າການເມືອງ ວປກ, ມີສະຫາຍ ພັນເອກ ປອ ວັນໄຊ ທຸມພະລາ ກໍາມະການຄະນະພັກວິທະຍາຄານ, ຮອງຫົວໜ້າກົມການ
ເມືອງ ວປກ, ໄດ້ນໍາພາຄະນະລົງເຄື່ອນໄຫວກວດກາ ຂະບວນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ໜ່ວຍພັກຄູການທະຫານ
ໂດຍມີ ສະຫາຍ ພັນເອກ ປອ ສີພອນ ພົງສະຫວັດ ກໍາມະການຄະນະພັກວິທະຍາຄານ, ເລຂາໜ່ວຍພັກຄະນະວິຊາຄູການທະຫານ ວປກ ພ້ອມ
ຄະນະ ເຂົ້າຮ່ວມ.
ສະຫາຍ ພັນເອກ ປອ ສີພອນ ພົງສະຫວັດ ໄດ້ຍົກໃຫ້ເຫັນທີ່ຕັ້ງພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຄະນະໜ່ວຍພັກຄູການ
ທະຫານ, ເຊິ່ງມີພາລະບົດບາດເຕົ້າໂຮມຄວາມສາມັກຄີພະນັກງານຄູອາຈານພາຍໃນໜ່ວຍເຄື່ອນໄຫວວຽກງານວິຊາສະເພາະ ແລະ ຢູ່ພາຍໃຕ້ການ
ນໍາພາ-ຊີ້ນໍາ ໂດຍກົງຮອບດ້ານຂອງ ຄະນະພັກ-ຄະນະບັນຊາ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີໜ້າທີ່ຊີ້ນໍາ - ນໍາພາ ພະນັກງານ,
ສະມາຊິກພັກປັບປຸງທາງດ້ານວິຊາສະເພາະ, ກໍ່ສ້າງກົມກອງປະກອບສ່ວນພັດທະນາ ວິທະຍາຄານ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນໃນທຸກດ້ານ,
ດ້ານວຽກງານວິຊາສະເພາະໄດ້ຖືເອົາວຽກງານ ການສອນ-ການຮຽນ, ການຄົ້ນຄວ້າວິທະຍາສາດເປັນຈຸດໜັກ, ຕະຫຼອດໄລຍະຜ່ານມາພະນັກງານ
ຄູອາຈານຂອງພວກເຮົາ ບໍ່ພຽງແຕ່ຂຶ້ນຫ້ອງສອນຄົ້ນຄວ້າວິທະຍາສາດ, ປັບປຸງຕໍາລາການສອນ-ການຮຽນ, ປະກອບສ່ວນປັບປຸງໂຄງການຫຼັກສູດໃຫ້
ເຂົ້າສູ່ລະບົບ: ຜ່ານມາໄດ້ປະຕິບັດຕາມ 5 ເນື້ອໃນ ( ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານການນໍາພາ ແລະ ປະຕິບັດໜ້າທີ່ການ
ເມືອງ ), ໂດຍຖືວຽກງານສຶກສາເອົາຮົມ, ການເມືອງ-ແນວຄິດເປັນກົກ, ວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານພັກ-ພະນັກງານ, ວຽກງານ
ນະໂຍບາຍ, ວຽກງານແກ້ໄຂຊິ ວິດການເປັນຢູ່ ແລະ ວຽກງານການພົວພັນ, ໂດຍຖືເອົາການຮ່ວມຊີວິດການເມືອງຂັ້ນໜ່ວຍ, ຂັ້ນຈຸ, ສ່ອງແສງປະ
ຈໍາອາທິດ ຢ່າງເປັນປົກກະຕິ, ເພື່ອຖືເອົາໂອກາດດັ່ງກ່າວຕໍານິກໍ່ສ້າງເຊິ່ງກັນ ແລະ ກັນ, ພ້ອມກັນນັ້ນຍັງມີໜ້າທີ່ສຶກສາອົບຮົມການເມືອງແນວຄິດ
ໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບ ທົ່ວຄະນະວິຊາຄູການທະຫານໃຫ້ມີສະຕິ, ເຄົາລົບປະຕິບັດກົດສະບຽບຂອງພັກ, ກົດໝາຍຂອງລັດ, ຂໍ້
ກໍານົດກົດສະບຽບຂອງກອງທັບຢ່າງເຂັ້ມງວດຕິດພັນກັບ 4 ໜ້າທີໃຫຍ່ 26 ແຜນງານຂອງອົງຄະນະພັກກະຊວງປ້ອງກັນປະເທດ ເຮັດໃຫ້ພະນັກ
ງານ, ສະມາຊິກພັກມີສະຕິລະວັງຕົວ, ຈໍາແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ, ມີຄວາມຊື່ສັດບໍລິສຸດຕໍ່ພັກ, ຕໍ່ປະເທດຊາດຢ່າງແທ້ຈິງ.
ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ໃນການປະຕິບັດໜ້າທີ່ການເມືອງໃນໄລຍະຜ່ານມາ ຂອງໜ່ວຍພັກຄະນະ
ວິຊາຄູຫານທະຫານ ວປກ ພ້ອມປະກອບຄໍາຄິດຄໍາເຫັນ ແລະ ແລກປ່ຽນບົດຮຽນຕີລາຄາປະເມີນຜົນແບ່ງປະເພດຂອງແຕ່ລະໜ່ວຍພັກ, ຕາມ 5
ເນື້ອໃນ ທີ່ຄະນະພັກກະຊວງປ້ອງກັນປະເທດ ວາງອອກ, ໂດຍຖືເອົາຄຸນນະພາບເປັນກົກ, ເພື່ອເຮັດໃຫ້ການປະເມີນຜົນຖືກຕ້ອງຕາມຫຼັກການຂອງ
ພັກ ແລະ ຖືກຕ້ອງກັບເງື່ອນໄຂຄວາມເປັນຈິງຂອງກົມກອງໃນຊຸມປີຜ່ານມາ, ເພື່ອນໍາສະເໜີຄະນະພັກຂັ້ນເທິງຄົ້ນຄວ້າຮັບຮອງ.
ແຫຼ່ງຂ່າວໂດຍ ເຂັງພອນ ແກ້ວຄໍາລຽງ
ວັນທີ 28/08/2024