
ສາຍຮູບເງົາມິດຕະພາບ ໃນໂອກາດວັນສ້າງຕັ້ງສາຍພົວພົວພັນ
ການທູດ ລາວ - ຈີນ, ຈີນ - ລາວ ຄົບຮອບ 65 ປີ

ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ
ເປັນປະທານກອງປະຊຸມ ຄັ້ງວັນທີ 22/05/2026
ໃນວັນທີ 22 ພຶດສະພາ 2025 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ວິທະຍຸ-ໂທລະພາບ ສູນກາງຈີນ ຫຼື CMG ປະ
ຈໍາລາວ ສົມທົບກັບກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ສາຍຮູບເງົາມິດຕະພາບ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວ
ພົວພັນການທູດ ລາວ - ຈີນ, ຈີນ - ລາວ ຄົບຮອບ 65 ປີ ( ວັນທີ 25 ເມສາ 1961- ວັນທີ 25 ເມສາ 2026 ), ໂດຍການເຂົ້າຮ່ວມ
ຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ
ກອງທັບ, ມີສະຫາຍ ນາງ ແສງແກ້ວ ຫຼື ໂມ້ສຽວຫຼິງ ຫົວໜ້າວິທະຍຸ-ໂທລະພາບ ສູນກາງຈີນ ຫຼື CMG ປະຈຳ ສປປ ລາວ, ມີບັນດາ
ສະຫາຍຕາງໜ້າ 4 ອົງການກົມໃຫຍ່, ຫ້ອງວ່າການກະຊວງ, ວິທະຍາຄານ, ໂຮງຮຽນ, ໂຮງໝໍ, ກອງພັນໃຫຍ່ ພ້ອມດ້ວຍພະນັກງານ
ຫຼັກແຫຼ່ງ, ນາຍ ແລະ ພົນທະຫານ ອ້ອມຂ້າງກະຊວງເຂົ້າຮ່ວມຮັບຊົມ.
ໂອກາດນນີ້, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ໄດ້ກ່າວມີຄຳເຫັນວ່າ: ລາວ - ຈີນ, ຈີນ - ລາວ ແມ່ນສອງປະເທດ
ທີ່ມີຊາຍແດນ, ສາຍນໍ້າ ແລະ ສາຍພູຕິດຈອດນໍາກັນ, ກອງທັບ ແລະ ປະຊາຊົນສອງຊາດມີມູນເຊື້ອສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ
ແລະ ກັນມາແຕ່ດົນນານ; ຄວາມສາມັກຄີ, ການພົວພັນຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສອງຊາດ, ສອງກອງ
ທັບ ພວກເຮົາພວມເຂົ້າສູ່ລວງເລິກ ແລະ ຂະຫຍາຍຕົວ ໃນທຸກຂົງເຂດວຽກງານ ກາຍເປັນ ຄູ່ຮ່ວມຊາຕາກຳ, ຮຸ້ນສ່ວນຍຸດທະສາດ ໝັ້ນ
ຄົງຍາວນານ ບົນຈິດໃຈບ້ານໃກ້ເຮືອນຄຽງທີ່ດີ, ຄູ່ຮ່ວມມືທີ່ດີ ເພື່ອນມິດທີ່ດີ ແລະ ສະຫາຍທີ່ດີ. ການມາສາຍຮູບເງົາ ຂອງວິທະຍຸ-ໂທ
ລະພາບສູນກາງຈີນປະຈຳລາວ ໃນຄັ້ງນີ້ ກໍແມ່ນ ກິດຈະກຳທີ່ສໍາຄັນຢັ້ງຢືນເຖິງການຂະຫຍາຍຕົວ ຂອງສາຍພົວພັນຮ່ວມມືອັນເປັນມູນ
ເຊື້ອ, ທັງເປັນ ການປະກອບສ່ວນຮັດແໜ້ນຄວາມສາມັກຄີຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ ລາວຈີນ, ຈີນ - ລາວ ໃຫ້ນັບ
ມື້ເລິກເຊິ່ງ. ນອກຈາກນັ້ນ ຍັງໄດ້ເສີມສ້າງຄັງຄວາມຮັບຮູ້, ເຂົ້າໃຈ ກ່ຽວກັບ ປະຫວັດສາດຂອງຊົນຊາດຈີນ ໃຫ້ແກ່ນາຍ ແລະ ພົນທະ
ຫານຂອງກອງທັບປະຊາຊົນລາວ ແລະ ປະກອບສ່ວນສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ - ຈີນ, ຈີນ
-ລາວ ຄົບຮອບ 65 ປີ ໃຫ້ມີບັນຍາກາດຟົດຟື້ນຕໍ່ເນື່ອງ. ສະຫາຍ ນາງ ແສງແກ້ວ ຫຼື ໂມ້ສຽວຫຼິງ ກໍໄດ້ກ່າວວ່າ: ການຈັດກິດຈະກໍາສາຍ
ຮູບເງົາຄັ້ງນີ້ ສຸດທີ່ມີຄວາມໝາຍສຳຄັນໃຫ້ແກ່ປະຊາຊົນທັງສອງປະເທດ, ເພາະຈັດຂຶ້ນເນື່ອງໃນໂອກາດລະນຶກວັນສ້າງຕັ້ງສາຍພົວພັນການ
ທູດລາວ-ຈີນ ຄົບຮອບ 65 ປີ, ປີມິດຕະພາບ ລາວ-ຈີນ2026 ແລະ "ເທດສະການຮູບເງົາດີເດັ່ນລາວ-ຈີນ"ຄົບຮອບ 10 ປີຕື່ມອີກ. ເຊິ່ງ
ໄດ້ນໍາເອົາຮູບເງົາທີ່ສ້າງແຮງບັນດານໃຈເລື່ອງ "ຂ້ອຍ ແລະ ບ້ານເກີດຂອງຂ້ອຍ" ນໍາມາສາຍໃຫ້ບັນດານາຍ ແລະ ພົນທະຫານໄດ້ຮັບຊົມ,
ເຊິ່ງເນື້ອໃນສຳຄັນຂອງຮູບເງົາເລື່ອງນີ້ໄດ້ສ່ອງແສງໃຫ້ເຫັນເຖິງ 5 ເລື່ອງລາວທີ່ອົບອຸ່ນ ປະທັບໃຈ ກ່ຽວກັບການສ້າງສາ ແລະ ປົກປັກຮັກ
ສາບ້ານເກີດເມືອງນອນຂອງປະຊາຊົນຈີນ, ທັງສະທ້ອນໃຫ້ເຫັນເຖິງການພັດທະນາອັນຍິ່ງໃຫຍ່ໃນຊົນນະບົດແລະຄວາມຮັກແພງອັນອົບ
ອຸ່ນໃນປະເທດຈີນ. ຈິດໃຈ"ຮັກຊາດຮັກບ້ານເກີດ ແລະ ຍຶດໝັ້ນຍອມເສຍສະຫຼະ"ເພື່ອຜົນປະໂຫຍດສ່ວນລວມກໍຄືບ້ານເກີດເມືອງນອນ
ຂອງຕົນເອງ ເຊີ່ງສອດຄ່ອງຢ່າງຍິ່ງກັບພາລະກິດ ແລະ ຄວາມຮັບຜິດຊອບຂອງແຕ່ລະສະຫາຍ ໃນການປົກປັກຮັກສາ ແລະ ສ້າງສາປະ
ເທດຊາດ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 28/05/2026