ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ປາຖະກະຖາ 2 ວັນປະຫວັດສາດ


    ໃນວັນທີ 26 ມີນາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງປາຖະກະຖາວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນນັກຮົບເສຍອົງ
ຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 79 ປີ (21 ມີນາ 1946-21 ມີນາ 2025), ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບ
ຮອບ 70 ປີ (22 ມີນາ 1955-22 ມີນາ 2025) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກຳ
ມະການຄະນະປະຈຳພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ ກົມ, ກອງ, ຫ້ອງການ, ບັນ
ດາສູນເສຍອົງຄະ ພ້ອມດ້ວຍພະນັກງານ-ນັກຮົບ ຈາກກົມກອງອ້ອມຂ້າງ ເຂົ້າຮ່ວມ.

     ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ຍົກໃຫ້ເຫັນມູນເຊື້ອ, ປະຫວັດຄວາມເປັນມາ, ຄວາມໝາຍຄວາມສໍາຄັນ ຂອງວັນຄຽດແຄ້ນຂອງ
ປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊີວິດເພື່ອປະເທດຊາດ ເຊິ່ງແມ່ນບັ້ນຮົບໜຶ່ງທີ່ສໍາຄັນໃນປະຫວັດສາດຂອງຊາດລາວ,
ເປັນວັນຄຽດແຄ້ນ ຂອງປະຊາຊົນລາວ ຕໍ່ພວກລ່າເມືອງຂຶ້ນແບບເກົ່າຜູ້ຮຸກຮານ, ເປັນແວ່ນແຍງອັນເຫຼື້ອມໃສ ຂອງນ້ຳໃຈສູ້ຮົບຢ່າງພິລະອາດຫານ
ບໍ່ຍອມຈຳນົນ ຂອງກອງທັບ ແລະ ປະຊາຊົນເມືອງທ່າແຂກ ກໍຄືການບັນຊາທີ່ເດັດດ່ຽວ ໜຽວແໜ້ນ ຂອງຄະນະກອງບັນຊາການກຳລັງປະກອບ
ອາວຸດປະຊາຊົນລາວ ໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ນຳພາ, ບັ້ນຮົບດັ່ງກ່າວ ເຖິງບໍ່ໄດ້ຮັບໄຊຊະນະ ແລະ ຖືກນອງເລືອດກໍຕາມ, ແຕ່ກໍເປັນ
ການປຸກລະດົມນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູ ຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນລຸກຂຶ້ນຢ່າງເປັນຂະບວນ ຕໍ່ສູ້ຕ້ານການຮຸກຮານຂອງພວກ
ລ່າເມືອງຂຶ້ນແບບເກົ່າ, ພິສູດໃຫ້ເຫັນເຖິງຄວາມສະຫຼາດ, ຄວາມເກັ່ງກ້າສາມາດ ແລະ ມີໄຫວພິບໃນການຊີ້ນຳ ແລະ ບັນຊາສູ້ຮົບ ຂອງກໍາລັງປະຕິ
ວັດລາວ, ສະແດງໃຫ້ປະຊາຊົນລາວ ແລະ ຊາວໂລກ ເຫັນແຈ້ງເຖິງທາດແທ້ ຄວາມປ່າເຖື່ອນ ຂອງພວກລ່າເມືອງຂຶ້ນແບບເກົ່າ ທີ່ມີຕໍ່ປະຊາຊົນລາວ
ໂດຍສະເພາະແມ່ນຊາວເມືອງທ່າແຂກ ເຊິ່ງກາຍເປັນເຫດການປະຫວັດສາດ ແຫ່ງການຕໍ່ສູ້ພິລະອາດຫານ ຂອງປະຊາຊົນລາວ ແລະ ກາຍເປັນກະ
ແສຟອງໃຫ້ແກ່ການປະຕິວັດຊາດ ປະຊາທິປະໄຕ ຂອງພວກເຮົາ ກ້າວໄປສູ່ການປົດປ່ອຍຊາດຢ່າງສົມບູນ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນປະຫວັດສາດ,
ມູນເຊື້ອແຫ່ງການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ, ຄວາມໝາຍຄວາມສໍາຄັນ ແລະ ຜົນສໍາເລັດແຫ່ງການນໍາພາ-ຊີ້ນໍາ ອັນປີຊາສາມາດສະຫຼາດສ່ອງ
ໃສຂອງພັກປະຊາຊົນປະຕິວັດລາວ ໃນຕະຫຼອດໄລຍະ 70 ປີ ທີ່ຜ່ານມາ ພັກໄດ້ນໍາພາປວງຊົນລາວທັງຊາດ ຕໍ່ສູ້ກູ້ຊາດຕ້ານການຮຸກຮານ ຂອງຈັກກະ
ພັດຕ່າງດ້າວ ຢ່າງອົງອາດກ້າຫານ ເຕັມໄປດ້ວຍນໍ້າໃຈເສຍສະຫຼະອັນສູງສົ່ງ ສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ຈາກນັ້ນ, ພັກປະຊາຊົນປະຕິວັດ
ລາວ ໄດ້ນໍາພາປວງຊົນລາວ ປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະເທດຊາດ ມີຄວາມສະ
ຫງົບສຸກ, ມີສະຖຽນນະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າໄດ້
ຮັບການປັບປຸງດີຂຶ້ນເປັນກ້າວໆ ພື້ນຖານໂຄງລ່າງໄດ້ຮັບການພັດທະນາ ແລະ ມີຄວາມສີວິໄລຂຶ້ນເລື້ອຍໆ.

ແຫຼ່ງຂ່າວໂດຍ ສຸກສົງການ
ວັນທີ 28/03/2025