
ສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 71 ປີ

ສະຫາຍ ພົນຈັດຕະວາ ສີພອນໄຊ ຄໍາທອງເຫວີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານໃນຄັ້ງວັນທີ 23/10/2025
ວັນທີ 23 ຕຸລາ 2025 ນີ້, ຢູ່ທີ່ກອງກວດ-ກູ້ລະເບີດເພື່ອມະນຸດສະທໍາ 58 ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບ
ຮອບ 71 ປີ (23 ຕຸລາ 1954-23 ຕຸລາ 2025), ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ສີພອນໄຊ ຄໍາທອງເຫວີນ ຮອງ
ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ພັນເອກ ມອນໄທ ສະລິດໄຊ ຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ, ມີຄະ
ນະພັກ-ຄະນະບັນຊາ ກົມ, ຫ້ອງການ, ພະນັກງານອາວຸໂສບໍານານ, ອົງການປົກຄອງທ້ອງຖິ່ນ, ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ນັກຮົບ
ທົ່ວກົມກອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ມອນໄທ ສະລິດໄຊ ຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອການກຳເນີດ
ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງເຫຼົ່າຮົບຊ່າງແສງ ຕະຫຼອດໄລຍະ 71 ປີ ຜ່ານມາ, ເຫຼົ່າຮົບຊ່າງແສງ ກອງທັບປະຊາ
ຊົນລາວ ໄດ້ກຳເນີດເກີດຂຶ້ນໃນລະດູການເກັບກ່ຽວເຂົ້ານາປີຂອງປະຊາຊົນລາວບັນດາເຜົ່າ, ເຊິ່ງກົງກັນກັບວັນທີ 23 ຕຸລາ 1954 ຢູ່ບ້ານປູນ,
ເຂດທີ່ໝັ້ນແຫ່ງໜຶ່ງຂອງແຂວງຫົວພັນ, ທ່າມກາງທີ່ສະພາບການຕໍ່ສູ້ສົງຄາມຮຸກຮານຂອງພວກລັດທິລ່າເມືອງຂຶ້ນແບບເກົ່າທີ່ດຸເດືອດຂ້ຽວຂາດ
ແລະ ເປັນປີມ້ວນທ້າຍຂອງລັດທິລ່າເມືອງຂຶ້ນແບບເກົ່າ, ທີ່ເຂົ້າມາຮຸກຮານລາວ ມາເປັນເວລາ 60 ກວ່າປີຜ່ານມາ. ການຈັດຕັ້ງ ກົມກອງເຫຼົ່າ
ຮົບຊ່າງແສງ ໃນເວລານັ້ນມີພຽງແຕ່ 1 ກອງຮ້ອຍເອກະລາດໃສ່ຊື່ວ່າ: ກອງຮ້ອຍ 400 ຊ່າງແສງ ມີຈຳນວນພົນທັງໝົດ 150 ສະຫາຍ ໂດຍ
ແມ່ນ ທ່ານ ຄໍາໄຕ ປະເສີດໄຊ ເປັນຜູ້ບັນຊາກອງຮ້ອຍ 400 ຊ່າງແສງ ເປັນອົງປະກອບໜຶ່ງທີ່ສໍາຄັນ ໃນກອງທັບແນວລາວອິດສະຫຼະ, ເມື່ອ
ໄດ້ຮັບການສ້າງຕັ້ງຂຶ້ນແລ້ວ ກອງຮ້ອຍດັ່ງກ່າວກໍໄດ້ຮັບການມອບໝາຍໜ້າທີ່ອັນສູງສົ່ງ ແລະ ມີກຽດຈາກຂັ້ນເທິງ ໃນການເຮັດໜ້າທີ່ຮັບປະ
ກັນເຊັ່ນ: ສູ້ຮົບປະສານສົມທົບກັບບັນດາເຫຼົ່າຮົບອື່ນໆ, ເຮັດໜ້າທີ່ວຽກງານຮັບປະກັນໃນການສູ້ຮົບ, ກໍ່ສ້າງຂົວ-ທາງການທະຫານ, ຂຸດຂຸມ
ຄອງ, ແຊມກາຍ, ຂ້າມຜ່ານ, ກວດກູ້ລະເບີດ, ກໍ່ສ້າງສະໜາມ, ປ້ອມສັງເກດການ, ສູນບັນຊາ, ກໍ່ສ້າງເຄຫາສະຖານ, ສະຖານທີ່ເຮັດວຽກ
ຂອງທ່ານ ຜູ້ນໍາ ແລະ ເຮັດໜ້າທີ່ລໍາລຽງຂົນສົ່ງ, ປຸກລະດົມຂົນຂວາຍ, ກໍ່ສ້າງຮາກຖານການເມືອງ ແລະ ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນ
ເອງຢ່າງຕັ້ງໜ້າ ພາລະໜ້າທີ່ຂອງກົມກອງໃນເວລານັ້ນເຕັມໄປດ້ວຍຄວາມຫຍຸ້ງຍາກສັບສົນ, ທາງດ້ານການປະກອບພາຫະນະ ກົນຈັກ, ຍຸດ
ໂທອຸປະກອນປະກອບຕ່າງໆຍັງແມ່ນແບບປະຖົມປະຖານ ນໍາໃຊ້ແຮງງານຄົນເປັນຈຸດໜັກ, ໃຊ້ຈົກ, ຊວ້ານ, ພ້າ, ມີດ, ຂວານ, ສຽມ, ເຫຼັກ
ສະແຫຼ່ງ ແລະ ອື່ນໆ ນໍາໃຊ້ການບຸກເບີກເສັ້ນທາງ, ສ້າງສະໜາມ, ຈໍານວນພົນການປະກອບພັດມີໜ້ອຍ, ແຕ່ເຖິງຢ່າງໃດກໍ່ຕາມ ໂດຍປະຕິບັດ
ຄໍາຂວັນທີ່ວ່າ: “ທຸກສິ່ງທຸກຢ່າງແມ່ນຕີເອົາຊະນະ ຈັກກະພັດຜູ້ຮຸກຮານ ແລະ ທຸກສິ່ງທຸກຢ່າງເພື່ອພາລະກິດປົດປ່ອຍຊາດ” ພະນັກງານ-ນັກຮົບ
ກອງຮ້ອຍ 400 ໄດ້ພ້ອມກັນຕັດສິນໃຈຜ່ານຜ່າອຸປະສັກຂໍ້ຫຍຸ້ງຍາກນາໆປະການ, ເຮັດທຸກວິທີທາງເພື່ອສໍາເລັດໜ້າທີ່ໆໄດ້ຮັບມອບໝາຍຈາກ
ຂັ້ນເທິງ, ນອກນັ້ນຍັງໄດ້ຄຽງບ່າ ຄຽງໄລ່ກັບກົມກອງເຫຼົ່າຮົບອື່ນໆເຄື່ອນໄຫວຕີສັດຕູ ແລະ ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການປົກປັກຮັກ
ສາສອງແຂວງເຕົ້າໂຮມ, ທີ່ເປັນຖານທີ່ໝັ້ນຍຸດທະສາດສໍາຄັນ ຂອງການປະຕິວັດໄວ້ໄດ້ຢ່າງໝັ້ນຄົງ, ນອກນັ້ນກໍ່ໄດ້ຕັ້ງໜ້າປະຕິບັດຕາມ 4 ໜ້າ
ທີ່ໃຫ່ຍ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ຢ່າງເປັນຂະບວນຟົດຟື້ນ, ສາມາດສ້າງໄດ້ຫຼາຍກົມກອງເປັນກອງປອດ
ໃສ, ເຂັ້ມແຂງ, ໜັກແໜ້ນ, ກອງປອດໃສ, ປອດໄພ, ປອດຄະດີ ແລະ ກອງວັດທະນະທໍາ ໃນທົ່ວເຫຼົ່າຮົບຊ່າງແສງ, ນອກນັ້ນຍັງມີບາງກົມກອງ
ພວມເປັນເປົ້າໝາຍທີ່ຈະສ້າງເປັນກອງຈຸດສຸມ, ກອງວັດທະນະທໍາ ຕາມທິດນໍາ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ໄລຍະຜ່ານ
ມາກໍ່ໄດ້ຮັບການຍ້ອງຍໍຊົມເຊີຍຈາກພັກ-ລັດ ແລະ ການຈັດຕັ້ງຂັ້ນເທິງນັບແຕ່ໃບຍ້ອງຍໍຮອດຫຼຽນໄຊປະເພດຕ່າງໆ, ທັງສ່ວນບຸກຄົນ ແລະ ລວມ
ໝູ່ ຢ່າງສົມກຽດ, ໃນນີ້ລວມໝູ່ມີ: ຫຼຽນໄຊແຮງງານ ຊັ້ນ II 15 ໜ່ວຍ, ຊັ້ນ III 16 ໜ່ວຍ, ຫຼຽນໄຊພິລະອາດຫານ ຊັ້ນ II 41 ໜ່ວຍ, ຊັ້ນ III
53 ໜ່ວຍ, ຫຼຽນກາແຮງງານ 51 ໜ່ວຍ, ຍ້ອງຍໍລັດຖະບານ 33 ໃບ, ຍ້ອງຍໍກະຊວງປ້ອງກັນປະເທດ 59 ໃບ, ຍ້ອງຍໍກົມໃຫຍ່ການເມືອງ 21
ໃບ, ຍ້ອງຍໍສູນຟື້ນຟູຄົນພິການ 1 ໃບ ແລະ ປະເພດບຸກຄົນມີ: ຫຼຽນໄຊແຮງງານ ຊັ້ນ II 564 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ III 1,873 ໜ່ວຍ,
ຫຼຽນໄຊພິລະອາດຫານຊັ້ນ II 884 ໜ່ວຍ, ຊັ້ນ III 1,965 ໜ່ວຍ, ຫຼຽນກາແຮງງານ 2,748 ໜ່ວຍ, ຍ້ອງຍໍລັດຖະບານ 1,239 ໃບ, ຍ້ອງຍໍ
ກະຊວງປ້ອງກັນປະເທດ 1,251 ໃບ ແລະ ຍ້ອງຍໍກົມໃຫຍ່ການເມືອງ 829 ໃບ ຢ່າງສົມກຽດ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ສີພອນໄຊ ຄໍາທອງເຫວີນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງເຫຼົ່າຮົບຊ່າງແສງໃນໄລຍະ 71
ປີຜ່ານມາ. ພ້ອມທັງ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ມີລະບຽບແບບ
ແຜນນໍາພາ-ຊີ້ນໍາ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ ຫ້າວຫັນຕໍ່ໜ້າທີ່ວຽກ
ງານວິຊາສະເພາະຂອງຕົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງພັກ, ກໍ່ສ້າງພະນັກງານ, ຮັກສາໄດ້ມູນເຊື້ອອັນດີງາມ ແລະ ຕັ້ງໜ້າ
ປັບປຸງກໍ່ສ້າງເຫຼົ່າຮົບຊ່າງແສງ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ແຫຼ່ງຂ່າວໂດຍ ອານຸສອນ ສິມວົງສາ
ວັນທີ 27/10/2025