
ກົມໃຫຍ່ການເມືອງກອງທັບ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ

ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ໃນວັນທີ 26 ສິງຫາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດຄື: ວັນຍຶດອຳນາດ
ຄົບຮອບ 50 ປີ (23 ສິງຫາ 1975-23 ສິງຫາ 2025) ແລະ ສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025),
ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ
ບັນດາຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ ແລະ ພະນັກງານ-ນັກຮົບ ອ້ອມຂ້າງກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອວັນຍຶດອໍານາດ 23 ສິງຫາ 1945 ເຊິ່ງເປັນວັນທີ່ປະຊາຊົນ
ບັນດາເຜົ່າ ໄດ້ລຸກຮື້ຂຶ້ນເດີນຂະບວນຕໍ່ສູ້ເພື່ອຄວາມເປັນເອກະລາດ, ສິດເສລີພາບ ແລະ ດ້ວຍນໍ້າໃຈອັນຮັກຊາດ, ດ້ວຍຄວາມຄຽດແຄ້ນຕໍ່ການ
ຮຸກຮານ ແລະ ການກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນ, ຕໍ່ສູ້ຈົນໄດ້ຮັບໄຊຊະນະ ແລະ ໄດ້ເປັນໄຊຊະນະຄັ້ງປະຫວັດສາດ ຂອງຊາດລາວ ເຊິ່ງ
ໄດ້ມີຄວາມໝາຍຄວາມສໍາຄັນທີ່ສຸດຕໍ່ປະຊາຊົນລາວ ເພາະວ່າໄດ້ເປັນຂີດໝາຍອັນສໍາຄັນໃນການຕໍ່ສູ້ຍາດເອົາເອກະລາດ ແລະ ອິດສະຫຼະພາບ
ຂອງປະຊາຊົນລາວຄັ້ງທຳອິດ ທີ່ສາມາດທັບມ້າງແອກປົກຄອງຂອງລັດທິລ່າເມືອງຂຶ້ນຝຣັ່ງ ແລະ ເປັນການເປີດສາກ ໃຫ້ແກ່ການເຄື່ອນໄຫວປະ
ຕິວັດລາວກ້າວໄປສູ່ໄລຍະໃໝ່. ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງຖືກປະລາໄຊ ຈັກກະພັດອາເມຣິກາ ໄດ້ກະໂດດເຂົ້າມາແທນ, ຕໍ່ມາຮອດ ວັນທີ
23 ສິງຫາ 1975 ຊາວນະຄອນຫຼວງວຽງຈັນ ກໍຄືປະຊາຊົນລາວບັນດາເຜົ່າ ໄດ້ໂຮມຊຸມນຸມມິດຕິງ ເພື່ອຕ້ອນຮັບການປະກາດສ້າງຕັ້ງອໍານາດ
ການປົກຄອງປະຕິວັດ ເຊິ່ງເປັນອັນວ່າ ລະບົບອໍານາດການປົກຄອງປະຕິວັດທັງໝົດແຕ່ຂັ້ນແຂວງ, ນະຄອນຫຼວງ ລົງຮອດຂັ້ນຮາກຖານ ໄດ້ຮັບ
ການສ້າງຕັ້ງຂຶ້ນ ໃນທົ່ວເຂດປົກຄອງ ຂອງສັດຕູ. ວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່
ນະຄອນຫຼວງວຽງຈັນ, ກອງປະຊຸມໄດ້ເປັນເອກະສັນຜ່ານບັນດາມະຕິອັນເປັນປະຫວັດສາດ, ການຕົກລົງລົບລ້າງລະບອບລາຊາທິປະໄຕທີ່ຫຼ້າສະ
ໄໝ ແລະ ສະຖາປະນາ ລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ສ້າງຕັ້ງສະພາປະຊາຊົນສູງສຸດ, ແຕ່ງຕັ້ງ ປະທານປະເທດ ແລະ ສ້າງ
ຕັ້ງລັດຖະບານ ສປປ ລາວ, ກຳນົດທຸງຊາດ, ເພງຊາດ ແລະ ພາສາທາງການ. ວັນທີ 23 ສິງຫາ ຈຶ່ງມີຄວາມໝາຍຄວາມສໍາຄັນຫຼາຍ ສໍາລັບປະ
ຊາຊົນລາວທັງຊາດ ເພາະວ່າ: ໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າ ພາຍ
ໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ, ແມ່ນຜົນທີ່ເກີດຈາກຄວາມກ້າຫານປະດິດສ້າງແຫ່ງການນໍາໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອ
ຍຶດອໍານາດການປົກຄອງ ໃນທົ່ວປະເທດແບບ “ ບົວບໍ່ຊໍ້ານໍ້າບໍ່ຂຸນ ” ແມ່ນໄຊຊະນະ ຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນໍາພາອັນສະ
ຫຼາດສ່ອງໃສ ຂອງພັກ ທີ່ຮູ້ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກຳຕົວຈິງ ຂອງການປະຕິວັດລາວ ຢ່າງປະດິດສ້າງ, ແມ່ນໄຊຊະນະ ຂອງກໍາ
ລັງແຮງແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຂອງປວງຊົນທັງຊາດ, ຄວາມເປັນອັນໜຶ່ງອັນດຽວກັນ ຂອງກອງທັບ ແລະ ປະຊາຊົນລາວ
ບັນດາເຜົ່າ, ແມ່ນໄຊຊະນະຂອງຄວາມສາມັກຄີຮ່ວມສໍາພັນສູ້ຮົບ ລະຫວ່າງ ປະຊາຊົນ ລາວ-ຫວຽດນາມ-ກຳປູເຈຍ ທີ່ໄດ້ຄຽງບ່າຄຽງໄຫຼ່ກັນ
ຕ້ານສັດຕູໂຕດຽວກັນ. ຈາກນັ້ນ, ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ຂອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 75 ປີ, ເຊິ່ງຊາດ
ລາວ ເປັນຊາດໜຶ່ງ ທີ່ມີປະຫວັດສາດອັນຍາວນານ, ມີມູນເຊື້ອການຕໍ່ສູ້ຂອງ ປະຊາຊົນລາວບັນດາເຜົ່າ ເພື່ອຄວາມເປັນເອກະລາດ, ເສລີພາບ
ແລະ ຄວາມຢູ່ດີກິນດີຂອງຕົນ, ແນວລາວສ້າງຊາດໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 13 ສິງຫາ 1950 ເຊິ່ງເປັນໄລຍະທີ່ພວກຈັກກະພັດລ່າເມືອງ
ຂຶ້ນແບບເກົ່າໄດ້ເຂົ້າມາຮຸກຮານ ແລະ ຄອບຄອງປະເທດລາວ, ປະຊາຊົນລາວ ບັນດາເຜົ່າຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ຈຶ່ງເກີດມີຂະບວນການ
ຕ່າງໆ ລຸກຮືຂຶ້ນຕໍ່ສູ້ຢ່າງອົງອາດກ້າຫານ ເພື່ອຍາດເອົາຄວາມເປັນເອກະລາດ ແລະ ອິດສະຫຼະພາບແຫ່ງຊາດ ໃນນີ້, ແນວລາວສ້າງຊາດເປັນສ່ວນ
ປະກອບສຳຄັນທີ່ຕັດແຍກບໍ່ໄດ້ໃນລະບົບການເມືອງ ປະຊາທິປະໄຕ ປະຊາຊົນ ທີ່ມີພັກປະຊາຊົນປະຕິວັດລາວເປັນແກ່ນນໍາ, ວຽກງານແນວໂຮມ
ໃນໄລຍະໃໝ່ ແມ່ນການເສີມສ້າງຄວາມສາມັກຄີປວງຊົນລາວ, ແມ່ນການເຕົ້າໂຮມກຳລັງແຮງທົ່ວສັງຄົມ ແລະ ວຽກງານແນວໂຮມ ແມ່ນຄວາມ
ຮັບຜິດຊອບໂດຍກົງ ຂອງພັກ ແລະ ລັດ ກໍຄືແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ ເຊິ່ງພັກເປັນຄັນທຸງ, ເປັນແກນກາງ
ຂອງວຽກງານແນວໂຮມ ແລະ ແນວລາວສ້າງຊາດ ເປັນອົງການສໍາຄັນທາງການເມືອງ-ສັງຄົມ, ເປັນອົງການຫຼັກແຫຼ່ງ, ເປັນເຈົ້າການເຕົ້າໂຮມ
ຄວາມສາມັກຄີປະຊາຊົນທຸກຊັ້ນຄົນ, ຊົນເຜົ່າ, ເພດໄວ, ສາສະໜາ, ພີ່ນ້ອງລາວຢູ່ຕ່າງປະເທດ ຊ່ວຍພັກ ແລະ ລັດ ໃນແຕ່ລະຂັ້ນ.
ແຫຼ່ງຂ່າວໂດຍ ນາງ ໜູແດງ
ວັນທີ 27/08/2024