ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ພະລາທິການກອງທັບປະກາດການແຕ່ງຕັ້ງປະທານ ແລະ ຄະນະກຳມະການ
ສະພາບໍລິຫານຮ່ວມ ບໍລິສັດຮ່ວມພັດທະນາ 2 ທັນວາ


ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ ​ເປັນ​ປະທານ

    ວັນທີ 26 ສິງຫາ 2024 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ປະກາດການແຕ່ງຕັ້ງປະທານ ແລະ ຄະນະກຳມະການສະພາບໍລິຫານຮ່ວມ
ບໍລິສັດຮ່ວມພັດທະນາ 2 ທັນວາ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະ
ເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະກົມ, ຫ້ອງການ, ຄະນະສະພາບໍລິຫານ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນມີ ວິເສດສິນ ຮອງຫົວໜ້າຫ້ອງການກົມໃຫຍ່ພະລາທິການກອງທັບ, ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ພະລາທິການກອງ
ທັບ ວ່າດ້ວຍການແຕ່ງຕັ້ງປະທານ ແລະ ຄະນະກຳມະການສະພາບໍລິຫານຮ່ວມບໍລິສັດຮ່ວມພັດທະນາ 2 ທັນວາ, ອີງຕາມສັນຍາວ່າດ້ວຍການຮ່ວມ
ທຶນສ້າງຕັ້ງ ບໍລິສັດຮ່ວມພັດທະນາ 2 ທັນວາ ສະບັບເລກທີ 099/PSL, ລົງວັນທີ 23 ທັນວາ ປີ 2022, ອີງຕາມ ຕາມໜັງສືສະເໜີຂອງບໍລິສັດ
ພີເອັດສແອວ ເຊີວິດສ໌ ຈຳກັດຜູ້ດຽວ ສະບັບເລກທີ 166/PSL, ລົງວັນທີ 19/02/2024 ແລະ ອີງຕາມ ການຕົງລົງເຫັນດີເອກະພາບ ພາຍໃນຄະ
ນະກົມໃຫຍ່ພະລາທິການກອງທັບ, ກົມໃຫຍ່ພະລາທິການກອງທັບ ຕົກລົງແຕ່ງຕັ້ງ ພົນຈັດຕະວາ ຈັນດີ ສຸລິວົງສັກ ຮອງຫົວໜ້າກົມໃຫຍ່ພະລາທິ
ການກອງທັບ ເປັນປະທານສະພາ ບໍລິຫານຮ່ວມ ຮັບຜິດຊອບວຽກງານ ການຈັດຕັ້ງພະນັກງານບຸກຄະລາກອນ ແລະ ວຽກພົວພັນພາຍໃນກະຊວງ
ປ້ອງກັນປະເທດ, ທ່ານ ນາງ ພວງທອງ ສຸຍະວົງ ຜູ້ອໍານວຍການບໍລິສັດ PSL ເປັນປະທານບໍລິຫານຮ່ວມຮັບຜິດຊອບການເງິນ-ການບັນຊີ, ການຄ້າ-
ການຕະຫຼາດ ແລະ ວຽກງານບໍລິຫານລວມ, ພັນໂທ ແສງດາວັນ ສີຊານົນ ເປັນຮອງປະທານສະພາບໍລິຫານ ຮັບຜິດຊອບວຽກງານວິຊາສະເພາະເຕັກ
ນິກ-ການຜະລິດ, ທ່ານ ຈ້ານ ຫົງຢວນ ເປັນຮອງປະທານສະພາບໍລິຫານ ຮັບຜິດຊອບວຽກງານອຸປະກອນ, ສາຍການຜະລິດ ແລະ ການປະສານງານ
ຕ່າງປະເທດ, ສະຫາຍ ພັນເອກ ຈັນທະລີ ວິຈິດ, ສະຫາຍ ພັນໂທ ລຳເງິນ ສຸລິຂັນ, ທ່ານ ນາງ ສຸດານິນ ແພງຄຳມີ, ທ່ານ ນາງ ນາລິຕາ ສີບຸນເຮືອງ
ເປັນກຳມະການ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 27/08/2024