
ກົມໃຫຍ່ເສນາທິການກອງທັບ ເຜີຍແຜ່ກົດລະບຽບຂອງກອງທັບປະຊາຊົນລາວ

ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານກອງປະຊຸມ ຄັ້ງວັນທີ 25/05/2026
ວັນທີ 25 ພຶດສະພາ 2026 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມ ເຜີຍແຜ່ກົດລະບຽບຂອງກອງທັບປະຊາຊົນ
ລາວ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະ
ນະບັນຊາກົມ, ກອງ, ຫ້ອງການ ຕະຫຼອດຮອດພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ເສນາທິການກອງທັບ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ເຜີຍແຜ່ກົດລະບຽບຂອງກອງທັບປະຊາຊົນລາວ. ຈຸດປະສົງການເຜີຍແຜ່ກົດ
ລະບຽບໃນຄັ້ງນີ້, ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ໄດ້ເຊື່ອມຊຶມ, ກຳແໜ້ນຕໍ່ບັນດາຂໍ້ກຳນົດ, ກົດລະບຽບຂອງກອງທັບປະຊາຊົນ
ລາວ ເພື່ອພ້ອມກັນຕັ້ງໜ້າປັບປຸງແກ້ໄຂ ແລະ ປະຕິບັດໃຫ້ຖືກຕ້ອງຕາມລະບຽບການຂອງກອງທັບປະຊາຊົນລາວ ຢ່າງເຂັ້ມງວດ, ໃນ
ນັ້ນປະກອບມີ XVI ພາກ, 299 ມາດຕາ. ການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່, ປັບປຸງກໍ່ສ້າງກໍາລັງຢ່າງເປັນເອກະພາບກາຍເປັນກຳ
ລັງແຮງສັງລວມໃຫ້ກອງທັບ ສາມາດເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ. ທັງເປັນເຂັມຊີ້ທິດການປັບປຸງກໍ່ສ້າງກອງທັບປະຊາຊົນ
ລາວໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນກອງທັບປະຕິວັດ ທີ່ມີແບບແຜນອັນໃໝ່ທີ່ທັນສະໄໝ, ຮັບປະກັນໃຫ້ປະເທດຊາດມີຄວາມສະ
ຫງົບ ແລະ ມີບາດກ້າວເຕີບໃຫຍ່ຢ່າງໜັກແໜ້ນ.
ແຫຼ່ງຂ່າວໂດຍ ນາງ ສຸພາພອນ ລາດສີເມືອງ
ວັນທີ 27/05/2026