ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງຫົວໜ້າການທະຫານ, ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນ
ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ I ຢູ່ກອງພັນໃຫຍ່ 941


ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ກໍາມະການຄະນະພັກກະຊວງປ້ອງກັນປະເທດ,
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

    ໃນວັນທີ 23 ພຶດສະພາ 2025 ນີ້, ຢູ່ທີ່ ກອງພັນໃຫຍ່ 941 ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງຫົວໜ້າການທະຫານ, ບົ່ງຕົວແຕ່ງຕັ້ງ
ຮອງເລຂາຄະນະພັກ ກອງພັນໃຫຍ່ 941 ແລະ ກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ
ກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ I ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ
ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີທ່ານ ທົງສັກ ກົມມະເມືອງ ຮອງຫົວໜ້າກົມ
ກໍ່ສ້າງພະນັກງານ ຄະນະຈັດຕັ້ງສູນກາງພັກ, ມີສະຫາຍ ພັນໂທ ອິນພອນ ໄຊຍະສິດ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງ
ທັບ, ມີວິຊາການ ຈາກກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ, ມີສະຫາຍ ພັນເອກ ພູໂຂງ ມະໂນລາ ເລຂາຄະນະ
ພັກ, ຫົວໜ້າການເມືຶອງ ກອງພັນໃຫຍ່ 941 ພ້ອມດ້ວຍຄະນະ ແລະ ບັນດາສະມາຊິກພັກ-ພະນັກງານຫຼັກແຫຼ່ງທົ່ວກອງພັນໃຫຍ່ 941
ເຂົ້າຮ່ວມຢ່າງພ້ອມພຽງ.

     ໂດຍປະຕິບັດຕາມຄຳສັ່ງແນະນຳຂອງຄະນະເລຂາທິການສູນກາງພັກ, ບົດແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ກໍຄືແຜນການ ຂອງກະ
ຊວງປ້ອງກັນປະເທດ ກ່ຽວກັບການກະກຽມທາບທາມເພື່ອດຳເນີນກອງປະຊຸມໃຫຍ່ສະໝັກຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ
ກະຊວງປ້ອງກັນປະເທດ ກໍຄືແຜນການປັບປຸງການຈັດຕັ້ງແຕ່ລະຂັ້ນ ໃນທົ່ວກອງທັບ ໃຫ້ໜັກແໜ້ນເຂັ້ມແຂງ ເຊິ່ງນອນໃນທ່າມກາງບັນຍາ
ກາດທີ່ທົ່ວພັກ-ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວບັນດາເຜົ່າ ພວມສືບຕໍ່ຈັດຕັ້ງປະຕິບັດມັດຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງ
ພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໃນໄລຍະທ້າຍສະໄໝ ຢ່າງເປັນຂະບວນການກວ້າງຂວາງ
ຕິດພັນກັບການສ້າງຜົນງານຂະບວນການດ້ານຕ່າງໆ ເພື່ອໄວ້ຂໍານັບຮັບຕ້ອນວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ ຢ່າງ
ເປັນຂະບວນການຟົດຟື້ນແຂງແຮງ. ຈຸດປະສົງ ເພື່ອທາບທາມບຸກຄະລາກອນຮັບສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ
ປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ເຊິ່ງໄດ້ຮັບຜົນສຳເລັດຕາມຄາດໝາຍ ແລະ ປະກາດການແຕ່ງຕັ້ງຫົວໜ້າການທະຫານ, ບົ່ງຕົວແຕ່ງ
ຕັ້ງຮອງເລຂາຄະນະພັກ ກອງພັນໃຫຍ່ 941. ອີງຕາມ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຫົວໜ້າການທະຫານ ກອງພັນໃຫຍ່ 941, ອີງຕາມ ກົດ
ໝາຍ ນາຍທະຫານ ທັບປະຊາຊົນລາວ ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ ຍົກຍ້າຍນາຍທະຫານ, ອິງຕາມທິດທາງ
ກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າ
ທີປົກປັກຮັກສາ ແລະ ພັດທະນາປະເທດຊາດ, ອີງຕາມ ການຄົ້ນຄວ້າເຫັນດີເປັນເອກະພາບ ຂອງກອງປະຊຸມຄະນະປະຈຳພັກ ກະຊວງປ້ອງ
ກັນປະເທດ ຄັ້ງວັນທີ 17 ເມສາ 2025, ອີງຕາມ ການຄົ້ນຄວ້າ ແລະ ນຳສະເໜີ ຂອງກົມໃຫຍ່ການເມືອງກອງທັບ. ກະຊວງປ້ອງກັນປະເທດ
ຕົກລົງ ຍົກຍ້າຍ ພັນເອກ ພັນສອນ ຄຳຜິວ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງພັນໃຫຍ່ 941 ໄປຮັບໜ້າທີ່ໃໝ່ ຢູ່ກົມອົບຮົມ
ກົມໃຫຍ່ເສນາທິການກອງທັບ ແລະ ແຕ່ງຕັ້ງ ພັນໂທ ສັນຕິ ຈັນທະລັງສອນ ເປັນຫົວໜ້າການທະຫານ ກອງພັນໃຫຍ່ 941. ອີງຕາມ ມະຕິຕົກ
ລົງ ວ່າດ້ວຍການແຕ່ງຕັ້ງປ່ຽນແທນກຳມະການຄະນະພັກ, ກຳມະການປະຈຳພັກ, ຮອງເລຂາຄະນະພັກ ກອງພັນໃຫຍ່ 941, ອີງຕາມ ກົດລະ
ບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ໝວດທີ II ມາດຕາ 13, ອີງຕາມ ໜັງສືສະເໜີ ຂອງກົມໃຫຍ່ການເມືອງກອງທັບ ສະບັບ
ເລກທີ 2782/ກມທ, ລົງວັນທີ 20 ພຶດສະພາ 2025. ຄະນະພັກກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງສະຫາຍ ພັນໂທ ສັນຕິ ຈັນທະລັງ
ສອນ ຫົວໜ້າການທະຫານ ກອງພັນໃຫຍ່ 941 ເປັນກຳມະການພັກ, ກຳມະການປະຈຳພັກ, ຮອງເລຂາຄະນະພັກ ກອງພັນໃຫຍ່ 941 ປ່ຽນ
ແທນ ສະຫາຍ ພັນເອກ ພັນສອນ ຄໍາຜິວ ທີ່ໄດ້ຍົກຍ້າຍໄປຮັບໜ້າທີ່ຢູ່ບ່ອນໃໝ່. ຈາກນັ້ນ, ໃນພິທີ ຍັງໄດ້ຮັບຟັງການໂອ້ລົມຈາກປະທານ ເຮັດ
ໃຫ້ກອງປະຊຸມມີໃນຄວາມໝາຍ,ຄວາມສຳຄັນ ແລະ ມີຜົນສຳເລັດຢ່າງຈົບງາມ.

ແຫຼ່ງຂ່າວໂດຍ ຂັນທະວີ ແກ້ວກາໃຈ
ວັນທີ 27/05/2025