ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດນຳໃຊ້ ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ຢ່າງເປັນທາງການ


ພິທີ ເປີດນຳໃຊ້ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ຢ່າງເປັນທາງການ ​ໃນ​ວັນ​ທີ 23/04/2026

    ໃນວັນທີ 23 ເມສາ 2026 ນີ້, ໄດ້ຈັດພິທີ ເປີດນຳໃຊ້ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ຢ່າງເປັນທາງການ,
ໂດຍມີ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາ
ທິການກອງທັບປະຊາຊົນລາວ, ສະຫາຍ ພົນເອກ ຫງວຽນ ເຕິນ ເກືືອງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ສສ ຫວຽດນາມ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ມີບັນດາສະຫາຍຜູ້ຕາງໜ້າຄະນະນໍາຫ້ອງວ່າການສູນກາງ
ພັກ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄະນະພົວພັນການຕ່າງປະເທດສູນກາງ, ກະຊວງປ້ອງກັນຄວາມສະຫງົບ, ຄະນະນຳກະ
ຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ຄະນະຜູ້ແທນກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວ
ຂ້ອງ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຈັດຕະວາ ອຸ່ນຄຳ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນກອງທັບປະຊາຊົນລາວ ໄດ້ຜ່ານບົດລາຍງານ
ຜົນສຳເລັດການກໍ່ສ້າງ ກອງບັນຊາການທະຫານຊາຍແດນກອງທັບປະຊາຊົນລາວ ອີງຕາມ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ມອບ
ໝາຍໂຄງການກໍ່ສ້າງສໍານັກງານກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ໃຫ້ບໍລິສັດລາວີນາໂກ 36 ຈໍາກັດຜູ້ດຽວ, ອີງ
ຕາມ ສັນຍາໂຄງການກໍ່ສ້າງສໍານັກງານກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ລະຫວ່າງ ກົມທະຫານຊາຍແດນ ກົມ
ໃຫຍ່ເສນາທິການ ກັບ ບໍລິສັດລາວີນາໂກ 36 ຈໍາກັດຜູ້ດຽວ ແລະ ອີງຕາມການລົງມືຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆ ຂອງໂຄງການ
ໃນໄລຍະຜ່ານມາຮອດປັດຈຸບັນໄດ້ສໍາເລັດ ເຊິ່ງເປັນອາຄານແບບຖາວອນ, ມີເນື້ອທີ່ດິນທັງໝົດ 3,2 ເຮັກຕາ ປະກອບມີ ຕຶກອາຄານສໍານັກ
ງານກອງບັນຊາການ 05 ຊັ້ນ, ສະໂມສອນຫຼັງ, ອາຄານຫ້ອງການ, ໝວດກໍ່ສ້າງ, ໝວດຂົນສົ່ງ, ໝວດສື່ສານ ແລະ ໝວດກົດລັບ, ພ້ອມນີ້,
ຍັງມີ ອາຄານຫ້ອງໝວດຊ້ອມແປງຈໍານວນ, ອາຄານໂຮງໝໍ 2 ຊັ້ນ, ອາຄານໝວດປ້ອງກັນ, ອາຄານຫໍພັກໂສດ ແລະ ຫໍ​ພັກພະນັກງານ 02
ຊັ້ນ, ອາຄານສາງອາວຸດ, ອາຄານສາງອຸປະໂພກ-ບໍລິໂພກ , ເຮືອນຄົວ, ກາລາລົດຂົນສົ່ງ,  ກະລາສ້ອມແປງ ນອກນີ້, ຍັງມີປະຕູໂຂງ, ຜາມໄຊ,
ເດີ່ນກິລາ, ປໍ້ານໍ້າມັນ, ລະບົບໄຟຟ້າ, ນໍ້າປະປາຄົບຊຸດ, ເຄື່ອງໃຊ້ຫ້ອງການ, ເຟີນີເຈີ ແລະ ອື່ນໆ ຕາມແບບທີ່ກໍານົດ; ພິເສດສະໂມສອນໄດ້
ມີການຕິດຕັ້ງ ໜ້າຈໍແອວອີດີອີກດ້ວຍ. ລວມມູນຄ່າກໍ່ສ້າງທັງໝົດ: 12.122.618 ໂດລາ.

     ໂອກາດນີ້, ສະຫາຍ ພົນເອກ ຫງວຽນ ເຕິນ ເກືືອງ ໄດ້ກ່າວມອບບັນດາຕຶກອາຄານ ໂຄງການກໍ່ສ້າງກອງບັນຊາການທະຫານຊາຍແດນ
ກອງທັບປະຊາຊົນລາວ ທີ່ໄດ້ກໍ່ສ້າງສຳເລັດ ເຊິ່ງເປັນການສະແດງໃຫ້ເຫັນເຖິງ ສາຍພົວພັນອັນພິເສດ ແລະ ສະນິດແໜ້ນລະຫວ່າງສອງຊາດ,
ສອງກອງທັບ, ປະຊາຊົນທັງສອງຊາດ ທີ່ສະແດງໃຫ້ເຫັນມິດຕະພາບ ທີເປັນມູນເຊື້ອ ອັນດີງາມຕໍ່ກັນ ທັງເປັນປະຫວັດສາດໜ້າໃໝ່ ເພື່ອ
ເປັນການເສີມຂະຫຍາຍສາຍພົວພັນ ຫວຽດນາມ-ລາວ-ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

     ໂອກາດດັ້ງກ່າວ, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ກ່າວຮັບໂຄງການດັ່ງກ່າວ ເຊິ່ງເປັນໂຄງການໜຶ່ງທີ່ມີຄວາມໝາຍສຳຄັນທາງ
ດ້ານປະຫວັດສາດຂອງກອງທັບປະຊາຊົນລາວ, ທັງເປັນນິມິດໝາຍທີ່ດີໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມະຄີພິເສດ
ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ສອງກອງທັບລາວ-ຫວຽດນາມ, ເວົ້າລວມ, ເວົ້າສະເພາະ ກໍຄືສອງກອງບັນ
ຊາການທະຫານຊາຍແດນລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ໃນທ້າຍພິທີ, ຄະນະຜູ້ແທນທັງສອງຝ່າຍ ໄດ້ຂຶ້ນຕັດແຖບຜ້າ
ເປີດນໍາໃຊ້ຕຶກອາຄານ ກອງບັນຊາທະຫານຊາຍແດນ ກອງທັບປະຊາຊົນລາວ ຢ່າງເປັນທາງການ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 27/04/2026