ກົມໃຫຍ່ເສນາທິການກອງທັບ ປາຖະກະຖາ 2 ວັນປະຫວັດສາດ
ທ່ານ ພົນຕີ ວັນທອງ ບຸດຕະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ
ໃນວັນທີ 24 ມີນາ 2025 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຕັ້ງ ພິທີປາຖະກະຖາ 2 ວັນປະຫວັດສາດຄື: ວັນສ້າງຕັ້ງ ພັກປະ
ຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025), ວັນຄຽດແຄ້ນຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ ແລະ
ເສຍສະຫຼະຊິວິດເພື່ອປະເທດຊາດ ຄົບຮອບ 79 ປີ (21 ມີນາ 1946-21 ມີນາ 2025) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະ
ຫາຍ ພົນຕີ ວັນທອງ ບຸດຕະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະ
ກົມ, ຫ້ອງການ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ຫວນຄືນມູນເຊື້ອວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ເຊິ່ງຍົກໃຫ້ເຫັນຂະບວນວິວັດແຫ່ງການ
ກໍາເນີດ ຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 70 ປີ ແຫ່ງການນໍາພາຂອງພັກ ປະຫວັດການກໍາເນີດ, ເຕີບໃຫຍ່ຂະຫາຍຕົວ ແລະ
ຄວາມໝາຍ ຄວາມສຳຄັນ ຂອງພັກປະຊາຊົນປະຕິວັດລາວ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ພາຍຫຼັງທີ່ ພັກປະຊາຊົນປະ
ຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນ ພັກໄດ້ນໍາພາປວງຊົນລາວທັງຊາດ ຕໍ່ສູ້ປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງຕ່າງຊາດ, ນໍາເອົາ
ຄວາມເປັນເອກະລາດ, ອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ມາສູ່ປວງຊົນລາວບັນດາເຜົ່າ. ຕະຫຼອດໄລຍະ 70 ຜ່ານມາ,
ຂະບວນການຕໍ່ສູ້ ກໍຄືການນໍາພາ-ຊີ້ນໍາຂອງພັກ ກໍຍິ່ງນັບມື້ເຕີບໃຫຍ່ຂະຫຍາຍຕົວກ້າວຂຶ້ນໃນແຕ່ລະໄລຍະ ແລະ ໄດ້ຮັບໄຊຊະນະທຸກບັ້ນຮົບ,
ພັກປະຊາຊົນປະຕິວັດລາວ ເວລາໃດ ກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດ, ຢຶດໝັ້ນລັດທິ ມາກ-ເລນິນ, ແນວຄິດ ໄກສອນ ພົມ
ວິຫານ ເຮັດໃຫ້ປະຊາຊົນລາວບັນດາເຜົ່າຢູ່ເຢັນເປັນສຸກ, ປະເທດຊາດໄດ້ຮັບການພັດທະນາຢ່າງຮອບດ້ານ.
ພ້ອມນີ້, ຍັງໄດ້ຫວນຄືນວັນຄຽດແຄ້ນຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ເຊິ່ງພັກ-ລັດ
ຖະບານ ໄດ້ກໍານົດເອົາວັນທີ່ ປະທານ ສຸພານຸວົງ ຖືກບາດເຈັບໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ໃນວັນທີ 21 ມີນາ 1946 ແລະ ໃຫ້ມີ
ການຈັດຕັ້ງລະນຶກເຖິງວັນດັ່ງກ່າວ ນັບແຕ່ປີ 2014 ເປັນຕົ້ນມາ, ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແມ່ນໜຶ່ງໃນບັ້ນຮົບທີ່ສຳຄັນທີ່ສຸດຢູ່ໃນ
ລາວ ບໍ່ພຽງແຕ່ເປັນວັນຄຽດແຄ້ນ ຂອງປະຊາຊົນລາວຕໍ່ພວກລ່າເມືອງຂຶ້ນຝຣັ່ງ ແຕ່ຍັງສະແດງເຖິງຄວາມສາມັກຄີຕໍ່ສູ້ຕ້ານສັດຕູໂຕດຽວກັນ
ລະຫວ່າງ ປະຊາຊົນສອງຊາດ ລາວ-ຫວຽດນາມ ເຊິ່ງກາຍເປັນແວ່ນແຍງອັນໃສແຈ້ງ, ຄວາມເສຍສະຫຼະເລືອດເນື້ອເພື່ອຊາດຂອງນັກຮົບປະຕິ
ວັດຮຸ່ນກ່ອນ, ຄວາມມີນໍ້າໃຈສູ້ຮົບຢ່າງພິລະອາດຫານ, ບໍ່ຍອມຈຳນົນຂອງກອງທັບ ແລະ ປະຊາຊົນເມືອງທ່າແຂກ ກໍຄືການບັນຊາທີ່ເດັດດ່ຽວ
ໜຽວແໜ້ນ ຂອງຄະນະບັນຊາການກຳລັງປະກອບອາວຸດ ທີ່ນຳພາໂດຍ ປະທານ ສຸພານຸວົງ. ການປາຖະກະຖາໃນຄັ້ງນີ້, ເພື່ອເຮັດໃຫ້ພະນັກ
ງານ-ສະມາຊິກພັກ ຮັບຮູ້ ເຊື່ອມຊຶມຕໍ່ແນວທາງການນໍາພາອັນປີຊາສາມາດ, ສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ, ເພື່ອລະນຶກ
ເຖິງພະນັກງານ-ນັກຮົບ ແລະ ປະຊາຊົນທີ່ໄດ້ເສຍສະຫຼະເລືອດເນື້ອຊີວິດເພື່ອຕ້ານການຮຸກຮານຂອງຈັກກະພັດລ່າເມືອງຂຶ້ນຝຣັ່ງໃນອະດີດ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 27/03/2025