
ເຊັນສັນຍາຊື້-ຂາຍຢາ, ເຄມີ ແລະ ເຄື່ອງໃຊ້ການແພດກອງທັບ

ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ເປັນປະທານ
ວັນທີ 23 ມັງກອນ 2026 ນີ້, ກົມເສນາຮັກກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີເຊັນສັນຍາຊື້-ຂາຍຢາ, ເຄມີ ແລະ ເຄື່ອງໃຊ້ການ
ແພດຮ່ວງປະກັນສຸຂະພາບ ແລະ ບໍລິການເສຍຄ່າໃຫ້ບັນດາໂຮງໝໍຂອງກອງທັບ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ບົວສິງ ອິນ
ທະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ສະຫາຍ ພົນຈັດຕະວາ ຄໍາແພງ ພູມ
ມາແກ້ວ ຫົວໜ້າກົມເສນາຮັກກົມໃຫຍ່ພະລາທິການກອງທັບ, ມີບັນດາໂຮງໝໍ, ສະຖາບັນທີ່ຂຶ້ນກັບກົມເສນາຮັກ, ບໍສັດທີ່ກ່ຽວຂ້ອງ, ອະນຸກໍາ
ມະການ ແລະ ພະນັກງານ, ວິຊາການ ເຂົ້າຮ່ວມ.
ອີງຕາມກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ຂໍ້ຕົກລົງກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການອະນຸມັດເຊັນ
ສັນຍາຊື້-ຂາຍຢາ, ເຄມີ ແລະ ເຄື່ອງໃຊ້ການແພດ ຮ່ວງປະກັນສຸຂະພາບ-ບໍລິການເສຍຄ່າໃຫ້ບັນດາໂຮງໝໍຂອງກອງທັບ ໃນຂອບເຂດທົ່ວປະ
ເທດ ປະຈໍາປີ 2026, ອີງໃສ່ໜັງສືສະເໜີລາຄາຂອງບໍລິສັດ, ເຊິ່ງທັງສອງຝ່າຍເຫັນດີເປັນເອກະພາບເຮັດສັນຍາຊື້-ຂາຍສິນຄ້າຮ່ວມກັນໂດຍ
ມີຂໍ້ກຳນົດ ແລະ ເງື່ອນໄຂລະອຽດວ່າດ້ວຍສິນຄ້າ, ຈໍານວນລາຍການ, ລາຄາ, ມູນຄ່າ, ການຫຸ້ມຫໍ່ສິນຄ້າ, ການຈັດສົ່ງ, ຈຸດມອບ-ຮັບ, ກໍານົດ
ເວລາ, ການກວດກາ, ສໍາລະສະສາງ, ອາຍຸຂອງສັນຍາ ແລະ ການຮັບປະກັນຄຸນນະພາບໃຫ້ຖືກຕ້ອງຕາມມາດຕະຖານສາຂອງກົນ, ຖືກຕ້ອງ
ຕາມມາດຕະຖານທີ່ລະບຸໄວ້ໃນສັນຍາ, ຜ່ານການຂຶ້ນທະບຽນຢູ່ກະຊວງສາທາລະນະສຸກ ແລະ ມີແຫຼ່ງຜະລິດຖືກຕ້ອງຕາມລະບຽບກົດໝາຍ.
ຈາກນັ້ນ, ທັງສອງຝ່າຍກໍໄດ້ເຊັນສັນຍາຊື້-ຂາຍຢາ, ເຄມີ ແລະ ເຄື່ອງໃຊ້ການແພດກອງທັບ ຢ່າງເປັນທາງການ.
ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 27/01/2026