
ກອງປະຊຸມ ຮັບສ່ອງແສງ ວຽກງານກວດກາ ພັກ-ລັດ ເຂດພາກໃຕ້

ສະຫາຍ ພົນຈັດຕະວາ ແພງສີ ເສັງວິໄຊ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ,ເປັນປະທານ ວັນທີ 25/08/2026
ກອງປະຊຸມ ຮັບສ່ອງແສງ ວຽກງານກວດກາ ພັກ-ລັດ ເຂດພາກໃຕ້ ໄດ້ຈັດຂຶ້ນໃນວັນທີ 25 ສິງຫາ 2026 ນີ້, ທີ່ ກອງບັນຊາການທະຫານແຂວງເຊ
ກອງເປັນເຈົ້າພາບ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແພງສີ ເສັງວິໄຊ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງປະທານກວດ
ກາພັກກະຊວງປ້ອງກັນປະເທດ, ຫົວໜ້າກົມກວດກາກອງທັບ, ມີສະຫາຍ ພັນເອກ ສົມຈິດ ນິລະພົນ ຮອງເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາ
ການທະຫານແຂວງເຊກອງ, ມີປະທານກວດກາພັກ ບັນດາກົມກອງ ກຳລັງຫຼວງ-ກຳລັງທ້ອງຖິ່ນ 4 ແຂວງພາກໃຕ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມ ບັນດາກົມກອງ ໄດ້ຜັດປ່ຽນກັນລາຍງານການຈັດຕັ້ງປະຕິບັດວຽກງານກວດກາ ພັກ-ລັດ ໃນໄລຍະຜ່ານມາ ຢູ່ພາຍໃນແຕ່ລະກົມກອງ
ໂດຍພື້ນຖານແລ້ວ ພະນັກງານ-ນັກຮົບ ມີແນວຄິດການເມືອງໜັກແໜ້ນ, ປະຕິບັດໄດ້ຕາມຂໍ້ກໍານົດ, ກົດລະບຽບ ຂອງພັກ, ກົດໝາຍຂອງລັດ ແລະ ປະຕິ
ບັດລະບຽບວິໄນ ຂອງກອງທັບວາງອອກ ຢ່າງເຂັ້ມງວດ, ສະມາຊິກພັກ, ນາຍ ແລະ ພົນທະຫານ ມີຄວາມສາມັກ ຄີ, ຫ້າວຫັນຈັດຕັ້ງປະຕິບັດໜ້າທີ່ການ
ເມຶອງທີ່ໄດ້ຮັບມອບໝາຍໄດ້ເປັນຢ່າງດີ ເຊິ່ງຕະຫຼອດໄລຍະຜ່ານມາພະແນກການ ກໍຄືຂະແໜງການກວດກາ ໄດ້ເຄື່ອນໄຫວວຽກງານ ທັງພາຍໃນ ແລະ ກົມ
ກອງ ອ້ອມຂ້າງ ຢ່າງເປັນປົກກະຕິ ໂດຍສະເພາະການກວດກາຊັບສິນ, ແກ້ໄຂຄະດີຕ່າງໆ ສົມທົບກັບການຈັດຕັ້ງເຮັດວຽກງານກວດກາ ຂອງທຸກພາກສ່ວນ
ເຊິ່ງສາມາດກວດກາ ແລະ ເກັບກໍາຂໍ້ມູນໄດ້ຄົບຖ້ວນ. ສ່ວນບັນຫາທີ່ຍັງຄົງຄ້າງ ແລະ ຈະນໍາສະເໜີ ໃຫ້ພາກສ່ວນກ່ຽວຂ້ອງຊີ້ນໍາ, ແກ້ໄຂ ເປັນຕົ້ນແມ່ນບັນ
ຫາທີ່ດິນ, ພະນັກງານ ຂັ້ນນໍາພາ-ບັນຊາ, ພະນັກງານ-ນັກຮົບ ທີ່ຍັງຂາດສະຕິຕໍ່ການຈັດຕັ້ງ, ກະທໍາຜິດກົດໝາຍບ້ານເມືອງ, ປະລະໜ້າທີ່, ຫຼິ້ນກິນເກີນຂອບ
ເຂດ ແລະ ອື່ນໆ ທີ່ເປັນບັນຫາຍັງແກ້ໄຂບໍ່ຕົກໃນບາງກໍລະນີ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ແພງສີ ເສັງວິໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ຄະນະພັກ-ຄະນະບັນຊາ ກໍຄືພະແນກ, ຂະແໜງການທີ່ກ່ຽວຂ້ອງ
ໄດ້ເຮັດສໍາເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້ເປັນຢ່າງດີ ແລະ ສະຫຼຸບຕີລາຄາຄືນຜົນການສ່ອງແສງວຽກງານກວດກາ ເຫັນວ່າແຕ່ລະກົມກອງ ໄດ້ເອົາໃຈໃສ່
ເຮັດໜ້າທີ່ການເມືອງຕາມສິດ, ພາລະບົດບາດຂອງຕົນ ພ້ອມທັງ, ເນັ້ນໜັກໃຫ້ພາກສ່ວນທີ່ເຮັດວຽກກວດກາ ເອົາໃຈໃສ່ເກັບກໍາສະພາບການ, ບັນຫາຕ່າງໆ
ໃຫ້ລະອຽດ ເພື່ອແກ້ໄຂໃຫ້ຖືກຕ້ອງຕາມຂໍ້ກໍານົດ, ກົດລະບຽບຂອງກອງທັບ ແລະ ກົດໝາຍຂອງພັກ-ລັດ ວາງອອກ ປະສານສົມທົບກັບກົມກອງເພື່ອນ ພາກ
ສ່ວນວິຊາສະເພາະທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງ ໃຫ້ຖືກຕ້ອງສອດຄ່ອງກັບຕົວຈິງ ໂດຍອີງໃສ່ກົດໝາຍ ເພື່ອບໍ່ໃຫ້ເປັນບ່ອນອີງແກ່ຜູ້ກະທໍາຜິດ,
ກໍາແໜ້ນສະພາບການ, ເຫດການ ແລະ ແກ້ໄຂໃຫ້ທັນການ ໃນສະເພາະໜ້າ ແລະ ຍາວນານ, ຍົກສູງຮັກສາຄວາມສາມັກຄີໃນກົມກອງ ໃຫ້ເປັນປຶກແຜ່ນແໜ້ນ
ໜາ, ສືບຕໍ່ເພີ່ມທະວີທາງດ້ານການເມືອງແນວຄິດໃຫ້ເປັນກົກ ແລະ ດ້ານການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະເປັນບັນຫາສໍາຄັນ ໂດຍຖືເອົາວຽກ
ງານກວດກາ ເປັນບັນຫາພື້ນຖານຢ່າງປົກກະຕິ, ຄະນະພັກ-ຄະນະບັນຊາ ແລະ ວິຊາສະເພາະກວດກາ ຕ້ອງກ້າເຮັດ, ກ້າຕັດສິນໃຈ ແລະ ກ້າຕໍານິສົ່ງຂ່າວ, ກ້າ
ຮັບຜິດຊອບຕໍ່ສະພາບການ ໃນການຕິດຕາມກວດກາ ເພື່ອຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ການສ້າງພຶດຕິກຳບໍ່ດີໃນກົມກອງ, ການປະລະໜ້າທີ່
ຂອງນາຍ ແລະ ພົນທະຫານ ນັບແຕ່ຂັ້ນພະນັກງານບັນຊາ-ນໍາພາ ລົງຮອດພະນັກງານ-ນັກຮົບ ໃຫ້ລະອຽດຖີ່ຖ້ວນ, ສືບຕໍ່ປັງປຸງພະນັກງານໃຫ້ຄຽງຄູ່ກັບລະດັບ
ວິຊາຮຽນ, ຍົກສູງບໍາລຸງເພີ່ມຄວາມຮູ້ຄວາມສາມາດທາງດ້ານວຽກງານກວດກາ ໃຫ້ພະນັກງານ-ນັກຮົບ ເປັນບັນຫາສໍາຄັນ ແລະ ພ້ອມກັນຈັດປະຕິບັດວຽກງານ
ກວດກາໃຫ້ເລິກເຊິ່ງເຖິງຖອງທຸກກົມກອງ ໂດຍຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃຫ້ນັບມື້ນັບສູງຂຶ້ນ.
ແຫຼ່ງຂ່າວໂດຍ ກອງຄໍາ ຈິ່ງດ້າຍອດ
ວັນທີ 26/08/2026