
ກອງປະຊຸມກຽມຄວາມພ້ອມການສວນສະໜາມ ສະເຫຼີມສະຫຼອງ
ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ
ວັນທີ 24 ພະຈິກ 2025 ນີ້, ຄະນະຮັບຜິດຊອບການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50
ປີ ໄດ້ຈັດກອງປະຊຸມ ລາຍງານການກະກຽມຄວາມພ້ອມ ການສວນສະໜາມສະ ເຫຼີມສະຫຼອງວັນຊາດທີ 2 ທັນວາ, ຢູ່ທີ່ສະໂມສອນ
ຫ້ອງວ່າການກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ
ກອງທັບ, ຄະນະຊີ້ນຳວຽກງານສວນສະໜາມ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ມີບັນດາຫົວໜ້າກົມ, ອານຸກຳມະການ, ຜູ້
ຕາງໜ້າບັນດາກອງສື່, ບັນດາຜູ້ຕາງໜ້າຄະນະຮັບຜິດຊອບກ້ອນກຳລັງແຕ່ລະກະຊວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມບັນດາຜູ້ຕາງໜ້າແຕ່ລະພາກສ່ວນ ໄດ້ຜັດປ່ຽນກັນລາຍງານສະພາບການຕ່າງໆ ກ້ອນກຳລັງຂອງຕົນ ໂດຍສະເພາະ
ແມ່ນບັນດາລະບຽບການຕ່າງໆ, ບາດກ້າວຈັງວະ, ຈັງວະການແກວ່ງທຸງ, ຄວາມເອກະພາບຂອງຕີນມື, ຜ່ານການເຝິກແອບມາໄດ້ໄລ
ຍະໜຶ່ງ ແລະ ຊ້ອມປະສານໃຫຍ່ມາ 2 ຄັ້ງເຫັນວ່າແຕ່ລະພາກສ່ວນ ມີການພັດທະນາໃນບາດກ້າວດີຂຶ້ນຫຼາຍ, ພ້ອມນີ້ ແຕ່ລະພາກ
ສ່ວນຍັງໄດ້ສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອປັບປຸງບັນດາຂໍ້ບົກຜ່ອງຕ່າງໆ ເພື່ອຄວາມເປັນເອກະພາບ, ງົດງາມ
ແລະ ຮັບປະກັນສະແດງອອກມາໄດ້ສົມບູນທີ່ສຸດ ໃນມື້ແທ້. ໂອກາດນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ໄດ້ສະແດງຄວາມຊົມເຊີຍ
ຕໍ່ບັນດາຄະນະຮັບຜິດຊອບແຕ່ລະພາກສ່ວນທີ່ໄດ້ມີຄວາມຕັ້ງໃຈຜ່ານຜ່າອຸປະສັກນາໆປະການ, ພ້ອມທັງ ເຫັນດີກັບຂໍ້ສະເໜີບັນຫາ
ຕ່າງໆ ຂອງຜູ້ຕາງໜ້າແຕ່ລະກ່ອນ ເພື່ອປັບປຸງໃຫ້ດີຂຶ້ນ, ໂດຍສະເພາະແມ່ນເອກະພາບທຸງຊາດທຸງພັກ ແລະ ທຸງປະດັບອື່ນໆ, ກຳນົດໄລ
ຍະຫາງແຕ່ລະກ້ອນໃຫ້ລະອຽດຊັດເຈນ ແລະ ເອກະພາບບັນຫາອື່ນໆ ເພື່ອຮັບປະກັນໃຫ້ການສວນສະໜາມໃນມື້ແທ້ມີປະສິດທິຜົນ.
ແຫຼ່ງຂ່າວໂດຍ ແສງເດືອນ
ວັນທີ 25/11/2025