ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ເປີດບັ້ນອົບຮົມການເມືອງ-ແນວຄິດ ປະຈໍາປີ 2025


ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ເປັນປະທານ ຄັ້ງວັນທີ 24/09/2025

    ວັນທີ 24 ກັນຍາ 2025 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ເປີດບັ້ນອົບຮົມການເມືອງ-ແນວຄິດ ປະຈໍາປີ 2025, ໂດຍການ
ເປັນປະທານ ຂອງສະຫາຍ ພົນຕີ ວັນທອງ ບຸດຕະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການ
ກອງທັບ, ມີບັນດາຄະນະກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາ ກົມກອງຮາກຖານ ແລະ ພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ເສນາທິ
ການກອງທັບ ເຂົ້າຮ່ວມ.

     ຈຸດປະສົງ ຂອງການເປີດບັ້ນອົບຮົມໃນຄັ້ງນີ້, ແມ່ນປະຕິບັດຕາມຄໍາສັ່ງແນະນໍາ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອົບຮົມ
ການເມືອງ-ແນວຄິດ, ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ, ໂຄສະນາ-ປາຖະກະຖາ ແລະ ສ້າງນັກຮົບ-ກົມກອງວັດທະນະ
ທໍາ ປະຈໍາປີ 2025 ກໍຄື ປະຕິບັດຕາມແຜນອົບຮົມການເມືອງ-ແນວຄິດ ຂອງກົມໃຫຍ່ເສນາທິການກອງທັບ ປະຈໍາປີ 2025 ເພື່ອເຮັດໃຫ້
ພະນັກງານ-ສະມາຊິກພັກ ແລະ ນັກຮົບໃນທົ່ວກົມໃຫຍ່ເສນາທິການກອງທັບ ເຊື່ອມຊຶມກໍາແໜ້ນ ບັນດາແນວທາງນະໂຍບາຍ ມະຕິ, ຄຳ
ສັ່ງ, ຂອງພັກ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ກົດໝາຍຂອງລັດ, ມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ ແລະ ເປັນການຕອບດ້ານ
ກົນອຸບາຍ ຫັນປ່ຽນໂດຍສັນຕິ ຂອງບັນດາອິດທິກຳລັງປໍລະປັກ, ເປັນການປັບປຸງກົມກອງ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວ
ຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ຍົກສູງທັດສະນະຫຼັກໝັ້ນ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຈົງຮັກພັກດີ, ຄວາມ
ສັດຊື່ບໍລິສຸດ ຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ຕໍ່ອຸດົມການສັງຄົມນິຍົມ, ສາມາດກໍາແໜ້ນທາງດ້ານລະບຽບ-ຫຼັກການ, ທັງເປັນການຍົກ
ລະດັບຄວາມຮູ້ ຄວາມສາມາດທາງດ້ານທິດສະດີ ແລະ ພຶດຕິກໍາເຂົ້າສູ່ລວງເລິກຢ່າງກວ້າງຂວາງ, ຕອບສະໜອງ ຕໍ່ຄວາມຮຽກຮ້ອງຕ້ອງການ
ເຂົ້າໃນໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ ຂອງກົມກອງຢ່າງມີຄຸນນະພາບ. ເອກະສານທີ່ນໍາມາອົບຮົມໃນຄັ້ງນີ້ ມີທັງໝົດ 11
ເອກະສານຄື: 1). ປະເທດລາວ ຊາດລາວ ຄົນລາວ, 2). ລະບົບການເມືອງໃນລະບອບປະຊາທິປະໄຕ ປະຊາຊົນ, 3). ຄຸນສົມບັດ ສິນທໍາປະ
ຕິວັດ, 4). ຕອບຕ້ານສົງຄາມຫັນປ່ຽນໂດຍສັນຕິ, 5). ຈິດຕະສາດການຄຸ້ມຄອງທັບ, 6). ແບບແຜນວິທີເຮັດວຽກ, 7). ອົບຮົມການເມືອງ
ໃຫ້ພະນັກງານຢູ່ກົມກອງຮາກຖານ, 8). ອົບຮົມການເມືອງໃຫ້ທະຫານໃໝ່, 9). ອົບຮົມການເມືອງໃຫ້ນາຍໝູ່-ນາຍໝວດ, 10). ປັດຊະຍາ
ມາກ-ເລນິນ ແລະ 11). ຄຸ້ມຄອງທັບ ສຶກສາທັບ ລ້ຽງດູທັບ. ກໍານົດເວລາອົບຮົມ 3 ວັນ ນັບວັນທີ 24-26 ກັນຍາ 2025 ຈຶ່ງສໍາເລັດ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 25/09/2025