ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານຂອງບັນດາກົມກອງເຂດ I ປະຈໍາໄຕມາດIII ປີ 2024


    ໃນວັນທີ 20 ກັນຍາ 2024 ນີ້, ຢູ່ທີ່ຫ້ອງປະຊຸມຊັ້ນ III ຂອງຫ້ອງວ່າການປົກຄອງແຂວງຜົ້ງສາລີ, ໄດ້ດໍາເນີນກອງປະຊຸມສ່ອງແສງວຽກງານ
ຮອບດ້ານຂອງບັນດາກົມກອງເຂດ I ປະຈໍາໄຕມາດ III ແລະ ວາງທິດທາງແຜນການໄຕມາດ IV ປີ 2024, ໂດຍການເຂົ້າຮ່ວມເປັນປະທານຂອງ
ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກອງ
ບັນຊາການທະຫານແຂວງຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ກອງພົນທີ 3 ບັນດາກົມ, ພ້ອມດ້ວຍພາກສວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງຜົ້ງສາລີ, ໄດ້ຜ່ານບົດສະຫຼຸບຕີລາຄາສ່ອງແສງ
ວຽກງານປະຈໍາໄຕມາດ III ແລະ ທິດທາງແຜນການໄຕມາດ IV ຂອງບັນດາກົມກອງເຂດ I ໂດຍຍົກໃຫ້ເຫັນສະພາບລວມຂອງແຂວງແມ່ນມີ
ຄວາມສະຫງົບໂດຍພື້ນຖານ, ສະພາບປະຊາຊົນແມ່ນມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຕື່ນຕົວປະກອບສ່ວນເຂົ້າໃນວຽກງານ ປກຊ-ປກສ
ແລະ ພ້ອມກັນສ້າງເສດຖະກິດໃຫ້ມີການພັດທະນາຢ່າງຕໍ່ເນື່ອງ, ສະພາບກົມກອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ໃນການຈັດຕັ້ງ
ປະຕິບັດແນວທາງ ປກຊ-ປກສ ປະຕິບັດຂໍ້ກໍານົດ, ກົດລະບຽບ ແລະ ປະຕິບັດວິຊາສະເພາະໃຫ້ໄດ້ຮັບການເຄື່ອນໄຫວຢ່າງແຂງແຮງ, ສະພາບ
ຊາຍແດນແມ່ນໄດ້ປະຕິບັດສົນທິສັນຍາ ລະຫວ່າງຊາຍແດນຂອງສອງຝ່າຍໄດ້ດີ, ໃນການເຄື່ອນໄຫວກວດກາລາດຕະເວນລຽບຕາມຊາຍແດນ ໂດຍ
ເຄື່ອນໄຫວຮ່ວມສອງຝ່າຍ ແລະ ແລກປ່ຽນສະພາບຊາຍແດນຮ່ວມກັນ, ໜ້າທີ່ເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ເອົາໃຈໃສ່ຊຸກຍູ້ເຄື່ອນໄຫວພົບ
ປະກັບບັນດາກົມກອງເປັນປົກກະຕິ, ໃນນີ້ໄດ້ຊີ້ນໍາການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ, ສ້າງຄອບຄົວ ແລະ ສ້າງບ້ານປ້ອງກັນຊາດເຂັ້ມ
ແຂງ, ພ້ອມທັງສົ່ງພະນັກງານລົງກໍ່ສ້າງຮາກຖານການເມືອງ, ຈັດຕັ້ງປະຈໍາການກຽມພ້ອມສູ້ຮົບ, ປະຈໍາການບໍລິຫານ ແຕ່ຂັ້ນແຂວງ ລົງຮອດຮາກ
ຖານ, ກົມກອງໃນທົ່ວທະຫານແຂວງ, ໄດ້ເອົາໃຈໃສຊີ້ນໍາບັນດາກົມກອງ, ພາກສ່ວນກ້ຽວຂ້ອງ, ໂດຍການສົມທົບກັບອໍານາດການປົກຄອງທ້ອງ
ຖິ່ນໃນທົ່ວແຂວງປ້ອງກັນເປົ້າໝາຍສໍາຄັນ, ຈຸດຫຼໍ່ແຫຼມສະຖານທີ່ສ້າງຄັງ, ເສັ້ນທາງບັນດາຂົວ, ໂດຍສະເພາະແມ່ນປ້ອງກັນການນໍາພັກ-ລັດ, ວັນ
ບຸນສໍາຄັນຂອງຊາດ-ຂອງພັກ, ຂອງກອງທັບ ແລະ ກອງປະຊຸມຕ່າງໆ, ແຕ່ລະກົມກອງກໍ່ໄດ້ຈັດຕັ້ງປະຕິບັດການປູກ, ການລ້ຽງ, ຕາມເງື່ອນໄຂ ແລະ
ຕາມຄວາມເໝາະສົມຂອງກົມກອງ ເພື່ອປະຕິບັດຕາມຄໍາຂວັນທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສະພາບ
ຊາຍແດນລາວ-ຫວຽດນາມ ແລະ ລາວ-ຈີນ, ແມ່ນມີຄວາມສະຫງົບດີ, ໂດຍສະເພາະແມ່ນໄດ້ປະຕິບັດສົນທິສັນຍາ ລະຫວ່າງຊາຍແດນຂອງສອງ
ຝ່າຍໄດ້ດີ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ໄດ້ຊີ້ນໍາຄະນະພັກ-ຄະນະບັນຊາກອງຮ້ອຍທະຫານຊາຍແດນ ເປັນເຈົ້າການ
ຊີ້ນໍາອ້າຍນ້ອງທະຫານຊາຍແດນ, ປະຈໍາແຕ່ລະຈຸດ, ເຄື່ອນໄຫວຕິດຕາມ, ກວດກາເສັ້ນຊາຍແດນ, ຫຼັກໝາຍຊາຍແດນເປັນປົກກະຕິເຫັນວ່າມີຄວາມ
ສະຫງົບດີ, ບໍ່ທັນມີປະກົດການຫຍັງເກີດຂຶ້ນແຕ່ຫຼັກໝາຍບັນດາກົມກອງ ສີແຕ້ມແມ່ນຈາງລົງແລ້ວ, ໂດຍສະເພາະແມ່ນເສັ້ນຊາຍແດນລາວ-ຈີນ.
ການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານໃນ 3 ເດືອນຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສຊຸກຍູ້ ເຄື່ອນໄຫວພົບປະຢູ່ບັນດາກົມ
ກອງເປັນປົກກະຕິ, ໃນນີ້ໄດ້ຊີ້ນໍາການສ້າງບ້ານປອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ, ສ້າງຄອບຄົວ ແລະ ສ້າງບ້ານປ້ອງກັນຊາດເຂັ້ມແຂງ, ພ້ອມທັງສົ່ງ
ພະນັກງານລົງກໍ່ສ້າງຮາກຖານການເມືອງເພື່ອກະກຽມແກ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກພາຍໃນແຂວງ, ໄດ້ປະຕິບັດຄໍາສັ່ງຂອງກົມ
ໃຫຍ່ເສນາທິການກອງທັບໃນແຕ່ລະໄລຍະຢ່າງເຂັ້ມງວດ, ເຖິງຢ່າງໃດກໍ່ຕາມແຕ່ມີປະຊາຊົນຈໍານວນໜຶ່ງຢູ່ລຽບຕາມຊາຍແດນ ແລະ ເຂດຫ່າງໄກ
ສອກຫຼີກມີການຄ້າຂາຍເຖືອນຢ່າເສບຕິດ, ການລ່າສັດນໍ້າ-ສັດປ່າ ແລະ ອື່ນໆທີຜິດຕໍ່ກົດໝາຍ, ຍັງມີການລັກລອບເຂົ້າມາລ່າເນື້ອ, ຊອກຢູ່ຫາກິນ,
ລັກຂຸດຄົ້ນຊັບພະຍາກອນທໍາມະຊາດ, ລ້ຽງສັດລຽບຕາມຊາຍແດນເບື້ອງດິນລາວພົບແຕ່ຮ່ອງຮ້ອຍ ແລະ ອື່ນໆ.

     ໂອກາດນີ້ ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງໄດ້ຮຽກຮ້ອງໃຫ້ບັນດາກົມກອງເອົາໃຈໃສ່ໃນ
ການແກ້ໄຂໜໍ່ແໜງທີ່ຈະກໍ່ໃຫ້ເກີດຄວາມບໍ່ສະຫງົບຢູ່ໃນສັງຄົມ, ລຽບຕາມຊາຍແດນເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ນໍາພາແນວຄິດ
ໃຫ້ພະນັກງານ-ນັກຮົບ ແລະ ພໍ່ແມ່ປະຊາຊົນ ຮັບຮູ້ເຂົ້າໃຈແນວທາງປ້ອງກັນຊາດໃຫ້ເລິກເຊິ່ງ ເພີ່ມທະວີໃນການຊີ້ນໍາ-ນໍາພາໃນການເຮັດໃຫ້ສະ
ພາບມີຄວາມສະຫງົບ, ສ້າງກົມກອງປອດໃສ, ປອດໄພ, ປອດຄະດີ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ, ສືບຕໍ່ພົວພັນ
ກັບເພື່ອນມິດຍຸດທະສາດ, ໃນການຍາດແຍ່ງເອົາບົດຮຽນທີ່ດີແຫຼ່ງທຶນຕ່າງໆ, ມາພັດທະນາກົມກອງ ແລະ ພ້ອມກັນເຄື່ອນໄຫວລາດຕະເວັນຮັກສາ
ຄວາມສະຫງົບລຽບຕາມຊາຍແດນ ແລະ ຈຸດຫຼໍ່ແຫຼມຕ່າງໆ, ເພື່ອເຮັດໃຫ້ມີສະຖຽນລະພາບທາງດ້ານການເມືອງ ແລະ ມີຄວາມສະຫງົບ 100 %.

ແຫຼ່ງຂ່າວໂດຍ ທອງໄຊ ແສງອຸດົມ
ວັນທີ 25/09/2024