ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງຮອງຫົວໜ້າການເມືອງ ແລະ ຮອງຫົວໜ້າ
ການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ


ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ ​ເປັນ​ປະທານ

    ໃນວັນທີ 21 ສິງຫາ 2025 ນີ້, ຢູ່ກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ຈັດພິທີ ປະກາດການແຕ່ງຕັ້ງຮອງຫົວໜ້າການເມືອງ ແລະ
ຮອງຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄໍາໄຊ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ
ຄຳມະນີ ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ, ມີຕາງໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາ, ພະນັກ
ງານຫຼັກແຫຼ່ງ ພາຍໃນອົງການ 5 ຫ້ອງ ແລະ ກົມກອງອ້ອມຂ້າງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ອິນພອນ ໄຊຍະສິດ ຮອງຫົວໜ້າກົມພະນັກງານ ກົມໃຫ່ຍການເມືອງກອງທັບໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນ
ປະເທດ ວ່າດ້ວຍການແຕ່ງຕັ້ງຄະນະບັນຊາກອງບັນຊາການທະຫານແຂວງ ແລະ ຄະນະຫ້ອງ ຂຶ້ນກັບກອງບັນຊາການທະຫານແຂວງບໍລິຄຳໄຊ
ໂດຍອີງຕາມ ກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະ
ຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ ໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບ
ດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນ
ເອກ ພິດາວັນ ພິມເຮືອງສີ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍລິຄຳໄຊ ແລະ ແຕ່ງ
ຕັ້ງ ສະຫາຍ ພັນໂທ ວິສັນ ທິບວົງສາ ເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍລິຄຳ
ໄຊ. ຈາກນັ້ນ, ໃນພິທີ ໄດ້ເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານ
ແຂວງບໍລິຄຳໄຊ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ.

     ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ໄດ້ໂອ້ລົມ ຍົກໃຫ້ເຫັນເຖິງຄວາມຈຳເປັນພາວະວິໄສ ໃນການປັບປຸງກົງ
ຈັກການຈັດຕັ້ງ ແນໃສ່ເຮັດໃຫ້ການຈັດຕັ້ງມີຄວາມເຂັ້ມແຂງໜັກແໜ້ນ, ເຮັດສຳເລັດໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້,
ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາກອງບັນຊາການ ກໍຄືຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງ
ຕົນ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ປັບປຸງແບບແຜນວິທີນຳພາ-ບັນຊາ ແລະ ແບບແຜນວິທີເຮັດວຽກ ໃຫ້ສອດຄ່ອງກັບ
ໜ້າທີ່ການເມືອງຂອງກົມກອງ, ເຮັດວຽກເປັນໝູ່ຄະນະແບ່ງວຽກໃຫ້ບຸກຄົນຮັບຜິດ ຊອບ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ,
ນໍາເອົາຄວາມຮູ້ ຄວາມສາມາດ ແລະ ປະສົບການມາພັດທະນາກຳລັງປະກອບອາວຸດທະຫານທ້ອງຖິ່ນແຂວງບໍລິຄຳໄຊ ໃຫ້ມີຄວາມເຂັ້ມແຂງ
ພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ນາງ ນ້ອຍ ບານທະວົງ
ວັນທີ 25/08/2024