ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ປິດຊ້ອມຮົບບັນຊາ-ອົງການ 2 ຂັ້ນຝ່າຍດຽວເທິງແຜນທີ່ ປະຈຳສົກຮຽນ 2025-2026


ສະຫາຍ ພົນຕີ ພັນແສງ ບຸນພັນ ຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດ ​ເປັນ​ປະທານ

    ວັນທີ 22 ພຶດສະພາ 2026 ນີ້, ທີ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດພິທີ ປິດການຊ້ອມຮົບບັນ
ຊາ-ອົງການ 2 ຂັ້ນຝ່າຍດຽວເທິງແຜນທີ່ ປະຈຳສົກຮຽນ 2025-2026, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນ
ພັນ ຫົວໜ້າການທະຫານວິທະຍາຄານປ້ອງກັນຊາດ, ມີບັນດາສະຫາຍຄະນະຊີ້ນໍາ, ພາກສ່ວນສ້າງເນື້ອໃນ, ພາກສ່ວນສັງເກດການ,
ພາກສ່ວນຫັດແອບ, ພາກສ່ວນຮັບໃຊ້-ຮັບປະກັນ ແລະ ນັກເຝິກອົບຮົມເຂົ້າຮ່ວມຢ່າງພ້ອມພຽງ.

     ໃນພິທີ, ສະຫາຍ ພັນເອກ ປອ ຄໍາຕ້ອຍ ມະນີວອນ ຮອງຫົວໜ້າການທະຫານ, ຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ ໄດ້ຂຶ້ນຜ່ານ
ບົດສະຫຼຸບການຫັດແອບຊ້ອມຮົບໃນຄັ້ງນີ້ ຊິ່ງໄດ້ຍົກໃຫ້ເຫັນວ່າ: ການຊ້ອມຮົບດັ່ງກ່າວມີຫຼາຍພາກສ່ວນ ແລະ ຫຼາຍກຳລັງເຂົ້າຮ່ວມ
ຫັດແອບໃນນີ້, ລະບົບໂຄງຮ່າງການຈັດຕັ້ງຫັດແອບແມ່ນຖືກຕ້ອງຕາມລະບຽບການ ແລະ ມີຂັ້ນຕອນການສ້າງເອກະສານຊ້ອມຮົບ
ຢ່າງເປັນລະບົບຄົບຊຸດ; ບັນດາສະຫາຍຄະນະຊີ້ນໍາ ແລະ ຈຸເນື້ອໃນ ໄດ້ນໍາໃຊ້ບົດຮຽນ, ປະສົບການຕົວຈິງເຂົ້າໃນການຊີ້ນໍາ-ບັນຊາກົມ
ກອງ ແລະ ການສ້າງເອກະສານໃຫ້ຜູ້ຫັດແອບໄດ້ເປັນຢ່າງດີ, ພ້ອມກັນນັ້ນ, ແຕ່ລະພາກສ່ວນກໍໄດ້ເອົາໃຈໃສ່ສ້າງເອກະສານ ແລະ ນິ
ຕິກຳຕ່າງໆ ຮັບໃຊ້ການຊ້ອມຮົບ ຈົນສາມາດບັນລຸໄດ້ຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້. ເຖິງວ່າວຽກງານຮັບປະກັນດ້ານຕ່າງໆ
ຈະມີຫຼາຍວຽກ, ຫຼາຍຂັ້ນຕອນ, ເວລາກະກຽມມີຈຳກັດ ແລະ ບຸກຄະລາກອນຮັບໃຊ້ຍັງບໍ່ທັນຕອບສະໜອງໄດ້ກັບຄວາມຮຽກຮ້ອງ
ຕ້ອງການໃນບາງດ້ານ, ແຕ່ດ້ວຍຄວາມຮັບຜິດຊອບສູງ, ບັນດາສະຫາຍຈຸເນື້ອໃນ ແລະ ພາກສ່ວນກ່ຽວຂ້ອງ ກໍສາມາດຜ່ານຜ່າຂໍ້ຫຍຸ້ງ
ຍາກດັ່ງກ່າວໄດ້ເປັນຢ່າງດີ. ທີ່ສຳຄັນ, ການຊ້ອມຮົບໃນຄັ້ງນີ້ ແມ່ນສາມາດຮັບປະກັນຄວາມລັບ ແລະ ຄວາມປອດໄພໃຫ້ແກ່ບຸກຄະລາ
ກອນ ກໍຄືພາຫະນະໄດ້ 100%. ຜ່ານການປະເມີນ ໂດຍສັງລວມແລ້ວ, ການຈັດຕັ້ງກະກຽມ ແລະ ປະຕິບັດການຫັດແອບຊ້ອມຮົບ
ໃນຄັ້ງນີ້ ແມ່ນສາມາດຕີລາຄາຜົນໄດ້ຮັບໃນລະດັບ 100%. ໃນຕອນທ້າຍ, ບັນດາສະຫາຍຄະນະຊີ້ນໍາ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້
ພ້ອມກັນປະກອບຄໍາເຫັນໃສ່ບົດສະຫຼຸບຢ່າງກົງໄປກົງມາ. ພ້ອມນີ້, ໃນພິທີຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍຂັ້ນວິທະຍາຄານປ້ອງ
ກັນຊາດ ໄກສອນ ພົມວິຫານ ໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ໃນຕະຫຼອດໄລຍະການກະກຽມ ແລະ ປະຕິ
ບັດການຊ້ອມຮົບໄລຍະສັ້ນໃນຄັ້ງນີ້ຕື່ມອີກ.

ແຫຼ່ງຂ່າວໂດຍ ໄພລິນ ບຸນຍັງ
ວັນທີ 25/05/2026