
ປະກາດການ ບົ່ງຕົວແຕ່ງຕັ້ງ ກໍາມະການຄະນະໜ່ວຍພັກ ກົມກົດໝາຍ

ສະຫາຍ ພົນຕີ ແສງມະນີວອນ ຄໍາມະນີ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ,
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບເປັນປະທານ ໃນວັນທີ 23 ກັນຍາ 2026
ພິທີ ປະກາດການບົ່ງຕົວແຕ່ງຕັ້ງ ກໍາມະການຄະນະໜ່ວຍພັກ ກົມກົດໝາຍ ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 23 ກັນຍາ 2026 ນີ້, ໂດຍ
ການເປັນປະທານ ຂອງສະຫາຍ ພົນຕີ ແສງມະນີວອນ ຄໍາມະນີ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງ
ທັບ, ມີຄະນະພັກ-ຄະນະບັນຊາ ກົມ, ພະແນກການ, ແຂກຖືກເຊີນ ແລະ ພະນັກງານ-ສະມະຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ສີຈັນ ສີລິວົງ ຮອງຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກ
ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ພອນ ວິພົນຮຽນ ເປັນກຳມະການຄະນະໜ່ວຍພັກ ກົມກົດໝາຍ ກະຊວງປ້ອງກັນ
ປະເທດ.
ໂອກາດນີ້, ສະຫາຍ ພົນຕີ ແສງມະນີວອນ ຄໍາມະນີ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບແຕ່ງຕັ້ງໜ້າທີ່ໃໝ່ ກໍາແໜ້ນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ
ກົດລະບຽບຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ, ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ເປັນບັນຫາສໍາຄັນ,
ຍົກສູງສະຕິຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານທີ່ໄດ້ມອບຮັບໝາຍ, ເປັນແບບຢ່າງນໍາໜ້າ ໃນທຸກວຽກງານ, ເພີ່ມທະວີຄວາມສາມັກຄີພາຍໃນ ໃຫ້ເປັນປຶກ
ແຜ່ນແໜ້ນໜາ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ຕາມ 5 ຫຼັກການ 3 ທິດນໍາຂອງພັກ, ມີຄວາມເປັນເອກະພາບໃນໝູ່ຄະນະ, ຄົ້ນຄວ້າຮໍ່າຮຽນ ເພື່ອ
ພັດທະນາຕົນເອງ ໃຫ້ໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແນ່ໃສ່ປັບປຸງກໍ່ສ້າງກົມກອງ ໃຫ້ມີແບບແຜນກ້າວໜ້າທັນສະ
ໄໝທຸກຂົງເຂດວຽກງານ.
ແຫຼ່ງຂ່າວໂດຍ ອານຸສອນ ສິມວົງສາ
ວັນທີ 24/09/2026