ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເຕັກນິກກອງທັບ ປະກາດລຸລ່ວງໃຫ້ພະນັກງານ ພັກການກຽມຮັບບຳນານ ແລະ
ປະກາດການຍົກຍ້າຍ, ແຕ່ງຕັ້ງໜ້າທີ່ຂັ້ນນຳພາ-ບັນຊາ ກົມກອງ ແລະ ພະແນກການ


ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ​ເປັນ​ປະທານ

    ພິທີປະກາດລຸລ່ວງໃຫ້ພະນັກງານພັກການຮັບບຳນານ, ປະກາດຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ແລະ ປະກາດການແຕ່ງຕັ້ງໜ້າທີ່
ຂັ້ນນໍາພາ-ບັນຊາ ກົມກອງ, ພະແນກການ ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ ໄດ້ຈັດຂຶ້ນ ວັນທີ 23 ກັນຍາ 2025 ນີ້, ໂດຍການເປັນປະທານ
ຂອງສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະ
ນະກົມ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາກົມກອງຕະຫຼອດຮອດພະນັກ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ເຂົ້າຮ່ວມ.

     ສະຫາຍ ພັນເອກ ສາຍຄໍາ ພົມມະວົງ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍ
ການອະນຸມັດໃຫ້ນາຍທະຫານ ຢູ່ກົມໃຫຍ່ເຕັກນິກກອງທັບ ພັກການເພື່ອກຽມຮັບບຳນານ ຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ
ວ່າດ້ວຍອາຍຸກະສຽນຮັບບໍານານຂອງນາຍທະຫານ. ກະຊວງປ້ອງກັນປະເທດ ຕົກລົງ ອະນຸມັດໃຫ້ ສະຫາຍ ພັນໂທ ພັນລາວົງ ວົງມີໄຊ ຮອງຫົວ
ໜ້າສາງ ຮັບຜິດຊອບວຽກງານການເມືອງ, ຫົວໜ້າພະແນກການເມືອງ ສາງ ວ1, ສະຫາຍ ພັນໂທ ສາຍບົວ ປັນຍາທອງ ຫົວໜ້າພະແນກແຜນ
ການ-ສັງລວມ ສາງ ວ1, ສະຫາຍ ພັນໂທ ນາງ ສິມມະລີ ວິດາຈິດ ຫົວໜ້າຂະແໜງອຸປະໂພກ-ບໍລິໂພກ ສາງ ວ1 ພັກການກຽມຮັບບໍານານ.

     ໂອກາດນີ້, ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການຍົກຍ້າຍນາຍທະຫານ ຢູ່ກົມໃຫຍ່ເຕັກນິກກອງທັບ. ກະຊວງປ້ອງກັນ
ປະເທດຕົກລົງ ຍົກຍ້າຍ ສະຫາຍ ພັນໂທ ວົງແສງ ແພງມະນີ ຮອງອຳນວຍການໂຮງງານ ຮັບຜິດຊອບວຽກງານເຕັກນິກ, ຫົວໜ້າພະແນກສ້ອມ
ແປງ ໂຮງງານສ້ອມແປງລົດ-ເຮືອ ໄປຮັບໜ້າທີ່ໃໝ່ຢູ່ກົມຄຸ້ມຄອງລົດ-ເຮືອ, ສະຫາຍ ພັນໂທ ກົງເດືອນ ເຝື່ອນອາລຸນ ຮອງຫົວໜ້າສາງ ຮັບຜິດ
ຊອບວຽກງານການເມືອງ, ຫົວໜ້າພະແນກການເມືອງ ສາງກົນຈັກ 2 ໄປຮັບໜ້າທີ່ໃໝ່ຢູ່ສາງ ວ1 ແລະ ຜ່ານຄໍາສັ່ງ ກົມໃຫຍ່ການເມືອງກອງ
ທັບ ວ່າດ້ວຍການຍົກຍ້າຍນາຍທະຫານ ກົມໃຫຍ່ເຕັກນິກກອງທັບ. ກົມໃຫຍ່ການເມືອງກອງທັບ ຕົກລົງ ຍົກຍ້າຍ ສະຫາຍ ພັນໂທ ແກ້ວດວງ
ຕາ ພົມມະຈັກ ຫົວໜ້າພະແນກສ້ອມແປງລົດ ກົມຄຸ້ມຄອງລົດ-ເຮືອ ໄປໃຫ້ໂຮງງານສ້ອມແປງລົດ-ເຮືອ, ສະຫາຍ ພັນໂທ ວົງເພັດ ບຸນບາລິດ
ຮອງຫົວໜ້າພະແນກສັງລວມ ກົມຄຸ້ມຄອງລົດ-ເຮືອ ໄປໃຫ້ສາງກົນຈັກ 2, ຄຳສັ່ງຍົກຍ້າຍຂອງກົມໃຫຍ່ເຕັກນິກກອງທັບ ຕົກລົງ ຍົກຍ້າຍ ສະ
ຫາຍ ຮ້ອຍເອກ ນາງ ຄຽນທອງ ແກ້ວວົງຊາຍ ຊ່ວຍວຽກພະແນກສັງລວມ ກົມຄຸ້ມຄອງລົດ-ເຮືອ ໄປໃຫ້ກອງລົດລາກ. ຜ່ານຂໍ້ຕົກລົງຂອງ ກະ
ຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງໜ້າທີ່. ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ
ແກ້ວດວງຕາ ພົມມະຈັກ ເປັນຮອງອຳນວຍການໂຮງງານ ຮັບຜິດຊອບວຽກງານເຕັກນິກ, ທັງເປັນຫົວໜ້າພະແນກສ້ອມແປງ ໂຮງງານສ້ອມແປງ
ລົດ-ເຮືອ, ສະຫາຍ ພັນໂທ ວົງເພັດ ບຸນບາເລີດ ເປັນຮອງຫົວໜ້າສາງ ຮັບຜິດຊອບວຽກງານການເມືອງ, ທັງເປັນຫົວໜ້າພະແນກການເມືອງ ສາງ
ກົນຈັກ 2, ສະຫາຍ ພັນໂທ ກົງເດືອນ ເຝື່ອນອາລຸນ ເປັນຮອງຫົວໜ້າສາງ ຮັບຜິດຊອບວຽກງານການເມືອງ, ທັງເປັນຫົວໜ້າການເມືອງ ສາງ ວ1,
ສະຫາຍ ພັນໂທ ວອງເພັດ ບຸນທອງວັນ ເປັນຮອງຫົວໜ້າສາງ ຮັບຜິດຊອບວຽກງານພະລາທິການ, ທັງເປັນຫົວໜ້າພະແນກພະລາທິການ ສາງ
ກົນຈັກ 1, ສະຫາຍ ພັນໂທ ສີສະຫວັນ ປານສີວົງໄຊ ເປັນຫົວໜ້າພະແນກສ້ອມແປງລົດ, ສະຫາຍ ພັນໂທ ວົງແສງ ແພງມະນີ ເປັນຮອງຫົວໜ້າ
ສ້ອມແປງລົດ, ສະຫາຍ ພັນຕີ ສຸລິຍາ ສີດາລາເພັດ ເປັນຮອງຫົວໜ້າພະແນກສັງລວມ ກົມຄຸ້ມຄອງລົດ-ເຮືອ, ສະຫາຍ ພັນຕີ ສີວິໄລ ແສນປະເສີດ
ເປັນຮອງຫົວໜ້າພະແນກບໍລິຫານ-ຄຸ້ມຄອງສາງ ສາງ ວ1. ສະຫາຍ ພັນໂທ ຈັນທະວີ ພົງສຸທິ ຫົວໜ້າພະແນກຈັດຕັ້ງພັກ ໄດ້ຜ່ານມະຕິຕົກລົງຂອງ
ຄະນະພັກກົມໃຫຍ່ເຕັກນິກກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ. ຄະນະພັກກົມ
ໃຫຍ່ເຕັກນິກກອງທັບ ຕົກລົງ ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ວົງເພັດ ບຸນບາລິດ ເປັນເລຂາຄະນະພັກຮາກຖານສາງກົນຈັກ 2, ສະຫາຍ ພັນໂທ
ກົງເດືອນ ເຝື່ອນອາລຸນ ເປັນຮອງເລຂາໜ່ວຍພັກສາງ ວ1 ແລະ ສະຫາຍ ພັນໂທ ແກ້ວດວງຕາ ພົມມະຈັກ ເປັນກໍາມະການໜ່ວຍພັກໂຮງງານສ້ອມ
ແປງລົດ-ເຮືອ.

     ສະຫາຍ ພົນຈັດຕະວາ ຄໍາແປງ ບົວລະບັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ໃນການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ,
ພ້ອມທັງເນັ້ນໜັກບາງບັນຫາໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ແລະ ຍົກຍ້າຍ ຈົ່ງເອົາໃຈໃສ່ຊີ້ນຳ-ນຳພາ ເຮັດວຽກການເມືອງແນວຄິດໃຫ້ແກ່ພະນັກງານ-ນັກ
ຮົບ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງ, ເອົາໃຈໃສ່ປັບປຸງແບບແຜນວີທີເຮັດວຽກແບບແຜນວິທີນຳພາໃຫ້ໜັກແໜ້ນເຂັ້ມ
ແຂງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ກຳແໜ້ນ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ສືບຕໍ່
ເຝິກຝົນຫຼໍ່ຫຼອມຕົນເອງ ແລະ ເອົາໃຈໃສ່ປັບປຸງວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານໃຫ້ມີຄວາມກ້າວໜ້າ, ນຳພາກົມກອງກ້າວຂຶ້ນໄປຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວໂດຍ ຄຳສອນ ພົມໄຊຍາ
ວັນທີ 24/09/2025