ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍພັກຫ້ອງການ ກົມໃຫຍ່ພະລາທິການກອງທັບ ສະຫຼຸບ
ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງໜັກແໜ້ນ


ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ​ເປັນ​ປະທານ

    ວັນທີ 20 ມິຖຸນາ 2025 ນີ້, ໜ່ວຍພັກຫ້ອງການ ກົມໃຫຍ່ພະລາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບກວດກາຕີລາຄາ ການຄັດ
ເລືອກຈັດແບ່ງປະເພດຄຸນນະພາບຂອງສະມາຊິກພັກ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການ ປະ
ຈໍາປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວ
ໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະກວດກາ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນມີ ວິເສດສິນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຫ້ອງການກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານບົດສະຫຼຸບຕີລາ
ຄາການນໍາພາ-ປັບປຸງກໍ່ສ້າງໜ່ວຍພັກ, ໜ່ວຍພັກ ປອດໃສເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026,
ໜ່ວຍພັກຫ້ອງການກົມໃຫຍ່ພະລາທິການກອງທັບ ເປັນໜ່ວຍພັກໜຶ່ງພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຮອບດ້ານຈາກຄະນະພັກອົງການກົມ
ໃຫຍ່ພະລາທິການກອງທັບ, ເອົາໃຈໃສ່ສຶກສາອົບຮົມພະນັກງານ, ສະມາຊິກພັກ ດ້ວຍຮູບການຄົ້ນຄວ້າ, ເຊື່ອມຊຶມ, ມະຕິກອງປະຊຸມໃຫຍ່
ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະ
ພັກອົງການກົມໃຫຍ່ພະລາທິການ ເວົ້າລວມ, ເວົ້າສະເພາະແມ່ນໜ້າທີ່ໃຫຍ່ທີ 3 ຮັບປະກັນພະລາທິການແກ້ໄຂຊີວິດການເປັນຢູ່ຂອງພະນັກ
ງານ-ສະມາຊິກພັກ, ນັກຮົບ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ, ເຮັດໃຫ້ຖັນ
ແຖວສະມາຊິກພັກມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີຄວາມສະຫງົບ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການ
ເມືອງ, ປະຈຸບັນໜ່ວຍພັກມີຈໍານວນສະມາຊິກພັກທັງໝົດ 41 ສະຫາຍ, ຜ່ານການສະຫຼຸບກວດກາຕີລາຄາຄັດເລືອກການຈັດແບ່ງປະເພດຄຸນ
ນະພາບຂອງຂອງສະມາຊິກພັກ ແລະ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ສາມາດຄັດເລືອກໄດ້ສະມາຊິກພັກແຂງ 41
ສະຫາຍ, ຄະແນນລວມສະເລ່ຍຂອງສະມາຊິກພັກແຕ່ລະສະຫາຍ ແມ່ນໄດ້ 9 ຂຶ້ນໄປ, ໜ່ວຍພັກບັນລຸໄດ້ຄະແນນເທົ່າກັບ 9,73%, ນໍາສະ
ເໜີຄະນະພັກຂັ້ນເທິງ ເພື່ອຄົ້ນຄົ້ວາ ແລະ ຢັ້ງຢືນຮັບຮອງເອົາໜ່ວຍພັກຫ້ອງການກົມໃຫຍ່ພະລາທິການກອງທັບ, ເປັນໜ່ວຍພັກ ປອດໃສ ເຂັ້ມ
ແຂງ ໜັກແໜ້ນປະຈໍາປີ 2025 ສະໄໝທີ 6 ຕິດຕໍ່ກັນ.

     ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ທຸກຂັ້ນ, ພ້ອມດ້ວຍພະນັກງານ, ສະມາຊິກພັກ ທຸກ
ສະຫາຍ ຈົ່ງພ້ອມກັນສຶບຕໍ່ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງນໍາພາ-ແນວຄິດເປັນປົກກະຕິ, ເຊື່ອມຊຶມກໍາແໜ້ນແນວທາງ, ແຜນ
ນະໂຍບາຍ ແລະ ບັນດາມະຕິຂອງພັກໃຫ້ຖັນແຖວພະນັກງານ-ສະມາຊິກພັກຢ່າງເລິກເຊິ່ງດ້ວຍຫຼາຍຮູບການ, ພ້ອມທັງຈັດຕັ້ງດໍາເນີນຊີວິດການ
ເມືອງປົວແປງພາຍໃນພັກໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ, ຍົກສູງຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່
ກອງທັບ ແລະ ປະເທດຊາດ, ຢຶດໝັ້ນ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງວຽກການໃຫ້ບຸກຄົນຮັບ
ຜິດຊອບ ພ້ອມກັນເຮັດສໍາເລັດໜ້າທີ່ວຽກງານການເມືອງອັນສູງສົ່ງທີ່ການຈັດຕັ້ງພັກ-ລັດ ແລະ ກອງທັບມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 24/06/2025