ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພົນທີ 2 ປິດເຝິກອົບຮົມວຽກງານກວດສອບເລຂາ, ຮອງເລຂາໜ່ວຍພັກ ຄັ້ງທີ lll


ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ,
ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ ວັນ​ທີ 20 ມີນາ 2026

    ໃນວັນທີ 20 ມີນາ 2026 ນີ້, ກອງພົນທີ 2 ໄດ້ຈັດພິທີ ປິດເຝິກອົບຮົມວຽກງານກວດສອບເລຂາ, ຮອງເລຂາໜ່ວຍພັກ ຄັ້ງທີ lll, ໂດຍ
ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມຈັດຕັ້ງພັກ ກົມ
ໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ປອ ຄຳຜິວ ມະນີວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ ຫົວ
ໜ້າການເມືອງກອງພົນທີ 2, ມີຄະນະພັກກອງພົນ, ບັນດາອະນຸກຳມະການ, ຕະຫຼອດຮອດນັກເຝິກອົບຮົມ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນໂທ ສົມຈິດ ແກ້ວໄຊຍະວົງ ກໍາມະການຄະນະພັກກອງພົນ, ຮອງຫົວໜ້າຫ້ອງການເມືອງກອງພົນທີ 2 ໄດ້ຜ່ານບົດ
ສະຫຼຸບຕີລາຄາຜົນໄດ້ຮັບການເຝິກອົບຮົມກວດສອບເລຂາ, ຮອງເລຂາ ໜ່ວຍພັກ ຄັ້ງທີ lll ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ , ດ້ານຄົງຄ້າງ ແລະ ບົດ
ຮຽນທີ່ຖອດຖອນໄດ້ ຜ່ານການເຝິກອົບຮົມ ເຫັນວ່າ ນັກກວດສອບໄດ້ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ, ກຳແໜ້ນ ບັນດາທິດສະດີຫຼັກການ, ພຶດຕິກຳ
ຕົວຈິງ, ຮັບຮູ້ພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງເລຂາ, ຮອງເລຂາຮາກຖານພັກ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວ
ປັບປຸງ ແລະ ກໍ່ສ້າງໜ່ວຍພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທຸກໆດ້ານ, ມີຄວາມອົດທົນຜ່ານຜ່າທຸກຄວາມຫຍຸ້ງຍາກ, ມີ
ຄວາມຮັບຜິດຊອບສູງ, ສຸມສະຕິປັນຍາເຂົ້າໃນການຮໍ່າຮຽນຕາມທິດທາງຂອງພັກໃນໄລຍະໃໝ່. ຜ່ານການອົບຮົມສາມາດຕີລາຄາຄຸນນະພາບ
ຜົນໄດ້ຮັບຄື: ປະເພດເກັ່ງ 15 ສະຫາຍ, ແຂງ 53 ສະຫາຍ ແລະ ປານກາງ 1 ສະຫາຍ, ພ້ອມທັງມອບໃບຢັ້ງຢືນໃຫ້ນັກກວດສອບຈຳນວນ 69
ສະຫາຍ.

     ໂອກາດນີ້, ສະຫາຍພົນ ຈັດຕະວາ ຈັນທາ ບຸນນະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາ, ພະນັກງານທີ່ກ່ຽວຂ້ອງ
ຕະຫຼອດຮອດນັກເຝິກອົບຮົມແຕ່ລະສະຫາຍທີ່ໄດ້ເອົາໃຈໃສ່ສຸມສະຕິ ປັນຍາເຫື່ອແຮງເຂົ້າໃນການກວດສອບຄັ້ງນີ້ ເຮັດໃຫ້ການກວດສອບສຳ
ເລັດເປັນຢ່າງດີ, ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍເລຂາ, ຮອງເລຂາໜ່ວຍພັກ, ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມຕໍ່ແນວທາງການເມືອງຂອງພັກ,
ການຊີ້ນຳ-ນໍາພາຂອງພັກ, ຍົກສູງບົດບາດສິດໜ້າທີ່ຂອງເລຂາ, ຮອງເລຂາພັກ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ໃນການປັບປຸງກໍ່ສ້າງພັກໃຫ້ມີ
ຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ.

ແຫຼ່ງຂ່າວໂດຍ ສຸວັນໂນ ທະລັງສີ
ວັນທີ 24/03/2026