ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງຮັກສາການ ຫົວໜ້າການທະຫານ ແລະ ຮັກສາການ
ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສາລະວັນ


    ໃນວັນທີ 21 ມີນາ 2025 ນີ້, ຢູ່ທີ່ ກອງບັນຊາການທະຫານແຂວງສາລະວັນ ໄດ້ຈັດພິທີປະກາດການແຕ່ງຕັ້ງຮັກສາການ ຫົວໜ້າການທະ
ຫານ ແລະ ຮັກສາການຫົວໜ້າການເມືອງ ກອງບັນຊາການທະຫານແຂວງສາລະວັນ ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສຈ ປອ ວົງ
ຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ,
ຮອງເຈົ້າແຂວງ ແຂວງສາລະວັນ, ຜູ້ຊີ້ນໍາວຽກງານພັກພະນັກງານ, ມີຄະນະພັກ-ຄະນະບັນຊາ, ບັນດາແຂກຖືກເຊີນ ຕະຫຼອດຮອດພະນັກງານຫຼັກ
ແຫຼ່ງ ເຂົ້າຮ່ວມ.

     ສະຫາຍ ພັນໂທ ອິນພອນ ໄຊຍະສິດ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງ
ຮັກສາການ ຫົວໜ້າການທະຫານ ແລະ ຮັກສາການ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສາລະວັນ. ອີງຕາມ ກົດໝາຍ ນາຍທະ
ຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ
-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ອີງຕາມ
ການຄົ້ນຄວ້າຕົກລົງເຫັນດີເປັນເອກະພາບ ຂອງກອງປະຊຸມຄະນະປະຈຳພັກກະຊວງປ້ອງກັນປະເທດ ຄັ້ງວັນທີ 7 ມີນາ 2025. ອີງຕາມ ການຄົ້ນ
ຄວ້າ ແລະ ນຳສະເໜີ ຂອງກົມໃຫຍ່ການເມືອງກອງທັບ. ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ສຸດໃຈ ແສນຄຳບົວພອນ ເປັນ
ຮັກສາການຫົວໜ້າການທະຫານ ແລະ ສະຫາຍ ພັນເອກ ໂສພາ ໂພໄຊຍະວົງ ເປັນຮັກສາການ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ
ສາລະວັນ. ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງສາລະວັນ ພັກການ ຮັບບຳນານ ໃນ
ນັ້ນ, ກະຊວງປ້ອງກັນປະເທດຕົກລົງ ອະນຸມັດໃຫ້ ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສາ
ລະວັນ ພັກການ ຮັບບຳນານ.

     ໂອກາດນີ້, ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ໄດ້ຊີ້ໃຫ້ເຫັນຄວາມຈຳເປັນພາວະວິໄສ ແລະ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່
ວຽກງານໃນສະເພາະໜ້າ ແລະ ຍາວນານ. ພ້ອມທັງ, ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ຈົ່ງຍົກສູງພາລະບົດບາດ, ໜ້າທີ່, ຄວາມຮັບຜິດຊອບ
ຂອງຕົນໃຫ້ສູງ ເພີ່ມທະວີບົດບາດໃນການນຳພາ-ຊີ້ນໍາສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ມີຄວາມໜັກແໜ້ນ ເຂັ້ມແຂງ
ມີຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ ເຮັດວຽກງານເປັນໝູ່ຄະນະ ບຸກຄົນຮັບຜິດຊອບ ໄປ
ພ້ອມໆ ກັບການຍົກລະດັບຄວາມຮູ້ ຄວາມສາມາດຂອງຕົນໃຫ້ສູງ ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເພື່ອພ້ອມກັນເຮັດສຳເລັດ
ໜ້າທີ່ ທີ່ໄດ້ຮັບມອບໝາຍ.

ແຫຼ່ງຂ່າວໂດຍ ທອງມາ ໄຊຍະເພັງສາ
ວັນທີ 24/03/2025