
ສາງ ອ 5 ຈັດຕັ້ງເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ Vl
ຂອງອົງຄະນະພັກກະຊວງປ້ອງກັນປະເທດ

ສະຫາຍ ພົນຈັດວາ ຈອມເພັດ ໄຊຍະສຸກ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ເຕັກນິກກອງທັບ ເປັນປະທານກອງປະຊຸມ ຄັ້ງວັນທີ 22/10/2025
ວັນທີ 22 ຕຸລາ 2025 ນີ້, ສາງ ອ 5 ໄດ້ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ Vl ຂອງອົງຄະນະພັກກະ
ຊວງປ້ອງກັນປະເທດ ແລະ ບົດແນະນໍາຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນໂດຍການ
ເປັນປະທານຂອງ ສະຫາຍ ພົນຈັດວາ ຈອມເພັດ ໄຊຍະສຸກ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງ
ທັບ, ມີສະຫາຍ ພັນເອກ ລຽນວິໄລ ພັນທອງຄຳ ກໍາມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງກົມໃຫຍ່ເຕັກນິກກອງທັບ, ມີຄະນະ
ພັກ-ຄະນະບັນຊາ, ສະມາຊິກພັກສົມບູນ, ສຳຮອງສາງ ອ 5 ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກະຊວງ
ປ້ອງກັນປະເທດ ເຊິ່ງໄດ້ດໍາເນີນຢ່າງເປັນທາງການແຕ່ວັນທີ 7-8 ສິງຫາ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການນໍາ
ພາທີ່ເຂັ້ມແຂງ ຂອງຄະນະພັກທຸກຂັ້ນ, ຕັ້ງໜ້າປັບປຸງກໍ່ສ້າງກອງທັບປະຊາຊົນລາວໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນກອງທັບປະຕິວັດ, ມີແບບແຜນ,
ແຫຼມຄົມ ແລະ ທັນສະໄໝ, ເດັດດ່ຽວຮັບປະກັນໃຫ້ປະເທດຊາດ ມີຄວາມສະຫງົບຢ່າງໜັກແໜ້ນ” ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຍົກໃຫ້ເຫັນບົດບາດ
ໃນການນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ V ໃນໄລຍະ 5 ປີຜ່ານມາ, ກອງປະຊຸມໃຫຍ່ໃນຄັ້ງນີ້
ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 230 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວກຳລັງຫຼວງ 43.686 ສະຫາຍ, ມີແຂກຖືກ
ເຊີນເຂົ້າຮ່ວມຈໍານວນ 47 ສະຫາຍ, ກອງປະຊຸມໃຫຍ່ ໄດ້ດໍາເນີນພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມຮັບ
ຜິດຊອບການເມືອງສູງ ເຊິ່ງຜູ້ແທນກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ຕົກລົງຫຼາຍບັນຫາທີ່ສໍາຄັນ ຂອງກະຊວງປ້ອງກັນປະເທດ ດ້ວຍຄວາມເອກະ
ພາບສູງ ພ້ອມນັ້ນ, ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຈໍານວນ
35 ສະຫາຍ, ຍິງ 2 ສະຫາຍ ແລະ ຮັບຮອງເອົາຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ຈໍານວນ 11 ສະຫາຍ, ຮັບຮອງເອົາເລຂາ, ຮອງເລຂາ ແລະ
ປະທານ, ຮອງປະທານກວດກາພັກ, ກອງປະຊຸມໄດ້ສໍາເລັດລົງດ້ວຍຜົນສໍາເລັດອັນຈົບງາມ. ສະຫາຍ ພັນເອກ ລຽນວິໄລ ພັນທອງຄຳ ໄດ້ຜ່ານບົດ
ແນະນໍາຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວກອງທັບ, ອີງຕາມຄໍາແນະນໍາຂອງຄະ
ນະຈັດຕັ້ງສູນກາງພັກ, ກ່ຽວກັບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ອີງຕາມບົດແນະນໍາຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບ
ການ ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວກອງທັບ ເພື່ອເຮັດໃຫ້ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ດໍາເນີນໄປ
ຢ່າງເປັນລະບົບ, ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຮັບປະກັນຄຸນນະພາບ.
ໂອກາດນີ້, ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຈຳນວນ 14
ສະຫາຍ, ໃນນີ້ ເລື່ອນຊັ້ນຮ້ອຍເອກ ຂຶ້ນ ພັນຕີ 3 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 9 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 2 ສະຫາຍ.
ແຫຼ່ງຂ່າວໂດຍ ຫຼ້າ ສີແພງຫຼ້າ
ວັນທີ 23/10/2025