ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດຊຸດອົບຮົມ ທິດສະດີການເມືອງ ໄລຍະສັ້ນ ຄັ້ງທີ Il
ໃຫ້ພະນັກງານ-ນັກຮົບ ບັນດາກອງສື່ມວນຊົນກອງທັບ


ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ,
ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

    ໃນວັນທີ 22 ກັນຍາ 2025 ນີ້, ທີ່ ໂຮງລະຄອນ ກອງສິລະປະກອນກອງທັບ ໄດ້ຈັດພິທີ ປິດຊຸດອົບຮົມ ທິດສະດີການເມືອງ ໄລຍະ
ສັ້ນ ຄັ້ງທີ Il ໃຫ້ພະນັກງານ-ນັກຮົບ ບັນດາກອງສື່ມວນຊົນກອງທັບ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິ
ລາວົງ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນ
ຊາກົມ, ຫ້ອງການ, ກອງ, ຄະນະຮັບຜິດຊອບ, ຄູ-ອາຈານ ພ້ອມດ້ວຍພະນັກງານ-ນັກຮົບ ບັນດາກອງສື່ມວນຊົນກອງທັບ ເຂົ້າຮ່ວມ.

     ສະຫາຍ ພັນໂທ ພູວົງ ພົມມະລາດ ຫົວໜ້າພະແນກສື່ມວນຊົນ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບ
ຜົນສໍາເລັດການເຝິກອົບຮົມ ແລະ ຜ່ານຂໍ້ຕົກລົງ ຂອງກົມໂຄສະນາອົບຮົມ ວ່າດ້ວຍການມອບໃບຢັ້ງຢືນການເຝິກອົບຮົມທິດສະດີການເມືອງ
ໄລຍະສັ້ນ. ຄະນະນໍາກົມໃຫຍ່ການເມືອງກອງທັບ, ກົມໂຄສະນາອົບຮົມ ກໍຄືຄະນະຮັບຜິດຊອບລວມທາງດ້ານເນື້ອໃນແຜນການ ໄດ້ເອົາໃຈ
ໃສ່ນໍາພາ-ຊີ້ນໍາຢ່າງໃກ້ຊິດ ຕໍ່ການຈັດຕັ້ງປະຕິບັດແຜນການເຝິກອົບຮົມ ວຽກງານດັ່ງກ່າວ ພ້ອມນັ້ນ, ພະແນກທີ່ກ່ຽວຂ້ອງ, ຄູ-ອາຈານ ໄດ້ເອົາ
ໃຈໃສ່ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດຕາມໜ້າທີ່, ພາລະບົດບາດຄວາມຮັບຜິດຊອບຂອງຕົນ ເປັນຕົ້ນການສ້າງແຜນການ, ເອກະ
ສານເນື້ອໃນອົບຮົມໃຫ້ນັກເຝິກອົບຮົມ ຕາມຕາຕະລາງເຄື່ອນໄຫວອົບຮົມຢ່າງລະອຽດ ແລະ ຄົບຖ້ວນ ເຊິ່ງຜ່ານການນໍາພາ-ຊີ້ນໍາ ຈັດຕັ້ງປະຕິ
ບັດແຜນການອົບຮົມຕົວຈິງເຫັນວ່າ: ນັກເຝິກອົບຮົມທຸກສະຫາຍ ມີຄວາມຮັບຮູ້, ເຊື່ອມຊຶມກຳແໜ້ນ ແລະ ເຂົ້າໃຈຕໍ່ບັນຫາ ທີ່ນໍາມາເຝິກອົບ
ຮົມໃນຄັ້ງນີ້, ຕື່ນຕົວຫ້າວຫັນປະຕິບັດມະຕິຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບຂອງກອງທັບຢ່າງເຂັ້ມງວດ ເວົ້າລວມ, ເວົ້າສະເພາະການປະຕິບັດຂໍ້
ກຳນົດ, ກົດລະບຽບຕ່າງໆ ຂອງການເຝິກອົບຮົມ, ມີຄວາມຮັບຜິດຊອບສູງ ຕໍ່ການຮໍ່າຮຽນ, ການຮັບຟັງການເຜີຍແຜ່ບັນລະຍາຍເອກະສານ,
ອະທິບາຍໄຈ້ແຍກ ປະກອບຄໍາເຫັນ ແລະ ອື່ນໆ ສາມາດບັນລຸໄດ້ຕາມລະດັບຄາດໝາຍ ໃນນີ້, ການດໍາເນີນເຝິກອົບຮົມຕົວຈິງ 12 ວັນ, ບົດ
ຮຽນທີ່ນໍາມາຂຶ້ນຫ້ອງເຝິກອົບຮົມຕົວຈິງປະກອບມີ 3 ບົດ (ລວມທັງໝົດ 84 ຊົ່ວໂມງ), ມີນັກເຝິກອົບຮົມທັງໝົດ 70 ສະຫາຍ, ປະເມີນ
ຜົນໄດ້ຮັບ ຂັ້ນເກັ່ງ 27 ສະຫາຍ, ກາງ 35 ສະຫາຍ ແລະ ຄາດໝາຍ 8 ສະຫາຍ, ສະເລ່ຍຜົນໄດ້ຮັບລວມ 100%. ຈາກນັ້ນ, ສະຫາຍ ພົນ
ຈັດຕະວາ ແກ້ວສຸວັນ ຜາງພິລາວົງ ໄດ້ມອບໃບຢັ້ງຢືນ ໃຫ້ແກ່ພະນັກງານ-ນັກຮົບ ຜູ້ທີ່ສໍາເລັດການເຝິກອົບຮົມທິດສະດີການເມືອງ ໄລຍະສັ້ນ
ຄັ້ງທີ Il ຈໍານວນ 70 ສະຫາຍ. ໂອກາດນີ້, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຕະ
ຫຼອດໄລຍະຂອງການເຝິກອົບຮົມ ພ້ອມທັງ, ເນັ້ນໜັກໃຫ້ພະນັກງານ-ນັກຮົບທີ່ໄດ້ຮັບການເຝິກອົບຮົມຄັ້ງນີ້ ນໍາເອົາບັນດາເນື້ອໃນບົດຮຽນທີ່
ໄດ້ຮໍ່າຮຽນ, ຄົ້ນຄວ້າ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະຂອງຕົນໃຫ້ເກີດດອກອອກຜົນໃນຕໍ່ໜ້າ.

ແຫຼ່ງຂ່າວໂດຍ ສຸກສົງການ ຫຼ້າບຸນມີ
ວັນທີ 23/09/2025