ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງໝໍສູນກາງ 103 ກອງທັບ ສະຫຼຸບຜົນງານຄະນະຊ່ຽວຊານຫວຽດນາມ


ກອງ​ປະຊຸມ​ສະຫຼຸບຜົນງານ​ຄະນະ​ຊ່ຽວຊານ​ຫວຽດນາມ​ໂຮໝໍ 108 ສສ ຫວຽດນາມ

    ໂຮງໝໍສູນກາງ 103 ກອງທັບ ສະຫຼຸບຜົນງານຂອງຄະນະຊ່ຽວຊານການແພດ ຈາກໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດ
ນາມໄດ້ຮັບການປະດັບຫຼຽນກາມິດຕະພາບ ຈາກກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຢ່າງສົມກຽດ ທີ່ມີຜົນງານໃນການຊ່ວຍເຫຼືອ
ທາງດ້ານການແພດໂຮງໝໍສູນກາງ 103 ກອງທັບປະຊາ ຊົນລາວ ໃນໄລຍະ 3 ເດືອນ ຊຸດທີ 1 ປະຈໍາປີ 2026. ສະຫາຍ ພົນຈັດຕະວາ
ວົງສັກ ສີພັນດອນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ໄດ້ປະດັບຫຼຽນກາມິດຕະພາບ ຕາມຂໍ້ຕົກລົງຂອງກະຊວງ
ປ້ອງກັນປະເທດ ໃຫ້ສະຫາຍ ຫງວຽນ ເທ ຮົງ (NGUYEN THE HONG) ຊ່ຽວຊານພະແນກຕາ ແລະ ສະຫາຍ ຫງວຽນ ວັນ ຕຽນ
(NGUYEN VAN TUTEN) ຊ່ຽວຊານພະແນກລັງສີວິທະຍາ ຢ່າງສົມກຽດ ພ້ອມທັງໄດ້ຮັບໃບຍ້ອງຍໍ ຈາກ ໂຮງໝໍສູນກາງ 103 ກອງ
ທັບປະຊາຊົນລາວ ເພື່ອເປັນການສັນລະເສີນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ
ດ້ານ ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດ.

     ການປະຕິບັດໜ້າທີ່ຂອງຊ່ຽວຊານໃນໄລຍະ 3 ເດືອນຜ່ານມາ ເລີ່ມແຕ່ ວັນທີ 29 ມີນາ - ວັນທີ 19 ມິຖຸນາ 2026 ຊ່ຽວຊານທັງສອງ
ສະຫາຍໄດ້ທຸ່ມເທເຫື່ອແຮງ ແລະ ສຸມສະຕິປັນຍາຊ່ວຍເຫຼືອດ້ານວິຊາການແພດຢູ່ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ຢ່າງຕັ້ງໜ້າ
ແລະ ເປັນການປະກອບສ່ວນອັນສໍາຄັນໃນການສ້າງຖານະບົດບາດໃຫ້ໂຮງໝໍສູນກາງ 103 ກອງກັບປະຊາຊົນລາວ ນັບມື້ມີການພັດທະນາດີ
ຂຶ້ນເປັນກ້າວໆ. ເພື່ອເຮັດສໍາເລັດໜ້າທີ່ ຄະນະຊ່ຽວຊານຍັງໄດ້ແບ່ງຕາຕະລາງໂມງສິດສອນຂຶ້ນຫ້ອງສອນທິດສະດີ, ສອນພາກປະຕິບັດຕົວຈິງ
ຢູ່ພະແນກການ ເຊັ່ນ: ການກວດກາຄົນເຈັບ, ການບົ່ງມະຕິພະຍາດ, ວາງທິດທາງປິ່ນປົວ ແລະ ບັນດາເຕັກນິກການ ຖ່າຍຮູບລັງສີ ຊ່ວຍໃນ
ການບົ່ງມະຕິຊັດເຈນ ແລະ ອື່ນໆ. ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ໄດ້ຕາງໜ້າກະຊວງປ້ອງກັນປະທາດ ແລະ ໂຮງໝໍ
ສູນກາງ 103 ກອງທັບປະຊາຊົນລາວ ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງ ແລະ ຍ້ອງຍໍຊົມເຊີຍ ຕໍ່ສະຫາຍຄະນະຊ່ຽວຊານ ຫວຽດນາມ
ທີ່ມີຄວາມເສຍສະຫຼະ, ຫ້າວຫັນ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ວິຊາສະເພາະ ໂດຍບໍ່ຮູ້ອິດຮູ້ເມື່ອຍ ເຊິ່ງການມອບຫຼຽນ
ກາມິດຕະພາບໃນຄັ້ງນີ້ ບໍ່ພຽງແຕ່ເປັນການຍ້ອງຍໍຜົນສຳເລັດເທົ່ານັ້ນ, ແຕ່ຍັງເປັນສັນຍະລັກແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມ
ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ເປັນມູນເຊື້ອອັນດີງາມລະຫວ່າງ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານ.

     ໂອກາດດຽວກັນນີ້, ຄະນະຊ່ຽວຊານ ສສ ຫວຽດນາມ ທີ່ໄດ້ຮັບການປະດັບຫຼຽນກາ ແລະ ຍ້ອງຍໍໃນຄັ້ງນີ້, ໄດ້ສະແດງຄວາມຂອບໃຈ
ຢ່າງຈິງໃຈຕໍ່ ກະຊວງປ້ອງກັນປະເທດລາວ ກໍຄືໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ທີ່ໄດ້ໃຫ້ກຽດ ແລະ ຕີລາຄາສູງຕໍ່ຜົນງານຂອງຄະ
ນະ, ພ້ອມທັງຢືນຢັນວ່າ ຈະສືບຕໍ່ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ເພື່ອເຄື່ອນໄຫວຊ່ວຍເຫຼືອກອງທັບປະຊາຊົນລາວ ໃນທຸກໆດ້ານ ໃຫ້ມີ
ການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວໂດຍ ໂຊກທະວີ ແກ້ວບຸດຕະລາດ
ວັນທີ 23/06/2026