ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງບັນຊາການທະຫານແຂວງວຽງຈັນ ປະກາດການແຕ່ງຕັ້ງ
ຂັ້ນຄະນະກອງບັນຊາການ ແລະ ຄະນະຫ້ອງ


ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ກຳມະການປະຈຳຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
ເປັນປະທານກອງປະຊຸມ ຄັ້ງວັນທີ 19/02/2026

    ພິທີປະກາດການແຕ່ງຕັ້ງຂັ້ນຄະນະກອງບັນຊາການທະຫານແຂວງວຽງຈັນ ແລະ ຄະນະຫ້ອງ ໄດ້ຈັດຂຶ້ນໃນວັນທີ 19 ກຸມພາ 2026
ນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ກຳມະການປະຈຳຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າ
ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສຸດໃຈ ມະຫາວົງ ກຳມະການພັກແຂວງ, ຫົວໜ້າການເມືອງກອງບັນຊາການທະ
ຫານແຂວງວຽງຈັນ, ມີບັນດາ ກຳມະການພັກແຂວງ, ຫ້ອງວ່າການແຂວງ, ຫ້ອງການປ້ອງກັນຊາດ, ກອງບັນຊາການ ປກສ ແຂວງ, ຄະນະ
ພັກ-ຄະນະບັນຊາ, ອົງການ 5 ກົມກອງ, ຕະຫຼອດຮອດນາຍທະຫານ ເຂົ້າຮ່ວມ.

     ສະຫາຍ ພັນເອກ ອິນພອນ ໄຊຍະສິດ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງ
ກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງວຽງຈັນ ພັກການເພື່ອກຽມຮັບບຳນານ ອີງຕາມ ກົດ
ໝາຍນາຍທະຫານກອງທັບປະຊາຊົນລາວ, ອີງຕາມ ການຄົ້ນຄວ້າຕົກລົງເຫັນດີເປັນເອກະພາບຂອງກອງປະຊຸມຄະນະປະຈຳພັກກະຊວງ
ປ້ອງກັນປະເທດ ໄດ້ຕົກລົງ ອະນຸມັດໃຫ້ ພັນເອກ ສົມພັນ ເຮືອງພະຈັນ ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງ ຫົວໜ້າ
ຫ້ອງການເມືອງກອງບັນຊາການທະຫານແຂວງວຽງຈັນ ພັກການເພື່ອກຽມຮັບບຳນານ. ພ້ອມດຽວກັນນັ້ນກໍ່ໄດ້ຜ່ານຂໍ້ຕົກລົງຂອງກະຊວງ
ປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະກອງບັນຊາການ ແລະ ຄະນະຫ້ອງ ຂຶ້ນກັບກອງບັນຊາການທະຫານແຂວງວຽງຈັນ ໃນນີ້ ກະ
ຊວງປ້ອງກັນປະເທດ ໄດ້ຕົກລົງ ແຕ່ງຕັ້ງ ສະຫາຍ ພັນເອກ ເອນວັນ ອິນມີໄຊ ເປັນຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງ,
ທັງເປັນຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ຄໍາສອນ ຊາມຸນຕີ ເປັນຮອງຫົວໜ້າການທະຫານກອງບັນຊາການທະຫານແຂວງ ທັງເປັນ
ຫົວໜ້າຫ້ອງເສນາທິການ, ສະຫາຍ ພັນໂທ ສີວັນທອງ ວໍລະຈິດ ເປັນຫົວໜ້າຫ້ອງການ ແລະ ບໍລິຫານ, ສະຫາຍ ພັນເອກ ກືທ່າວ ເພຍຫຼວງ
ເປັນຮອງຫົວໜ້າຫ້ອງເສນາທິການ ແລະ ສະຫາຍ ພັນໂທ ພອນວິໄຊ ຕັນໄມທອງ ເປັນຮອງຫົວໜ້າຫ້ອງການເມືອງ.

ແຫຼ່ງຂ່າວໂດຍ ສາຍຄຳ ພອນມະນີ
ວັນທີ 23/02/2026