ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າການເມືອງ ວປກ ເຂົ້າອວຍພອນຫົວໜ້າຫ້ອງການ ທີ່ປືກສາທູດ
ປ້ອງກັນຊາດ ສສ ຫວຽດນາມ ປະຈໍາ ສປປ ລາວ


ສະຫາຍ ພົນຕີ ພັນແສງ ບຸນພັນ  ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ອວຍພອນ
ຫົວໜ້າຫ້ອງການ ທີ່ປືກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ວັນທີ 18 ທັນວາ 2025

    ໃນວັນທີ 18 ທັນວາ 2025 ນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມ
ວິຫານ (ວປກ) ພ້ອມຄະນະ, ໄດ້ນຳເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນເຂົ້າອວຍພອນ ຫົວໜ້າຫ້ອງການ ທີ່ປືກສາທູດປ້ອງກັນ
ຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 81 ປີ ທີຈະມາເຖິງ
(22 ທັນວາ 1944-22 ທັນວາ 2025) ແລະ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສາກົນ, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ຟານ
ຫືວ ທັ່ງ ຫົວໜ້າຫ້ອງການ ທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມຄະນະ.

     ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ການເຕີບໃຫຍ່ເຂັ້ມແຂງຕະຫຼອດໄລຍະເວລາ 81
ປີ ຂອງກອງທັບປະຊາຊົນຫວຽດນາມ. ພ້ອມກ່າວຄໍາອວຍພອນໄຊອັນປະເສີດມາຍັງ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ
ຫວຽດນາມ ປະຈໍາ ສປປ ລາວ, ກໍຄືກະຊວງປ້ອງກັນປະເທດ ສສ ຫວຽດນາມ, ນາຍ ແລະ ພົນທະຫານ ທົ່ວກອງທັບປະຊາຊົນຫວຽດ
ນາມ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ 22 ທັນວາ ຄົບຮອບ 81 ປີ, ສືບຕໍ່ປັບປຸງກໍ່ສ້າງກອງທັບໃຫ້ກາຍເປັນ
ກອງທັບ ທີ່ເຂັ້ມແຂງທັນສະໄໝຍິ່ງໆຂຶ້ນ ແລະ ອວຍພອນສາຍພົວພັນການຮ່ວມມືແບບພິເສດລະຫວ່າງສອງຊາດ, ສອງກອງທັບ ລາວ
-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມູນເຊື້ອມາແຕ່ດົນນານໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ສະຫາຍ ພັນເອກ ຟານ ຫືວ ທັ່ງ ກໍໄດ້ກ່າວສະ
ແດງຄວາມຂອບໃຈມະຍັງ ຫົວໜ້າການເມືອງ ວປກ ພ້ອມຄະນະ ທີ່ໄດ້ເຫັນຄວາມໝາຍຄວາມສໍາຄັນຂອງວັນສ້າງຕັ້ງກອງທັບປະຊາ
ຊົນຫວຽດນາມ ເຊິ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງສ້າງພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ຄວາມສາມັກຄີແບບພິ
ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ, ສອງກອງທັບ ຫວຽມນາມ-ລາວ ກໍຄືປະຊາຊົນສອງຊາດ ທີ່ມີມາແຕ່ດົນນານ
ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.

     ຂ່າວຍັງໃຫ້ຮູ້ອີກວ່າ: ວັນທີ 17 ທັນວາ ຜ່ານມານີ້, ສະຫາຍ ພັນເອກ ປອ ຄໍາຕ້ອຍ ມະນີວອນ ຮອງຫົວໜ້າການທະຫານ, ຫົວ
ໜ້າກົມອົບຮົມ-ກໍ່ສ້າງ ວປກ ພ້ອມຄະນະ ໄດ້ນໍາເອົາກະຕ່າຂອງຂວັນ ເຂົ້າອວຍພອນ ຊ່ຽວຊານ ສສ ຫວຽດນາມ ປະຈໍາ ວິທະຍາຄານ
ປ້ອງກັນຊາດ ໄກສອນ ພົມວິຫານ ເນື່ອງໃນໂອ ກາດວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 81 ປີ ເຊັ່ນດຽວກັນ.

ແຫຼ່ງຂ່າວໂດຍ ເຂັງພອນ ແກ້ວຄໍາລຽງ
ວັນທີ 22/12/2025