
ກົມ ວສ-ປສ ການທະຫານ ມອບເງິນນະໂຍບາຍບຳນານໃຫ້ນາຍທະຫານ
ແລະ ປະກາດການປະດັບທຽບຊັ້ນນາຍທະຫານ

ສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າກົມ ວສ-ປສ ການທະຫານ ເປັນປະທານ
ວັນທີ 21 ຕຸລາ 2026 ນີ້, ກົມ ວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ ໄດ້ມອບເງິນນະໂຍບາຍບຳນານໃຫ້ນາຍທະຫານ ແລະ ປະກາດ
ການປະດັບທຽບຊັ້ນນາຍທະຫານ ໃຫ້ຜູ່ທີ່ຮຽນຈົບວິຊາສະເພາະຈາກສາຍລັດ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ
ຫົວໜ້າກົມ ວສ-ປສ ການ ທະຫານ, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ໄຊຍາເພັດ ພົມຜາສຸກ ຫົວໜ້າພະແນກການເມືອງ ກົມ ວສ-ປສ ການທະຫານໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍ
ການປະຕິບັດນະໂຍບາຍເງິນບຳນານໃຫ້ນາຍທະຫານ ໃນນີ້, ອະນຸມັດໃຫ້ສະຫາຍ ພັນເອກ ຄຳໄຊ ສະນີແກ້ວ ຮອງຫົວໜ້າກົມ ວສ-ປສ ການທະຫານ ຈຳນວນ
31.008.000 ກີບ, ຍົກຂັ້ນເງິນເດືອນໃຫ້ທຽບເທົ່າຊັ້ນ ພົນຈັດຕະວາ. ພ້ອມນີ້, ຍັງໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບ
ທຽບຊັ້ນນາຍທະຫານ ໃຫ້ຜູ້ທີ່ຄົບເງື່ອນໄຂຮຽນຈົບວິຊາສະເພາະຈາກສາຍລັດ ໃນນີ້, ປະດັບທຽບຊັ້ນ ຮ້ອຍໂທ ຈຳນວນ 2 ສະຫາຍ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ຂອງສະຫາຍຮອງຫົວໜ້າກົມ ທີ່ໄດ້ຮັບນະໂຍບາຍບຳ
ນານໃນຄັ້ງນີ້ ພ້ອມທັງ, ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການປະດັບທຽບຊັ້ນ ຈົ່ງພ້ອມກັນເພີ່ມທະວີ ຍົກສູງນ້ຳໃຈຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງ
ຕົນ, ເພີ່ມທະວີຄວາມເປັນແບບຢ່າງນຳໜ້າໃນທຸກໜ້າທີ່ວຽກງານ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ, ສຸມເຫື່ອແຮງສະຕິປັນຍາ, ຄວາມຮູ້ ຄວາມສາມາດເຂົ້າໃນ
ການປະຕິບັດໜ້າທີ່ໄປ ພ້ອມກັນປັບປຸງກໍ່ສ້າງກົມກອງໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.
ແຫຼ່ງຂ່າວໂດຍ ນາງ ພອນ ເພັດສຸລິນທອງ
ວັນທີ 22/10/2026