ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ​ວສ-​ປສ ການ​ທະຫານ ປາຖະກະຖາ​ວັນ​ສຳຄັນ​ຕ່າງໆ​ ຂອງ​ຊາດ


    ວັນ​ທີ 16 ຕຸລາ 2024 ນີ້, ກົມ​ວິທະຍາປະຫວັດສາດ (ວສ-ປສ) ການທະຫານ ໄດ້​ຈັດ​ພິທີ​ປາຖະກະຖາ​ວັນ​ສຳຄັນ​ຂອງ​ຊາດ ຄື​ວັນ​ປະກາດ
​ເອກະລາດ 12 ຕຸລາ ຄົບຮອບ 79 ປີ ແລະ ວັນ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ​ລາວ ຄົບຮອບ 79 ປີ (12 ຕຸລາ 1945-12 ຕຸລາ 2024 ), ໂດຍ​
ການ​ເປັນ​ປະທານ ແລະ ປາຖະກະຖາ​ຂອງ ສະຫາຍ ພັນ​ເອກ ໂພນ​ທອງ ພັນ​ຈະເລີນ​ພົນ ແລະ ສະຫາຍ ພັນ​ເອກ ຄຳ​ໄຊ ສະ​ນີ​ແກ້ວ ຮອງ​ຫົວ
ໜ້າ​ກົມ ​ວສ-ປສ ການ​ທະຫານ, ມີ​ຄະນະ​ພັກ-ຄະນະ​ບັນ ຊາ​ກົມ, ຫົວໜ້າ​ຫ້ອງ, ຮອງ​ຫົວໜ້າ​ຫ້ອງ, ຫົວໜ້າ​ພະ​ແນກ, ຮອງ​ຫົວໜ້າ​ພະ​ແນກ
ແລະ ພະນັກງານ-ນັກຮົບ​ພາຍ​ໃນ​ກົມ ເຂົ້າ​ຮ່ວມ.

     ສະຫາຍ ພັນ​ເອກ ຄຳ​ໄຊ ສະ​ນີ​ແກ້ວ ໄດ້​ເລົ່າຄືນ​ເຖິງ​ມູນເຊື້ອ​ວັນ​ປະກາດ​ເອກະລາດ 12 ຕຸລາ 1945 ໂດຍ​ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ໝາຍ
​ຄວາມ​ສຳຄັນ ເຊິ່ງ​ການ​ປະກາດ​ເອກະລາດ ນີ້ໄດ້​ເຮັດ​ໃຫ້​ຊາວ​ໂລກ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ເປັນ​ຊາດ​ລາວ​ຂອງ​ພວກ​ເຮົາ, ຮັບ​ຮູ້​ອະທິປະ​ໄຕ ແລະ
ເຂດ​ນ້ຳ​ແດນ​ດິນ​ຂອງ​ລາວ, ຮັບ​ຮູ້​ວ່າ​ຊາດ​ລາວ​ຄົນ​ລາວ​ເປັນ​ຄົນ​ມີ​ກຽດ​ສັກ​ສີ​ຄື​ຊາດ​ອື່ນໆ ທີ່​ຢາກ​ມີ​ອິດສະຫຼະພາບ, ເປັນ​ເຈົ້າ​ຊາຕາກຳ​ຂອງ​ຕົນ​ເອງ
ແລະ ຢາກ​ມີ​ການ​ພັດທະນາ​ຕົນ ​ເພື່ອ​ຄວາມ​ຢູ່​ດີ​ກິນ​ດີ ແລະ ຄວາມ​ຈະເລີນ​ວັດທະນາ. ຈາກ​ນັ້ນ, ສະຫາຍ ພັນ​ເອກ ໂພນ​ທອງ ພັນ​ຈະເລີນ​ພົນ
ກໍ​ໄດ້​ເລົ່າ​ເຖິງ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ ວັນ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ​ລາວ ຄົບຮອບ 79 ປີ, ໂດຍ​ຍົກ​ໃຫ້​ເຫັນ​ເຖິງ​ການເຄື່ອນໄຫວ​ການ​ຕ່າງ
ປະເທດ ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກ່ອນ​ປົດ​ປ່ອຍ ແລະ ສືບຕໍ່​ຜັນ​ຂະຫຍາຍ​ນະໂຍບາຍ​ການ​ຕ່າງປະເທດ, ການ​ພົວພັນ​ການ​ຕ່າງປະເທດ​ແບບ​
ຫຼາຍ​ຮູບ​ແບບ ບົນ​ພື້ນຖານ​ການ​ເສີມ​ຂະຫຍາຍ​ນ້ຳໃຈ​ເອກະລາດ, ເປັນ​ເຈົ້າ​ຕົນ​ເອງ, ນຳ​ໃຊ້​ກຳລັງ​ພາຍ​ໃນ​ຂອງ​ຕົນ​ເພື່ອ​ສ້າງ​ປະເທດ​ຊາດ​ເຮົາ​ໃຫ້​ມີ​
ຄວາມ​ເຂັ້ມແຂງ ແລະ ກຳ​ແໜ້ນ​ຂໍ້​ກຳນົດ, ກົດ​ລະບຽບ ລະດັບ​ມາດຖານ​ສາກົນ ເພື່ອ​ຮັບປະກັນ​ຜົນ​ປະໂຫຍດ​ຂອງ​ປະເທດ​ຊາດ ພ້ອມ​ກັນ​ຕ້ານ
​ທຸກ​ກົນອຸບາຍ​ຫັນປ່ຽນ​ໂດຍ​ສັນຕິ ແລະ ການ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ລາວ​ເຮົາ, ສືບຕໍ່​ມີ​ບາດກ້າວ​ທີ່​ໜັກ​ແໜ້ນ ແລະ ມີ​ຜົນສຳເລັດ
​ທີ່​ເປັນ​ຮູບ​ປະ​ທຳ​ຢ່າງ​ຈະແຈ້ງ, ສາມາດ​ຢັ້ງຢືນ​ໄດ້​ວ່າ​ສາຍ​ພົວພັນ​ທາງ​ການ​ທູດ​ຂອງ​ລາວ​ ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ທັງ​ປະລິມານ ແລະ ຄຸນ​
ນະ​ພາບ ຈົນ​ເປັນ​ທີ່​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຄົນ​ລາວ ​ຢ່າງ​ມີ​ໝາກຜົນ​ຕົວ​ຈິງ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 22/10/2024