
ປະກາດການແຕ່ງຕັ້ງຫົວໜ້າຂະແໜງ ແລະ ປະກາດການເລື່ອນຊັ້ນ-ເລື່ອນທຽບຊັ້ນ
ໃຫ້ນາຍທະຫານ ໂຮງໝໍບໍລິເວນ 107

ໂຮງໝໍບໍລິເວນ 107 ໄດ້ຈັດພິທີ ປະກາດການແຕ່ງຕັ້ງຫົວໜ້າຂະແໜງຕ່າງໆ ແລະ ປະກາດການເລື່ອນຊັ້ນ-ເລື່ອນທຽບຊັ້ນ
ວັນທີ 19 ກັນຍາ 2025 ນີ້, ຢູ່ ໂຮງໝໍບໍລິເວນ 107 ໄດ້ຈັດພິທີ ປະກາດການແຕ່ງຕັ້ງຫົວໜ້າຂະແໜງ ແລະ ປະກາດການເລື່ອນ
ຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ປອ ບົວສິງ ອິນທະວົງ ກໍາມະການຄະນະພັກ
ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພົນຈັດຕະວາ ຕິເບດ ສີແພງຄູນ ຫົວໜ້າຫ້ອງການ
ເມືອງກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພັນເອກ ຍຸຄອນ ຜາລີເພັງ ຫົວໜ້າການເມືອງ ພ້ອມດ້ວຍຄະນະພັກ-ຄະນະອໍານວຍ
ການ ໂຮງໝໍບໍລິເວນ 107, ສາງນ້ຳມັນເລກ 2 ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຕິເບດ ສີແພງຄູນ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນຫົວໜ້າ
ຂະແໜງການ ຢູ່ໂຮງໝໍບໍລິເວນ 107 ພ້ອມທັງ, ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍ
ການເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່ກົມໃຫຍ່ພະລາທິການກອງທັບ ໂດຍອີງຕາມ ກົດໝາຍນາຍທະຫານ ກອງທັບປະຊາ
ຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ 14 ມິຖຸນາ 2018 ໃນພາກທີ II ໝວດທີ 3 ມາດຕາ 22 ແລະ ມາດຕາ 23 ວ່າດ້ວຍການ
ເລື່ອນຊັ້ນນາຍທະຫານ ໃນນັ້ນ, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ ຈໍານວນ 18 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈໍານວນ 2 ສະ
ຫາຍ, ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ 2 ສະຫາຍ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ປອ ບົວສິງ ອິນທະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍສ້າງມາໄດ້,
ພ້ອມທັງ ຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່, ເລື່ອນຊັ້ນ-ເລື່ອນທຽບຊັ້ນໃໝ່ ແລະ ພະນັກງານຫຼັກແຫຼ່ງ ພ້ອມກັນເອົາໃຈສຶກສາ
ອົບຮົມການເມືອງ-ນໍາພາແນວຄິດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ
ໃຫ້ທັນສະໄໝ, ຮັກສາຈັນຍາບັນ-ຈັນຍາທຳ ຂອງແພດປະຕິວັດ, ປະຕິບັດຄໍາຂວັນ 5 ດີ 1 ພໍໃຈ ຂອງກະຊວງສາທາລະນະສຸກວາງອອກ
ໃຫ້ໄດ້ດີ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງຮອບດ້ານ ໃຫ້ມີຄວາມຮູ້ຄວາມສາມາດ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກ
ແໜ້ນ ແລະ ກໍ່ສ້າງກົມກອງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.
ແຫຼ່ງຂ່າວໂດຍ ນາງ ສຸລິຈັນ ພັດທະນາ
ວັນທີ 22/09/2025