ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 11 ຕ້ອນຮັບການມາຢ້ຽມຢາມ ຂອງຄະນະສຶກສານໍາພາ-ຄຸ້ມຄອງ
ບໍາລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊຸດທີ XXI ວິທະຍາຄານປ້ອງກັນຊາດ
ໄກສອນ ພົມວິຫານ

    ໃນວັນທີ 18 ກໍລະກົດ 2025 ນີ້, ກອງພັນໃຫຍ່ 11 ໄດ້ຕ້ອນຮັບການມາຢ້ຽມຢາມ ຂອງຄະນະສຶກສານຳພາ-ຄຸ້ມຄອງບຳລຸງວຽກງານປ້ອງ
ກັນຊາດ-ປ້ອງກັນຄວາມສະຫງົບ ຊຸດທີ XXI ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເຊິ່ງນຳໂດຍ ສະຫາຍ ພົນຕີ ພັນແສງ ບຸນພັນ ກຳ
ມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີ ສະຫາຍ ໄຊລືຊາ ອິນສີຊຽງ
ໃໝ່ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະນັກສຶກສາບຳລຸງວຽກງານ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຊິ່ງໃຫ້ການຕ້ອນຮັບໂດຍ ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11
ພ້ອມດ້ວຍຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ຄຳສາຍ ມົນດວງສິງ ຫົວໜ້າການເມືອງ ກອງພັນໃຫຍ່ 11 ໄດ້ລາຍງານຫຍໍ້ປະຫວັດມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ
ແລະ ການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງກົມກອງ ເຊິ່ງກອງພັນໃຫຍ່ 11 ເປັນກອງພັນໃຫຍ່ເອກະລາດຂຶ້ນກັບກະຊວງ ແລະ ຢູ່ພາຍໃຕ້ການ
ຊີ້ນຳຂອງກະຊວງປ້ອງກັນປະເທດ ໂດຍກົງຮອບດ້ານ ແລະ ເຮັດໜ້າທີ່ປ້ອງກັນນະຄອງຫຼວງວຽງຈັນ ແລະ ອົງການພັກ-ລັດ, ເຮັດໜ້າທີ່ກຽມພ້ອມ
ສູ້ຮົບ ແລະ ເຄື່ອນໄຫວສູ້ຮົບໃນຂອບເຂດທົ່ວປະເທດ, ເຮັດໜ້າທີ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ, ເປັນກົມກອງໂຕ
ແບບ ຂອງກະຊວງປ້ອງກັນປະເທດ.

     ໂອກາດນີ້, ຄະນະນັກສຶກສາຍັງໄດ້ມອບເຄື່ອງອຸປຸກອນກິລາຈຳນວນໜຶ່ງ ໃຫ້ກອງພັນໃຫຍ່ 11 ແລະ ກອງພັນໃຫຍ່ 11 ໄດ້ມອບໃບກຽດຕິຄຸນ
ໃຫ້ແກ່ຄະນະນັກສຶກສາ. ຈາກນັ້ນ, ທັງສອງຄະນະຍັງໄດ້ຮັບຊົມສະແດງການຫັດແອບຍຸດທິວີທະຫານຮາບ, ຢ້ຽມຊົມຂອບເຂດເຕັກນິກ ແລະ ກອງ
ພັນເຄື່ອນທີ່ໄວ 586 ກົມກອງວັດທະນະທໍາ ຕື່ມອີກ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 22/07/2025