
ປະກາດການ ແຕ່ງຕັ້ງຄະນະຮັບຜິດຊອບ ຈັດຕັ້ງບໍາລຸງຍົກລະດັບ
ທິດສະດີ-ແນວທາງຂອງພັກ ໃຫ້ກັບພະນັກງານໃນກອງທັບ

ສະຫາຍ ພົນຕີ ແສງມະນີວອນ ຄໍາມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ ວັນທີ 19 ມິຖຸນາ 2026
ວັນທີ 19 ມິຖຸນາ 2026 ນີ້, ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປະກາດການ ແຕ່ງຕັ້ງຄະນະຮັບຜິດຊອບ
ຈັດຕັ້ງບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ກັບພະນັກງານໃນກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ແສງມະນີ
ວອນ ຄໍາມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະໂຄສະນາອົບຮົມສູນກາງພັກ, ຄະນະນຳກົມໂຄສະນາອົບຮົມ ກົມໃຫຍ່
ການເມືອງກອງທັບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການ
ແຕ່ງຕັ້ງຄະນະຮັບຜິດຊອບ ຈັດຕັ້ງບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານໃນກອງທັບ ໄດ້ມີຄວາມຮັບຮູ້-ເຂົ້າໃຈ ກ່ຽວ
ກັບຄວາມຮູ້ພື້ນຖານທິດສະດີມາກ-ເລນິນ, ມູນເຊື້ອຂອງຊາດລາວ, ແນວທາງນະໂຍບາຍຂອງພັກ ໂດຍສະເພາະແມ່ນ ແນວທາງປ່ຽນແປງ
ໃໝ່ຂອງພັກ, ແນວທາງເສດຖະກິດ, ການສ້າງລັດແຫ່ງກົດໝາຍ ພາຍໃຕ້ການນໍາພາຂອງພັກ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະ
ຫງົບ ແລະ ເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ, ປັບປຸງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ໃຫ້ໜັກແໜ້ນຂຶ້ນກວ່າເກົ່າ,
ຍົກສູງຄວາມສາມາດໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ ໃຫ້ຖືກຕ້ອງ, ຊັດເຈນ, ທົ່ວເຖີງແຕ່ລະເປົ້າໝາຍ, ສອດຄ່ອງກັບເງື່ອນ
ໄຂຕົວຈິງຢູ່ບັນດາອົງການ, ກົມກອງຂອງຕົນ. ພ້ອມທັງເປັນການປັບປຸງແບບແຜນວິທີເຮັດວຽກ ແລະ ປະຕິບັດໜ້າທີ່ໃຫ້ມີປະສິດທິຜົນດີ
ຂື້ນກວ່າເກົ່າ.
ໃນນີ້, ເປົ້າໝາຍເຂົ້າຮ່ວມແມ່ນ 100 ສະຫາຍ ທີ່ເປັນພະນັກງານຮຸ່ນໜຸ່ມ ທີ່ບໍ່ໄດ້ຜ່ານທິດສະດີການເມືອງມາກ່ອນ ຢູ່ບັນດາອົງການ,
ກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນໃນກອງທັບ, ເນື້ອໃນເອກະສານການຈັດຕັ້ງບໍາລຸງ ລວມມີ 14 ບົດ ຈາກຄະນະໂຄສະນາອົບຮົມ
ສູນກາງພັກ ແລະ ຈະເລີ່ມຈັດຕັ້ງໃນເດືອນ ກໍລະກົດ 2026 ນີ້.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 22/06/2026